ສຸດຍອດ! ລາວ ໂທລະຄົມ ລົງນາມຊື້-ຂາຍຮຸ້ນ ວິມເປວຄອມລາວ ຢ່າງເປັນທາງການ

ກະຊວງການເງິນ ແລະ ບໍລິສັດ ລາວ ໂທລະຄົມມະນາຄົມ ຮ່ວມລົງນາມໃນສັນຍາ ວ່າດ້ວຍການຊື້-ຂາຍຮຸ້ນ ບໍລິສັດ ວິມເປວຄອມລາວ ຈໍາກັດ ໂດຍມີທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະກຳມະການຂາຍຮຸ້ນ ບໍລິສັດ ວິມເປວຄອມລາວ ແລະທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ເປັນຜຸ້ລົງນາມ

ທ່ານ ຖາວອນ ກ່າວວ່າ: ລາວ ໂທລະຄົມ ຄືຜູ້ນໍາໃນການໃຫ້ບໍລິການດ້ານສື່ສານໂທລະຄົມມະນາຄົມ ແບບຄົບວົງຈອນຜູ້ທໍາອິດໃນ ສປປ ລາວ ນັນຕັ້ງແຕ່ປີ 1996 ເປັນຕົ້າມາ. ຊຶ່ງປະຈຸບັນສາມາດຕອງສະໜອງການບໍລິການລູກຄ້າ ທັງລະບົບໃຊ້ສາຍ ແລະບໍ່ໃຊ້ສາຍ (Wireline & Wireless) ໄດ້ແລ້ວຫຼາຍກວ່າ 3,5 ລ້ານ ລູກຄ້າໃນຂອບເຂດທົ່ວປະເທດ. ໃນປີ 2011 ລາວ ໂທລະຄົມ ໄດ້ເປີດໃຫ້ບໍລິການ 4G ຢ່າງເປັນທາງການ ເຊິ່ງເປັນບໍລິສັດທໍາອິດໃນ ສປປ ລາວ ແລະເປັນປະເທດທີ່ 2 ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຮອງລົງມາຈາກປະເທດສິງກະໂປ, ເພື່ອເປັນການຢັ້ງຢືນຄວາມເປັນຜູ້ນໍາທາງດ້ານການສື່ສານໂທລະຄົມມະນາຄົມໃນລາວ. ໃນປີ 2017 ລາວ ໂທລະຄົມ ໄດ້ເປີດໃຫ້ບໍລິການ 4,5G ໃນນະຄອນຫຼວງວຽງຈັນ ແລະຂະຫຍາຍການບໍລການໄປສູ່ບັນດາແຂວງຕ່າງໆໃຫ້ຄວບຄຸມໃນຂອບເຂດທົ່ວປະເທດ.

ທັ້ງນີ້, ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເປັນຜູ້ຊະນະການປະມູນຊື້ຮຸ້ນ ບໍລິສັດ ວິມເປວຄອມ ລາວ ຈໍາກັດ ໃນວັນທີ 19 ພະຈິກ 2018 ທີ່ຜ່ານມາ ໃນວົງເງິນທັງໝົດ 42,000,000 ໂດລາ ຍ້ອນຄະນະຜູ້ບໍລິຫານ ລາວ ໂທລະຄົມ ມີຄວາມຕັດສິນໃຈສູງໃນການພັດທະນາ ແລະຂະຫຍາຍການບໍລິການໃຫ້ກວ້າງຂວາງ ເພື່ອຕອບສະໜອງເທັກໂນໂລຢີດ້ານໂທລະຄົມມະນາຄົມ ແລະການສື່ສານທີ່ທັນສະໄໝ, ການໃຫ້ບໍລິການທີ່ດີເລີມ ແລະມີຄຸນນະພາບໃນສັງຄົມລາວເທື່ອລະກ້າວ. ສະນັ້ນພາຍຫຼັງຊື້-ຂາຍສໍາເລັດຈະເຮັດໃຫ້ຜູ້ຊົມໃຊ້ເບີຫຼັກ 7 ສາມາດນໍາໄດ້ທົ່ວປະເທດ ຮ່ວມກັບເຄື່ອຂ່າຍເບີຫຼັກ 5 (ເປັນອັນດັບດຽວກັນ) ນັບແຕ່ເດືອນ ມັງກອນ 2019 ເປັນຕົ້ນ ຖືວ່າເປັນຂ່າວດີສໍາລັບລູກຄ້າຜູ້ຊົມໃຊ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...