ສຸດຍອດ! ລັດ​ຖະ​ບານຫວຽດນາມ ມອບປຶ້ມທິດສະດີການເມືອງໃຫ້ລາວ 15 ພັນຫົວ

ລັດຖະບານຫວຽດນາມໄດ້ນຳເອົາປຶ້ມທິດສະດີການເມືອງນຳມາມອບໃຫ້ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວ ຊຶ່ງຕາງໜ້າມອບໂດຍທ່ານ ຫວູ ຈອງເລີ່ມ ຮອງອຳນວຍການ,ຮອງບັນນາທິການໃຫຍ່ ສຳນັກພິມການເມືອງແຫ່ງຊາດຫວຽດນາມ ແລະ ກ່າວຮັບໂດຍ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວ ພ້ອມບັນດາແຂກທັງສອງຝ່າຍເຂົ້າຮ່ວມ.

ປຶ້ມທີ່ນຳມາມອບຄັ້ງນີ້ຈຳນວນ 15 ພັນຫົວ ໂດຍແປຈາກພາສາຫວຽດມາເປັນພາສາລາວ ໃນນັ້ນປະກອບມີ 15 ຫົວເລື່ອງເຊັ່ນ:

  • ເລື່ອງລາວຕ່າງໆກ່ຽວກັບລຸງໂຮ່ໃນການເຄື່ອນໄຫວ
  • ແນວຄິດໂຮ່ຈິມິນ ແລະ ແນວທາງການປະຕິວັດຂອງຫວຽດນາມ
  • ການປ່ຽນແປງໃໝ່ການນໍາພາຂອງພັກໃນເງື່ອນໄຂສ້າງລັກແຫ່ງອຳນາດກົດໝາຍສັງຄົມນິຍົມຢູ່ຫວຽດນາມ
  • ຮູບ​ແບບ​ການ​ຂະ​ຫຍາ​ຍຕົວ​ທາງ​ດ້ານ​ເສດຖະກິດ​ຂອງຫວຽດນາມ
  • ເລື່ອງ​ຕ່າງໆກ່ຽວກັບ​ຮູບ​ແບບຢ່າງ ຄຸນສົມບັດ​​ໂຮ່ຈິ​ມິນ
  • ທັງ​ເດີນທັງ​ເລົ່າ​ເລື່ອງ
  • ຄວາມ​ຮັບ​ຮູ້​ກ່ຽວກັບ​ການ​ຜັນ​ແປງ​ດ້ວຍ​ຕົນ​ເອງການ​ຫັນ​ປ່ຽນຕົນ​ເອງ ​ແລະວິທີ​ການ​ຕໍ່ສູ້​ເພື່ອ​ສະກັດ​ກັ້ນ.
  • ກົນ​ໄກ​ທາງ​ກົດໝາຍ​ໃນ​ການ​ກວດກາ​ຕິດຕາມອຳນາດ​ລັດ​ຂອງ​ບັນດາ​ອົງການ​ລັດຢູ່​ຫວຽດນາມ​ໃນ​ປັດຈຸບັນ
  • ບົດ​ສະຫຼຸບ​ລາຍ​ງານ​ບາງ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່
  • ເລື່ອງ​ຕ່າງໆ​ກ່ຽວກັບ​ແບບຢ່າງ​ຄຸນສົມບັດ​ໂຮ່ຈິ​ມິນ ​ເຫຼັ້ມ ​2
  • ການ​ພົວພັນ​ຕ່າງປະ​ເທດຫຼາຍ​ຝ່າຍ​ຂອງຫວຽດນາມ ໃນ​ໄລຍະ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ກັບ​ສາກົນ
  • ບາງ​ທິດ​ສະ​ດີ, ພຶດຕິ​ກຳ​ກໍ່ສ້າງ ​ແລະ ປະຕິບັດ​ມະຕິ​ຕົກລົງຂອງ​ສະພາ​ແຫ່ງ​ຊາດ
  • ບົດ​ບັນທຶກ​ສົງຄາມ 1,2,3,4,7,5; ປົກ​ປັກ​ຮັກສາ​ເອກະລາດ
  • ​ເປັນ​ເຈົ້າ​ຕົນ​ເອງ​ໃຫ້ໝັ້ນຄົງ​ໃນ​ການ​ເຊື່ອມ​ໂຍງ​ກັບ​ສາກົນ
  • ​ຮູບ​ພາບ​ໂລກ

ໂອກາດດັ່ງກ່າວ ທ່ານ ບົວເງິນ ຊາພູວົງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ລັດຖະບານ​ຫວຽດນາມທີ່​ໄດ້​ນຳ​ເອົາ​ປຶ້ມທິດ​ສະ​ດີກາ​ນ​ເມືອງມາ​ມອບ​ໃຫ້​ ພ້ອມ​ທັງ​ຢືນຢັນ​ວ່າ​ຈະ​ນຳ​ເອົາ​ປຶ້ມ​ຈຳ​ນວນ​ດັ່ງກ່າວໄປ​ແຈກ​ຢາຍ ​ແລະ ​ເຜີຍ​ແຜ່ໃຫ້​ມວນຊາວ​ລາວ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຢ່າງ​ທົ່ວ​ເຖິງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...