ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 9 ເມສາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ລາວ ແລະ ຫວຽດນາມ ສືບຕໍ່ຮ່ວມມືໃນການຕ້ານສະກັດກັ້ນອາຊະຍາກໍາ

ອົງການໄອຍະການປະຊາຊົນແຂວງ ຈຳປາສັກ ສປປ ລາວ ແລະ ອົງການໄອຍະການປະຊາຊົນແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການເພີ່ມທະວີສາຍພົວພັນການຮ່ວມມືໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາ ລະຫວ່າງສອງແຂວງ

ພິທີເຊັນບົດບັນທຶກດັ່ງກ່າວ ໄດ້ຈັດຂຶ້ນທີ່ແຂວງ ຈຳປາສັກ  ລະຫວ່າງ ທ່ານ ຄຳມ່ວນ ພິລາພອນເດດ, ຫົວໜ້າອົງການ ໄອຍະການປະຊາຊົນແຂວງ ຈຳປາສັກ ແລະ ທ່ານ ຫງວຽນ​ ແທັງ ຮ້າຍ, ຫົວໜ້າອົງການໄອຍະການປະຊາຊົນແຂວງ ເທື່ອທຽນເຫວ້ ໂດຍການເຊັນບົດບັນທຶກລະຫວ່າງສອງຝ່າຍ ຄັ້ງນີ້ ກໍເພື່ອສືບຕໍ່ຈັດຕັ້ງປະຕິບັດແລກປ່ຽນບົດຮຽນ ແລະ ວຽກງານໄອຍະການ ລະຫວ່າງສອງແຂວງ…ອ່ານຕໍ່

ລົງສຳຫຼວດ! ພ້ອມພັດທະນາ ຕາດທອນ ໃຫ້ເປັນແຫຼ່ງທ່ອງທ່ຽວທໍາມະຊາດ

ບໍລິສັດ ນານາຊິນ ຈໍາກັດຜູ້ດຽວ ແລະ ບໍລິສັດໂລໂກສ ຈໍາກັດຜູ້ດຽວ ຊຶ່ງເປັນບໍລິສັດເອກະຊົນລາວໄດ້ຮ່ວມມືກັນໃນການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ  ຕາດທອນ ແບບອະນຸລັກທໍາມະຊາດ ໂດຍປະຊາຊົນມີສ່ວນຮ່ວມ ຢູ່ ເຂດບ້ານນາພົງ ເມືອງປາກກະດິງ ແຂວງບໍລິຄໍາໄຊ

ເຊິ່ງວ່າການພັດທະນາຕາດທອນນີ້ ຈະເກີດຂຶ້ນແນ່ນອນ ຊຶ່ງໃນແງ່ການລົງທຶນແມ່ນ ຍັງຕ້ອງໄດ້ລໍຖ້າການປະເມີນ ຫຼື ການກໍ່ສ້າງຕົວຈິງ ແລະ ການກໍ່ສ້າງຈະຕ້ອງບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ…ອ່ານຕໍ່

ເປີດບໍລິການແລ້ວ! ຫໍພິພິທະພັນຫຼວງພະບາງ

ທ່ານ ສົມໃຈ ຫົງພະຈັນ ຫົວໜ້າຫໍພິພິທະພັນ ແຂວງຫຼວງພະບາງ ໄດ້ແຈ້ງໃຫ້ຮູ້ວ່າ: ການເປີດຫໍພິພິທະພັນຫຼວງພະບາງ ທຸກໆວັນນີ້ກໍເພື່ອແນໃສ່ຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວນະຄອນຫຼວງພະບາງ

ເຊິ່ງຈະໄດ້ເປີດບໍລິການໃຫ້ແກ່ນັກທ່ອງທ່ຽວ ທຸກໆວັນນັບແຕ່ເວລາ 8:00 ໂມງ ຫາ 16:00 ໂມງ ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວທີ່ມາທ່ຽວໄດ້ແຕ່ ວັນເສົາ-ວັນທິດ ແລະ ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້…ອ່ານຕໍ່

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...