ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 19 ມີນາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ເຈົ້ານະຄອນ ໄກສອນ ພົມວິຫານ ລົງຊຸກຍູ້ຂະບວນການຜະລິດກະສິກຳເປັນສິນຄ້າ

อาจเป็นรูปภาพของ 5 คน, ผู้คนกำลังยืน, กลางแจ้ง และ ต้นไม้

ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ລົງຊຸກຍູ້ຂະບວນການຜະລິດກະສິກຳຂອງປະຊາຊົນ ຢູ່ບ້ານຊອກ ແລະ ບ້ານຫ້ວຍ ທ່ານໄປຢ້ຽມຢາມເບິ່ງສ່ວນໜາກເຜັດຂອງທ່ານ ສີຫອມ ປະຊາຊົນບ້ານຊອກ ເຊີ່ງເປັນຄອບຄົວຕົວແບບໃນການປູກໜາກເຜັດຂາຍ ແລະ ຍັງໄດ້ໄປຢ້ຽມຢາມເບິ່ງຟາມ ລ້ຽງໄກ່ພັນໄຂ່ ຂອງທ່ານ ສີທາ ສິງສຸວົງ ຢູ່ທີ່ບ້ານຊອກ.

ໃນການລົງໄປໃນແຕ່ລະຈຸດທ່ານ ເຈົ້ານະຄອນ ກໍ່ໄດ້ມີທັດສະນະແລກປ່ຽນກັບປະຊາຊົນຕໍ່ກັບການຜະລິດ ແລະໄດ້ເນັ້ນໃຫ້ໜ່ວຍງານກະສິກຳ ແລະພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ລົງໄກ້ຊິດຕິດແທດກັບປະຊາຊົນ, ຊ່ວຍເຫຼືອຊຸກຍູ້ສົ່ງເສີມປະຊາຊົນໃຫ້ມີການຜະລິດກະສີກໍາເປັນສິນຄ້າໃຫ້ຫຼາຍຂື້ນ…ອ່ານຕໍ່

ເມືອງ ຈອມເພັດຮັບຮອງ 15 ບ້ານເປັນບ້ານໜັກແໜ້ນເຂ້້ມແຂງ

ທີ່ບ້ານ ໂຄກສະຫວ່າງ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດຮັບຮອງ 15 ບ້ານ ເປັນບ້ານໜັກແໜ້ນແຂັ້ມແຂງ ເຊິ່ງປະກອບມີ: ບ້ານ ໂຄກສະຫວ່າງ,ຊ້ອງໃຕ້,ຊ້ອງເໜືອ,ປາກລືມ, ມ່ວງແກ້ວ,ມ່ວງຄຳ,ສະນົກມຸງຄຸນ,ຖິ່ນໂຮງ,ຫ້ວຍໝ້ຽງ,ສະເລື່ອນ,ຫ້ວຍມາດ,ນາອ່າງ,ຫ້ວຍທາກ,ນາງີ້ວ ແລະ ບ້ານ ນາໄຮ ,ມີ 1.167 ຄອບຄົວ.

ຜ່ານການປະເມີນຕົວຈິງ ເຫັນວ່າ 15 ບ້ານ,ໄດ້ມີການປະຕິບັດຕາມພາລະບົດໜ້າສິດ ແລະ ໜ້າທີ່ຂອງຕົນໄດ້ຕາມ10 ມາດຕະຖານຂອງບ້ານໜັກແໜ້ນແຂັ້ມແຂງ ທີ່ໄດ້ກຳນົດໄວ້ ໂດຍສະເພາະແມ່ນວຽກງານຕາມ 5 ໜ່ວຍງານຊ່ວຍວຽກຂອງກົງຈັກການຈັດຕັ້ງ, ການຊັບຊ້ອນພະນັກງານຂັ້ນບ້ານໃຫ້ທຸກໜ່ວຍງານຕາມລະບຽບການ, ມີລະບຽບຄຸ້ມຄອງບໍລິຫານບ້ານ,ມີຫ້ອງການບ້ານຖາວອນ,ມີການປະຈຳການຂອງອົງການປົກຄອງບ້ານ ເປັນປົກກະຕິ…ອ່ານຕໍ່

ມອບ-ຮັບ ຂົວຈົມຫ້ວຍລະວໍ ບ້ານ ປະໂຕ໊ຍໃຫຍ່ ເມືອງນອງ ແຂວງສະຫວັນນະເຂດ

อาจเป็นรูปภาพของ 14 คน, ผู้คนกำลังยืน และ กลางแจ้ง

ໂຄງການກໍ່ສ້າງຂົວຈົມ ຫ້ວຍລະວໍ ບ້ານ ປະໂຕ໋ຍໃຫຍ່ທີ່ຂຶ້ນກັບ ຈຸດສຸມ ຕັງອາໄລ – ລະແບງ, ເມືອງນອງ ແຂວງສະຫວັນນະເຂດ ໄດ້ເລີ່ມກໍ່ສ້າງມາແຕ່ ວັນທີ 1 ກໍລະກົດ 2021 ແລະ ກໍ່ສ້າງສຳເລັດ 100% ເຊິ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນງານໂຄງການ ແລະ ເປັນບູລິມະສິດໜຶ່ງ ທີ່ວຽກງານໂຍທາທິການ ແລະຂົນສົ່ງ ໄດ້ກຳນົດໄວ້ໃນແຜນພັດທະນາ ເສດຖະກິດ – ສັງຄົມ 5 ປີ ຂອງເມືອງ.

ຂົວຈົມ ຫ້ວຍລະວໍ ບ້ານ ປະໂຕ໋ຍໃຫຍ່ ມີລວງຍາວທັງໝົດ 53 ແມັດ, ກວ້າງ 4 ແມັດ, ເຊິ່ງໃນປີ 2021 ເມືອງນອງແມ່ນໄດ້ຮັບທຶນສະໜັບສະໜູນ ທຶນພັດທະນາເມືອງ ພາຍໃຕ້ໂຄງການ (GPAR GIDP) ສຳລັບການ ກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍ ຢູ່ຂັ້ນຊຸມຊົນ ແລະຂັ້ນກຸ່ມບ້ານ…ອ່ານຕໍ່

ຫ້ອງການສາທາລະນະສຸກເມືອງ ອາດສະພອນ ຈັດພິທີວາງສີລາລືກ ກໍ່ສ້າງຕຶກສົງ

อาจเป็นรูปภาพของ 10 คน และ ผู้คนกำลังยืน

ຢູ່ທີ່ເດີ່ນຫ້ອງການສາທາລະນະສຸກ ເມືອງ ອາດສະພອນ ແຂວງ ສະຫັວນນະເຂດ ໄດ້ມີພິທີວາງສີລາລືກ ກໍ່ສ້າງຕຶກປິ່ນປົວພະສົງ-ສາມະເນນ ປະຈໍາເມືອງຂຶ້້ນຢ່າງເປັນທາງການ ພ້ອມນັ້ນທ່ານເຈົ້າເມືອງກໍ່ໄດ້ມີຄໍາເຫັນໂອ້ລົມສໍາລັບການກໍ່ສ້າງຕຶກສົງ ຢູ່ໂຮງໝໍເມືອງ ໃນຄັ້ງນີ້.

ການກໍ່ສ້າງຕາມແຜນ ແມ່ນ ເປັນອາຄານຊັ້ນດຽວ ມີ 8 ຫ້ອງ ,ມີຄວາມ ກ້ວາງ 8 ແມັດ ຍາວ 35 ແມັດ ຄາດຄະເນວ່າຈະນໍາໃຊ້ທຶນເຂົ້າໃນການກໍສ້າງ ປະມານ 500 ລ້ານກີບ ໂດຍຈະ ລະດົມທັງພາຍໃນແລະຕ່າງປະເທດ ສໍາລັບພາຍໃນແມ່ນຈະໄດ້ອາໃສພຸດທະສາສະໜາ, ພະສົງ-ສາມະເນນ ຢູ່ ຂັ້ນແຂວງ-ຂັ້ນເມືອງ ແລະອົງການປົກຄອງເມືອງ, ການນໍາຂັ້ນເມືອງ ພາກສ່ວນທີ່ກ່ຽວຂ້ອງ ຊ່ວຍກັນລະດົມທຶນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...