ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 14 ພຶດສະພາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ພົບເຫັນສິນຄ້າໝົດອາຍຸ ແລະບໍ່ຖຶກກົດໝາຍ ຢູ່ເມືອງຊຽງເງິນ

ກອງບັນຊາການ ປກສ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຊຽງເງິນ, ໄດ້ລົງກວດກາສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນນະພາບ, ສິນຄ້າປອມແປງ ແລະ ສິນຄ້າບໍ່ເສຍພາສີຢູ່ພາຍໃນເມືອງຊຽງເງິນ ແຂວງຫຼວງພະບາງ ເພື່ອເປັນການປົກປ້ອງຜູ້ຊົມໃຊ້, ຜູ້ບໍລິໂພກໃຫ້ມີຄວາມປອດໄພ ລວມທັງຜູ້ຈຳໝ່າຍ

ຜ່ານການລົງກວດກາທັງໝົດພາຍໃນ 16 ບ້ານ ພົບເຫັນສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນນະພາບ, ສິນຄ້າປອມແປງ ແລະ ສິນຄ້າບໍ່ເສຍພາສີທັງໝົດ 25 ຮ້ານ, ມີ 4 ປະເພດຄື: ຢາປິ່ນປົວພະຍາດ, ຢາສູບທີ່ບໍ່ທັນໄດ້ເສຍພາສີ, ນ້ຳມັນເຄື່ອງລໍ່ລື່ນລົດຈັກ ແລະ ປະເພດເຄື່ອງດື່ມຊູກຳລັງ, ເຄື່ອງບໍລິໂພກຕ່າງໆ 47 ລາຍການ ລວມມູນຄ່າທັງໝົດ 9.422.000 ກີບ…ອ່ານຕໍ່

ຄະນະຮັບຜິດຊອບຕິດຕາມກວດກາ ໂຄງການກໍ່ສ້າງສະຖານີວິທະຍຸບໂທລະພາບ ແຂວງໄຊສົມບູນ

อาจเป็นรูปภาพของ 9 คน, ผู้คนกำลังยืน, สถานที่ในร่ม และ ข้อความพูดว่า "EXIT EXIT A"

ຄະນະຮັບຜິດຊອບຕິດຕາມກວດກາ ໂຄງການກໍ່ສ້າງສະຖານີວິທະຍຸບໂທລະພາບ ແຂວງໄຊສົມບູນ ໄດ້ເຄື່ອນໄຫວເກັບກຳຂໍ້ມູນ-ກວດກາ ໂຄງການກໍ່ສ້າງ ສະຖານີວິທະຍຸ-ໂທລະພາບ ແຂວງ ຫ່ວງທຶນສົມທົບ ຂອງລັດຖະບານລາວ

ຊຶ່ງໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ເດືອນພະຈິກ ປີ 2021 ເປັນຕົ້ນມາ ແລະ ສຳເລັດໃນເດືອນມີນາ ປີ 2022 ຜ່ານມາ ລວມມູນຄ່າຕາມສັນຍາ ທັງໝົດ 1 ຕື້ 7 ຮ້ອຍລ້ານກວ່າກີບ ໃນນັ້ນ ປະກອບມີ 7 ໜ້າວຽກຄື: ຮື້ຖອນອາຄານເກົ່າ, ປັບດິນ, ເກັບກູ້ລະເບີດ, ການກໍ່ສ້າງ…ອ່ານຕໍ່

ພະແນກການເງິນແຂວງອຸດົມໄຊ ໄດ້ຮັບອຸປະກອນ ລະບົບກອງປະຊຸມທາງໄກ

อาจเป็นรูปภาพของ 9 คน และ ผู้คนกำลังยืน

ທີ່ຫ້ອງປະຊຸມພະແນກການເງິນແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບອຸປະກອນ ລະບົບປະຊຸມທາງໄກ (VC) 1 ຊູດ ຈາກ ກະຊວງການເງິນ ໃຫ້ພະແນກການເງິນແຂວງອຸດົມໄຊ ເພື່ອໝູນໃຊ້ລະບົບທັນສະໄໝເຂົ້າໃນການຈັດກອງປະຊຸມ, ເພີ່ມຄວາມສະດວກສະບາຍໃນການຈັດກອງປະຊຸມທາງໄກ.

ໃຫ້ກຽດມອບໂດຍທ່ານ ນໍ່ຊ່ວງ ທຸມມາ ຮອງຫົວໜ້າພະແນກຫ້ອງການກະຊວງການເງິນ ແລະ ຕາງໜ້າພະແນກການເງີນແຂວງອຸດົມໄຊ ຮັບໂດຍແມ່ນທ່ານ ທອງເພັດ ສີສົມແພງ ຮອງຫົວໜ້າຂະແໜງຈັດຕັ້ງບໍລິຫານພະແນກການເງິນ ແຂວງ ອຸດົມໄຊ…ອ່ານຕໍ່

ປະຊາຊົນບ້ານປຸ່ງບໍ່ ເມືອງໂພນທອງຮ່ວມກັບທະຫານ ກໍ່ສ້າງສະໂມສອນບ້ານ

อาจเป็นรูปภาพของ 8 คน, ผู้คนกำลังยืน และ กลางแจ้ง

ທີມງານກໍ່ສ້າງຮາກຖານການເມືອງ ປະຈໍາຢູ່ຈຸດບ້ານປຸ່ງບໍ່, ເມືອງໂພນທອງ, ແຂວງຫຼວງພະບາງ, ໄດ້ນໍາພາຂະບວນການກໍ່ສ້າງສະໂມສອນຂອງບ້ານ ໂດຍການຊີ້ນຳ-ນຳພາຂອງ ສະຫາຍ ພັນໂທ ທອງສຸກ ມະນີວັນ ເລຂາໜ່ວຍພັກພະແນກການເມືອງ ຮອງຫົວໜ້າການເມືອງກອງບັນຊາການທະຫານເມືອງໂພນທອງ

ສະໂມສອນຫຼັງດັ່ງກ່າວມີຂະໜາດກ້ວາງ 6 ແມັດຍາວ 12 ແມັດ, ສູງ 3 ແມັດ, ຈະມຸງດ້ວຍສັງກະສີ, ແອ້ມຝາໄມ້ແປ້ນ, ເທພື້ນເບຕົງ. ເຊິ່ງງົບປະມານ ແລະທືນຂອງການກໍ່ສ້າງແມ່ນໄດ້ມຈາກຫຼາຍພາກສ່ວນປະກອບສ່ວນ, ໃນນີ້ເມືອງໂພນທອງໄດ້ປະກອບສ່ວນຊ່ວຍເຫຼືອເປັນສັງກະສີ, ບ້ານຮັບຜິດຊອບໄມ້, ແຮ່-ຊາຍ ແລະ ແຮງງານ, ສ່ວນຊີມັງແມ່ນທິມງານກໍ່ສ້າງຮາກຖານເປັນຜູ້ປຸກລະດົມຂົນຂວາຍແຜ່ວັດຖຸປັດໃຈຈາກພະນັກງານ – ນັກຮົບ, ນັກທຸລະກິດ, ພໍ່ຄ້າຊາວຂາຍ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...