Friday, May 1, 2026
Kbank Laos โอน รับ จ่าย
-->

ແຂວງສະຫວັນນະເຂດຈັດໃຫຍ່ ສົ່ງເສີມການທ່ອງທ່ຽວລາວ-ໄທ.

ແຂວງສະຫວັນນະເຂດຮ່ວມກັບສະຖານກົງສຸນໃຫຍ່ໄທ ປະຈຳແຂວງສະຫວັນນະເຂດ ຈະຈັດມະຫະກຳການແຂ່ງຂັນການແລ່ນວິບາກ (Trail Running) ໂດຍເປີດແຫຼ່ງສິລະປະ, ວັດທະນະທຳ ແລະ ທຳມະຊາດອັນຂຽວສົດງົດງາມຂອງແຂວງໃຫ້ບັນດານັກແລ່ນໄດ້ປະຊັນຄວາມສາມາດ.

ທ່ານ ວໍຣະວຸດ ພົງປຣະພາພັນ ກົງສຸນໃຫຍ່ປະຈຳແຂວງສະຫວັນນະເຂດເປີດເຜີຍວ່າສະຖານກົງສຸນໃຫຍ່ ຈະຮ່ວມກັບແຂວງສະຫວັນນະເຂດຈັດການແຂ່ງຂັນແລ່ນມາຣາທອນ “ສະຫວັນນະເຂດ Trail” ໃນວັນທີ 31 ມີນາ 2019 ໃນພື້ນທີ່ປ່າສະຫງວນດົງນາຕາດອັນອຸດົມສົມບູນ ໂດຍມີຈຸດເລີ່ມຕົ້ນແລະສິ້ນສຸດທີ່ບໍລິເວນພະທາດອີງຮັງ ເຊິ່ງເປັນພະທາດຄູ່ບ້ານຄູ່ເມືອງຂອງແຂວງ ສະ​ຫວັນ​ນະ​ເຂດ.

ການແຂ່ງຂັນແລ່ນມາຣາທອນຄັ້ງນີ້ ເປັນຄັ້ງທຳອິດໂດຍການຮ່ວມມືຈາກທຸກພາກສ່ວນທັງພາກລັດແລະເອກະຊົນຂອງລາວ-ໄທ ເພື່ອປະຊາສຳພັນແລະສົ່ງເສີມການທ່ອງທ່ຽວ ລວມເຖິງເຮັດໃຫ້ປະຊາຊົນຂອງທັງສອງປະເທດມີຄວາມໃກ້ຊິດກັນຫຼາຍຂຶ້ນຕາມນະໂຍບາຍການສົ່ງເສີມການທ່ອງທ່ຽວລາວ-ໄທແບບເຊື່ອມໂຍງ ຕາມແນວຄວາມຄິດ 2 ປະເທດ 1 ຈຸດໝາຍປາຍທາງ (Two Countries, One Destination) ຂອງລັດຖະບານ ລາຍໄດ້ຫຼັງຈາກຫັກຄ່າໃຊ້ຈ່າຍທັງໝົດຈະນຳເອົາໄປໃຊ້ໃນການບູລະນະສ້ອມແປງຫຼັງຄາສາລາທີ່ວັດໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ”.

ການແຂ່ງຂັນຈະແບ່ງເປັນ 3 ໄລຍະທາງໄດ້ແກ່: 30 ກິໂລແມັດ, 10 ກິໂລແມັດ ແລະ 5 ກິໂລແມັດ ເຊິ່ງຜູ້ສົນໃຈສາມາດເລືອກປະເພດເຂົ້າຮ່ວມການແຂ່ງຂັນໄດ້ຕາມຄວາມສາມາດຂອງຕົນເອງ.

ເສັ້ນທາງການແຂ່ງຂັນຈະແລ່ນຜ່ານໜອງຫຼົ່ມທີ່ອຸດົມສົມບູນໄປດ້ວຍພືດພັນຕົ້ນໄມ້ນ້ອຍໃຫຍ່ແລະນົກປ່າຫຼາຍໆພັນ ລະຫວ່າງທາງກ່ອນໄປເຖິງໜອງກົ່ມ ເຊິ່ງເປັນຈຸດທີ່ສອງຈະຜ່ານເສັ້ນທາງທີ່ທ້າທາຍ ນັກແລ່ນພໍສົມຄວນເພາະຫນ້າພື້ນດິນເປັນດິນຊາຍທີ່ແລ່ນລຳບາກຍາກຫຼາຍຂຶ້ນ ແຕ່ກໍ່ຈະມ່ວນຊື່ນໄປກັບທຳມະຊາດຂອງທົ່ງນາ, ຕົ້ນໄມ້ໃບຫຍ້າ ແລະ ວິຖີຊີວິດຂອງຄົນແຖວນັ້ນ ຜ່ານໜອງກົ່ມຈະເປັນເສັ້ນທາງໄປໜອງເຕົ່າເຊິ່ງເປັນໜອງນໍ້າສຸດທ້າຍກ່ອນທີ່ຈະຮອດຈຸດສິ້ນສຸດທີ່ພະທາດອີງຮັງ ເສັ້ນທາງໄປໜອງເຕົ່າເປັນເສັ້ນທາງທີ່ເຕັມໄປດ້ວຍອຸປະສັກທຳມະຊາດທີ່ຕ້ອງຜ່ານຜ່າທັງການໂດດຂ້າມຂອນໄມ້ໃຫຍ່ທີ່ຂວາງທາງຢູ່ ແລະລຸຍແມ່ນໍ້າລຳທານໃສພາຍໃຕ້ບັນຍາກາດອັນຮົ່ມເຢັນ.

ພື້ນທີ່ໜອງເຕົ່າເປັນສັນຍາລັກແຫ່ງຄວາມສຳພັນອັນດີງາມລະຫວ່າງລາວ-ໄທ ເນື່ອງຈາກວ່າເປັນທີ່ຕັ້ງຂອງສູນພັດທະນາແລະບໍລິການກະສິກຳ-ປ່າໄມ້ ເຊິ່ງເປັນໂຄງການຮ່ວມມືທີ່ສົມເດັດພະເທບຣັດຕະນະຣາດຊະສຸດາສະຫຍາມບໍຣົມຣາດຊະກຸມານ ພະລາຊະທານໃຫ້ແກ່ລັດຖະບານ ສປປ ລາວ ເພື່ອເປັນສູນການຮຽນຮູ້ດ້ານການກະເສດ.

ການແຂ່ງຂັນແລ່ນມາຣາທອນໃນຄັ້ງນີ້ ນອກຈາກຈະເປັນເຄື່ອງໝາຍຂອງການຮ່ວມມືຮ່ວມໃຈຂອງທຸກພາກສ່ວນທີ່ຕ້ອງການສະໜັບສະໜູນແຂວງສະຫວັນນະເຂດໃນດ້ານການປະຊາສຳພັນແລະກະຕຸ້ນການທ່ອງທ່ຽວຂອງແຂວງໃຫ້ຄຶກຄື້ນແລ້ວ ຍັງຖືວ່າເປັນງານບຸນໃຫຍ່ທີ່ຄ່າສະໝັກຂອງຜູ້ເຂົ້າຮ່ວມການແຂ່ງຂັນຈະນຳໄປໃຊ້ໃນການບູລະນະສ້ອມແປງສາລາຂອງວັດໜອງລຳຈັນອີກດ້ວຍ.

ດ້ວຍເສັ້ນທາງທີ່ຍາກລຳບາກ ແຕ່ເຕັມໄປດ້ວຍວັດຖຸປະສົງອັນງົດງາມ ນັກແລ່ນສາຍແຂງ ແລະໃຈບຸນບໍ່ຄວນພາດໂອກາດນີ້.

ທີ່​ມາ: ໄສະຖານກົງສຸນໃຫຍ່ໄທ ປະຈຳແຂວງສະຫວັນນະເຂດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.