ເຄື່ອງມືໃຫມ່ Meta! ແປງຮູບພາບທຳມະດາໃຫ້ສາມາດເຄື່ອນໄຫວໄດ້ດ້ວຍ AI

Mark Zuckerberg ໂພສໂຊເຄື່ອງມືໃຫມ່ ທີ່ຝ່າຍວິໄຈ AI ຂອງ Meta ໄດ້ໃຊ້ AI ຊ່ວຍສ້າງພາບເຄື່ອນໄຫວຈາກຮູບແຕ້ມ ຫຼືພາບກາຕູນຕ່າງໆໄດ້ແບບງ່າຍ ເຊິ່ງສາມາດເຮັດໄດ້ຜ່ານບາວເຊີທັນທີ

ໂດຍ Mark Zuckerberg ໄດ້ເອົາຮູບພາບທີ່ລູກສາວແຕ້ມມາທົດລອງໃຊ້ງານເຄື່ອງມືດັ່ງກ່າວ ທີ່ແປງຈາກພາບທຳມະດາໃຫ້ມັນເຄື່ອນໄຫວໄດ້, ເຊິ່ງໃນວິທີການໃຊ້ງານກໍສັງເກດໄດ້ວ່າ AI ສາມາດສະແກນຮູບພາບ ພ້ອມທັງກຳນົດຈຸດເຄື່ອນໄຫວຕ່າງໆໄດ້ໃນທັນທີ

ໃນອະນາຄົດເຮົາອາດຈະໄດ້ເຫັນເຄື່ອງມີຊ່ວຍສ້າງສັນປະສົບການໃຫມ່ໆໃນ Metaverse ອີກຫຼາຍໆຢ່າງ ເຊິ່ງອາດຈະເຮັດໄດ້ງ່າຍຫຼາຍຂຶ້ນ ເຊິ່ງບໍ່ຕ່າງຈາກການກົດໂພສສິ່ງຕ່າງໆໃນໂລກອອນລາຍໃນປັດຈຸບັນ

ຫາກໃຜຢາກລອງໃຊ້ງງານເຄື່ອງມື ສາມາດເຂົ້າໄປທີ່ລິ້ງນີ້ໄດ້ເລີຍ: Animated Drawings (metademolab.com)

ຂໍ້ມູນຈາກ: Mark Zuckerberg

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...