ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 12 ມີນາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ຍັງພົບເຫັນ! ປະຊາຊົນຈໍານວນໜຶ່ງຢູ່ເຂດພາກເໜືອ ລັກລອບປຸກຝີ່ນ ແລະ ກັນຊາ

ໃນປີ 2021 ຜ່ານມາ, ເຈົ້າໜ້າທີ່ໄດ້ກວດພົບປະຊາຊົນຈໍານວນໜຶ່ງ ຢຸູ່ 8 ແຂວງພາກເໜືອປະກອບມີແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງຫົວພັນ ທີ່ຍັງລັກລອບປູກຝິ່ນ ຊຶ່ງມີເນື້ອທີ່ປູກຝິ່ນທັງໝົດ 901 ເຮັກຕາ.

ໂດຍປະຊາຊົນຈຳນວນໜຶ່ງໂດຍສະເພາະຢູ່ 8 ແຂວງດັ່ງກ່າວຍັງສືບຕໍ່ລັກລອບປູກຝິ່ນຄືນໃໝ່ ແລະ ຕໍ່ຜູ້ລັກລອບການປູກຝິ່ນເຈົ້າໜ້າທີ່ ກໍໄດ້ເຮັດບົດບັນທຶກໃຫ້ຢຸດເຊົາການປູກຝິ່ນທັງໝົດເຖິງ 12.856 ຄອບຄົວ…ອ່ານຕໍ່

ຫໍໄຕປີດົກ ວັດສີມຸງຄຸນ ຈະກາຍເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ອົງການປົກຄອງແຂວງ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈະຈັດພິທີປະກາດຮັບຮອງເອົາຫໍໄຕປີດົກດັ່ງກ່າວນີ້ເປັນ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາລະດັບທ້ອງຖິ່ນ

ໂດຍຄາດວ່າຈະຈັດຂຶ້ນໃນເດືອນໜ້າ ໂດຍຈະມີຫຼາຍກິດ ຈະກໍາບໍ່ວ່າຈະເປັນພິທີທາງສາສະໜາ, ງານວາງສະແດງສິນຄ້າຂອງປະຊາຊົນພາຍໃນແຂວງ, ການປະກວດນັກຮຽນ-ໝໍລໍາ, ການແຫ່ພະໄຕປີດົກ-ໜັງສືຜູກໃບລານ, ແຫ່ຫໍຜາສາດເຜີ້ງ…ອ່ານຕໍ່

ການເກີດອຸບັດເຫດ ສ່ວນຫຼາຍແມ່ນລະເມີດກົດລະບຽບການສັນຈອນ

ສະພາບການເກີດອຸບັດເຫດຕາມທ້ອງຖະໜົນຢູ່ປະເທດລາວ ຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍຕາມ, ຊຶ່ງອຸບັດເຫດທີ່ເກີດຂຶ້ນສ່ວນໃຫຍ່ ຍ້ອນການລະເມີດກົດລະບຽບການສັນຈອນ

ສະເພາະເດືອນກຸມພາ 2022 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 108 ຄົນ, ບາດເຈັບ 1.071 ຄົນ ແລະ ມີພາຫະນະເປ່ເພ 1. 237 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 649 ກໍລະນີ ໃນທົ່ວປະເທດ…ອ່ານຕໍ່

ຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ສໍາເລັດແລ້ວຫຼາຍກ່ວາ 79%

ໂຄງການກໍ່ສ້າງ ຂົວຂ້າມນ້ຳຂອງ ກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວເປັນໂຄງການທີ່ນຳໃຊ້ງົບປະມານການລົງທຶນຂອງລັດຖະບານ ສປປ ລາວເຊິ່ງແມ່ນ ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ( MPWT) ເປັນເຈົ້າຂອງໂຄງການ ປັດຈຸບັນນີ້ສໍາເລັດແລ້ວຫຼາຍກວ່າ 79%.

ຂົວດັ່ງກ່າວເປັນຂົວແບບປະສົມ, ພາກສ່ວນເທິງເປັນຂົວໂຄງສ້າງເຫຼັກ, ພາກສ່ວນລຸ່ມເປັນເສົາເບຕົງເສີມເຫຼັກ, ໂຄງສ້າງພາກສ່ວນເທິງ ເປັນຂົວເສີມເຫຼັກ, ລວງຍາວ 505 ແມັດ, ມີທັງໝົດ 7 ຊ່ວງ, ຄວາມກ້ວາງທັງໝົດຂອງຂົວ 12,12 ແມັດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...