ນະວັດຕະກຳ ໜ້າກາກອະນາໄມສຸດລໍ້າ ໃນປີ 2021

ໃນຂະນະທີ່ການໃສ່ໜ້າກາກອະນາໄມ ຫຼືຜ້າປິດປາກ ເປັນສິ່ງທີ່ມີຄວາມສຳຄັນຫຼາຍໃນຍຸກປັດຈຸບັນ ເພື່ອຫຼຸດຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19

ຫຼາຍໆສະຖາບັນ ຫຼືປະເທດຕ່າງໆໃນໂລກ ກໍ່ໄດ້ພາກັນພັດທະນາໜ້າການອະນາໄມ ນອກຈາກຈະປ້ອງກັນແລ້ວຍັມີຄວາມທັນສະໄໝ ແລະນະວັດຕະກຳຕ່າງໆທີ່ດີຂຶ້ນກວ່າເກົ່າ ເຊິ່ງເຮົາຈະຍົກມາໃຫ້ເຫັນດັ່ງນີ້:

Huami Amazfit Aeri Mask, China

ລູ້ນນີ້ສາມາດໃຊ້ Face ID ເພື່ອປົດລ໋ອກໂທລະສັບໃນຂະນະທີ່ໃຊ້ຢູ່ ແລະໜ້າການຊະນິດນີ້ສາມາດທຳຄວາມສະອາດດ້ວຍຕົວມັນເອງໄດ້ ດ້ວຍການຖອດຕົວກອງ ແລະຕໍ່ສາຍ USB-C ເພື່ອທຳຄວາມສະອາດ, ເພາະຕົວກອງອາກາດສາມາດປ່ອຍແສງອຸນຕາໄວໂອເລັດອອກມາໄດ້ໃນຕົວ ເພື່ອທຳຄວາມສະອາດ

Donut Robotics: C-MASK, Japan

ໜ້າກາກທີ່ສາມາດແປພາສາໄດ້ເຖິງ 8 ພາສາ ເຊິ່ງມີ: ພາສາອັງກິດ, ຈີນ, ຝຣັ່ງເສດ, ຢີ່ປຸ່ນ, ອິນໂດເນເຊຍ, ໄທ, ສະເປນ ແລະຫວຽດນາມ, ເຊິີ່ງໃນການເຮັດວຽກໜ້າກາກຈະຮັບສຽງທີ່ເຮົາເວົ້າ ແລ້ວຖອດອອກມາເປັນພາສາທີ່ເຮົາຕ້ອງການແປ

UV Mask, Japan

ອີກໜຶ່ງນະວັດຕະກຳຈາກປະເທດຍີ່ປຸ່ນ ເປັນໜ້າກາກທີ່ສາມາດຂ້າເຊື້ອ 99,9% ດ້ວຍການໃຊ້ລັງສີ UV-C, ຫຼອດໄຟ UV ໃນໜ້າກາກມີອາຍຸໃນການໃຊ້ງານ ເຖິງ 10,000 ຊົ່ວໂມງ ແຕ່ໜ້າກາກສາມາດໃຊ້ງານ 6 ຊົ່ວໂມງໃນການສາກແບັດໜຶ່ງຄັ້ງ

CIVILITY, France

ໜ້າກາກໂປ່ງໃສ ມີພັດລົມໄຟຟ້າໃນໂຕຊ່ວຍເພີ່ມການລະບາຍອາກາດພາຍໃນ ແລະຍັງມີຕົວກອງອາກາດເຖິງ 5 ຊັ້ນ ເຊິ່ງໃຊ້ງານໄດ້ດົນເຖິງ 12 ຊົ່ວໂມງຕໍ່ການສາກໜຶ່ງຄັ້ງ

Airhead, UK

ໜ້າກາກທີ່ໃສ່ສະບາຍອອກແບບມາເພື່ອໃຫ້ເຄື່ອນໄຫວໄດ້ງ່າຍ, ການກັ່ນກອງອາກາດລະດັບ NanoFiber, ສາມາດເອົາມາໃຊ້ງານໄດ້ໃຫມ່ຕະຫຼອດຊິວິດ ພຽງແຕ່ປ່ຽນຕົວກອງອາກາດໃຫມ່

LED Matrix Face Mask , United States

ໜ້າກາກທີ່ສາມາດເຊື່ອມຕໍ່ Bluetooth ກັບໂທລະສັບ ຄວບຄຸມຜ່ານແອັບເພື່ອສະແດງຂໍ້ຄວາມ,​ ສາມາດຕໍ່ໄມໂຄໄຟນ ແລະຟັງເພງ ໃຊ້ງານໄດ້ 3-4 ຊົ່ວໂມງຕໍ່ການສາກໜຶ່ງຄັ້ງ, ສາມາດຖອດ LED ໄດ້ ເພື່ອປ່ຽນຜ້າຂອງໜ້າກາກ

Livinguard: CoV-2,  United States

ສາມາດກັ່ນກອງຝຸ່ນ PM 2.5 ໄດ້ເຖິງ 99%, ໃຊ້ແລ້ວລ້າງມາໃຊ້ໃຫມ່ໄດ້ເຖິງ 30 ຄັ້ງ ເນື່ອງຈາກຜ້າທີ່ໃຊ້ກັ່ນກອງສາມາດທຳລາຍຈຸລິນຊີໄດ້ຢ່າງຕໍ່ເນືຶ່ອງ

INDIEGOGO: AirZ, United States

ເປັນໜ້າກາກທີ່ມີຕົວກັນກອງອາກາດ 5 ຊັ້ນ ມາດຕະຖານການປ້ອງກັນຝຸ່ນຢູ່ທີ່ 99,9%, ສາມາດປັບລະດັບການໄຫຼວຽນຂອງອາກາດໄດ້ເຖິງ 3 ລະດັບ ແລະສາມາດໃຊ້ງານ 5 ຊົ່ວໂມງຕໍ່ການຊາກແບັດ 1 ຄັ້ງ

ມີໂຕໃດແນ່ທີ່ທ່ານຄິດວ່າໜ້າສົນໃຈ ໃນອະນາຄົດເຮົາອາດຈະມີແບບອື່ນໆທີ່ພັດທະນາໃຫ້ເຫັນອີກ, ໃນສະຖານະການທີ່ຍັງມີການລະບາດຂອງພະຍາດໂຄວິດ-19 ຄວນໃຊ້ຜ້າອັດປາກ-ອັດດັງ ເພື່ອປ້ອງກັນການຕິດເຊື້ອ

ຂໍຂອບໃຈຮູບພາບຈາກ: Pinterest

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...