ມາຮູ້ຈັກກັບ IP ຄ່າມາດຕະຖານໃນການປ້ອງກັນຝຸ່ນ ແລະ ກັນນໍ້າ

IP ຫຍໍ້ມາຈາກ ຄຳວ່າ International Protection Standard ຫຼືວ່າ ຄ່າມາດຕະຖານໃນການປ້ອງກັນຝຸ່ນ ແລະ ນໍ້າ ຂອງເຄື່ອງໃຊ້ໄຟຟ້າ, ກ່ອນຈະໄປຫຼິ້ນປີໃໝ່ລາວ ຈົນເຮັດໃຫ້ນ້ຳເຂົ້າໂທລະສັບມືຖື ມາທຳຄວາມຮູ້ຈັກຄ່າຂອງ IP ໃຫ້ລະອຽດກ່ອນ ຈຶ່ງຈະສາມາດຮູ້ໄດ້ວ່າ ເຄື່ອງໂທລະສັບທີ່ເຮົົາໃຊ້ຢູ່ນັ້ນ ສາມາດປ້ອງກັນນໍ້າໄດ້ໃນລະດັບໃດ?

ສຳລັບຕົວເລກການປ້ອງກັນ ແມ່ນຈະຂຶ້ນຢູ່ກັບແຕ່ລະດັບເຊັ່ນ IP54, IP65, IP66, IP67, IP68 ເຊິ່ງຕົວເລກທັງສອງໂຕທີ່ຢູ່ດ້ານຫຼັງ IPxy ແມ່ນຄ່າທີ່ບົ່ງບອກເຖິງການປ້ອງກັນຂອງແຂງ ແລະ ການປ້ອງກັນຂອງແຫຼວ.

ລະດັບການປ້ອງກັນຕໍ່ຂອງແຂງ ຫຼື ຝຸ່ນ (X) 7 ລະດັບເຊິ່ງມີລາຍລະອຽດ ດັ່ງນີ້:

  • 0 ປ້ອງກັນບໍ່ໄດ້ເລີຍ
  • 1 ປ້ອງກັນຂອງແຂງຂະໜາດ 50 ມມ ໄດ້
  • 2 ປ້ອງກັນຂອງແຂງຂະໜາດ 12 ມມ ໄດ້
  • 3 ປ້ອງກັນຂອງແຂງຂະໜາດ 2.5 ມມ ໄດ້
  • 4 ປ້ອງກັນຂອງແຂງຂະໜາດ 1 ມມ ໄດ້
  • 5 ປ້ອງກັນຝຸ່ນລະດັບໃນລະດັບໜຶ່ງ
  • 6 ປ້ອງກັນຝຸ່ນລະອອງໄດ້ແບບສົມບູນ

ລະດັບການປ້ອງກັນຕໍ່ຂອງແຫຼວ ຫຼື ນໍ້າ (Y) 9 ລະດັບເຊິ່ງມີລາຍລະອຽດ ດັ່ງນີ້:

  • 0 ນໍ້າເຂົ້າສະບາຍ
  • 1 ສາມາດປ້ອງກັນຢອດນໍ້າໃນແນວຕັ້ງໄດ້ເຊັ່ນ: ຢອດນໍ້າຕົກໃສ່
  • 2 ສາມາດປ້ອງກັນຢອດນໍ້າໃນລວງອ່ຽງໄດ້ 15 ອົງສາ ເຊັ່ນ: ຢອດນໍ້າຈາກຝົນ
  • 3 ສາມາດປ້ອງກັນຢອດນໍ້າໃນລວງອ່ຽງໄດ້ 60 ອົງສາ ເຊັ່ນ: ຝົນຕົກ (ແຕ່ນໍ້າຍັງມີໂອກາດສາມາດເຂົ້າໄດ້)
  • 4 ສາມາດປ້ອງກັນລະອອງນໍ້າ ຈາກທຸກທິດ ເຊັ່ນ: ການສາດນໍ້າໃສ່ (ແຕ່ນໍ້າຍັງມີໂອກາດສາມາດເຂົ້າໄດ້)
  • 5 ສາມາດປ້ອງກັນນໍ້າຈາການຖືກສີດໃສ່ ຈາກຫົວສີດຂະໜາດ 6.3 ມມ
  • 6 ສາມາດປ້ອງກັນນໍ້າຈາການຖືກສີດໃສ່ ຈາກຫົວສີດຂະໜາດ 12.5 ມມ
  • 7 ສາມາດປ້ອງກັນນໍ້າຈາການຈົມນໍ້າໄດ້ເລິກສຸດ 1 ແມັດ ໃນເວລາສູງສຸດ 30 ນາທີ
  • 8 ສາມາດປ້ອງກັນນໍ້າຈາການຈົມນໍ້າໄດ້ເລິກສຸດ 1.5 ແມັດ ໃນເວລາສູງສຸດ 30 ນາທີ ຫຼື ກັນໄດ້ຖາວອນໃນໂທລະສັບບາງລຸ້ນ

ຈາກຄ່າຕົວເລກທີ່ເຮົາເຫັນກໍສາມາດຮູ້ໄດ້ເລີຍວ່າ ຄ່າຂອງ IP ແຕ່ລະລະດັບນັ້ນມີຄວາມສາມາດໃນລະດັບໃດແນ່ ເຊິ່ງຄ່າຄວາມສາມາດທີ່ກັນນໍ້າໄດ້ດີທີ່ສຸດກໍໜ້າຈະເປັນ IP67 ແລະ IP68 ຖ້າຕໍ່າກວ່ານັ້ນໂອກາດທີ່ຈະນໍ້າເຂົ້າແມ່ນມີສູງ.

ສຸດທ້າຍແລ້ວ ຖ້າເຮົາຮູ້ຄ່າເຫຼົ່ານີ້ໄວ້ກ່ອນທີ່ຈະໄປຫຼິ້ນ ບຸນປີໃໝ່ລາວ ຫຼື ສົງການ ເຮົາກໍຈະຮູ້ວ່າໂທລະສັບເຮົາກັນຝຸ່ນ ແລະ ນໍ້າໄດ້ໃນລະດັບໃດ, ແຕ່ທາງທີ່ດີທີ່ສຸດແມ່ນບໍ່ຄວນໃຫ້ໂທລະສັບຖືກນໍ້າ ເຖິງຈະເປັນລຸ້ນທີ່ມີຄ່າ IP ສູງໆກໍຕາມ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...