ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 13 ພະຈິກ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ການຮຽນ-ການສອນອອນລາຍ ຢູ່ແຂວງສາລະວັນ
ຍັງມີຄວາມຫຍຸ້ງຍາກ

ບາງໂຮງຮຽນ ຍັງຂາດອຸປະກອນ, ການຮັບສັນຍານອິນເຕີເນັດຍັງບໍ່ທົ່ວເຖີງ ແລະ ການເຂົ້າເຖີງໂທລະພາບ ຊ່ອງທາງການຮຽນຮູ້ຕ່າງໆຈາກກະຊວງຍັງຈຳກັດ

ຕໍ່ສະພາບດັ່ງກ່າວ, ພະແນກສືກສາ ແລະ ກິລາ ແຂວງສາລະວັນ ກໍໄດ້ຈັດກອງປະຊຸມຜູ້ບໍລິຫານການສືກສາ ແລະ ກິລາ ທົ່ວແຂວງສາລະວັນ ຜ່ານລະບົບກອງປະຊຸມທາງໄກ ແລະ ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາການສືກສາ ແລະ ກິລາປະຈໍາສົກຮຽນ 2020-2021 ໃນໄລຍະເລີ່ມຕົ້ນ…ອ່ານຕໍ່

ລັດຖະບານຖືເອົາການແກ້ໄຂໄພວ່າງງານ ເປັນບັນຫາສໍາຄັນເພາະຕິດພັນກັບການເປັນຢູ່ຂອງປະຊາຊົນ

ທ່ານ ພັນຄຳ ວິພາວັນ ນາຍົກລັດ ຖະມົນຕີແຫ່ງ ສປປ ລາວໄດ້ກ່າວຕໍ່ສະມາຊິກສະພາແຫ່ງຊາດທີ່ກອງປະຊຸມ ສະໄໝ ສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ເມື່ອມໍ່ໆມານີ້ກ່ຽວກັບການແກ້ໄຂໄພວ່າງງານວ່າ: ການແກ້ໄຂບັນຫາໄພວ່າງງານຈາກແຮງງານພາຍໃນ ແລະ ແຮງງານລາວທີ່ກັບຄືນປະເທດ, ລັດຖະບານໄດ້ຖືເອົາເປັນບັນຫາທີ່ສໍາຄັນ ເພາະບັນຫາດັ່ງກ່າວນັ້ນມັນຕິດພັນກັບການດໍາລົງຊີວິດ ແລະ ການເປັນຢູ່ຂອງປະຊາຊົນ ລວມທັງຄວາມສະຫງົບໃນສັງຄົມ

ໂດຍໄດ້ມີການຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນໃຫ້ເອົາໃຈໃສ່ ໃນການກວດກາ ແລະ ເກັບກຳຈຳນວນແຮງງານທີ່ຢູ່ໃນແຂວງຂອງຕົນ ລວມທັງແຮງງານລາວ ທີ່ກັບຄືນມາແຕ່ປະເທດເພື່ອນບ້ານ…ອ່ານຕໍ່

ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນຫຼາຍທີ່ຕິດມາຈາກການກິນເຂົ້າຮ່ວມກັນ

ຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ໃນປັດຈຸບັນນີ້ແມ່ນທຸກຄົນ ສາມາດຕິດ ເຊື້ອໄດ້ທຸກ ເວລາຍ້ອນວ່າບາງຄົນທີ່ມີກໍລະນີຕິດເຊື້ອມາ ແຕ່ພັດບໍ່ສະແດງອາການໃດໆ

ໃນເວລາກິນເຂົ້າ ເມື່ອລົມກັນຈະເຮັດໃຫ້ລະອອງນໍ້າລາຍປິວເຂົ້າປາກ, ດັງ ແລະ ຕາ ນອກນັ້ນຍັງບໍ່ສາມາດຮັກສາໄລຍະຫ່າງ ແລະມີການໃຊ້ອຸປະກອນ (ຖ້ວຍ, ບ່ວງ) ຮ່ວມກັນໃນພາເຂົ້າ ນັ້ນອາດເຮັດໃຫ້ພວກທ່ານສຽງຕິດເຊື້ອໄດ້ສູງແບບບໍ່ຮູ້ຕົວ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...