ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 31 ພຶດສະພາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ພາກລັດ ຈະສົ່ງເສີມວຽກງານການຜະລິດສີນຄ້າ ແລະ ການບໍລິການ ແຂວງຈຳປາສັກ

อาจเป็นรูปภาพของ 2 คน และ ผู้คนกำลังนั่ง

ທ່ານ ສຳລານ ວິສຸດທິວົງ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ກໍ່ໄດ້ ຂື້ນຜ່ານບົດລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ 1 ປີ 2021 ແລະ ທິດທາງ ແຜນການປີ 2022 ທ່ານໃຫ້ຮູ້ວ່າ: ໃນທົ່ວເມືອງມີໂຮງງານອຸດສາຫະກຳ-ຫັດຖະກຳທັງໝົດ 203 ຫົວໜ່ວຍ,ທຽບໃສ່ແຜນປີປະຕິບັດໄດ້83%,ທຽບໃສ່ໄລຍະຜ່ານມາ ຫຼຸດລົງ 4%

ສາມາດອອກອະນຸຍາດສ້າງຕັ້ງ ແລະ ສືບຕໍ່ດຳເນີນກິດຈະການໄດ້ທັງໝົດ 181 ແຫ່ງ, ວິສາຫະກິດ SME ໃນທົ່ວເມືອງ 682 ຫົວໜ່ວຍ, ອອກທະບຽນວິສາຫະກິດໄດ້ 59 ທະບຽນ, ສີນຄ້ານຳເຂົ້າ ແລະ ສົ່ງອອກປະເພດກະສີກຳ ແລະ ຫັດຖະກຳ 17,656,337,800ກີບ,ສີນຄ້າສົ່ງອອກເມືອງທຽບໃສ່ໄລຍະດຽວໄດ້ 94% ທຽບໃສ່ແຜນປີ 2021…ອ່ານຕໍ່

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແຂວງຄຳມ່ວນ ຮຽກຮ້ອງສັງຄົມປະຍັດເພື່ອພ້ອມພາກັນຜ່ານພົ້ນວິກິດບັນຫານໍ້າມັນຂາດແຄນ

อาจเป็นรูปภาพของ 1 คน

ທ່ານ ວົງສອນ ພິມມະວົງສາ ຫົວໜ້າລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ ປະຈຸບັນພົບບັນຫານໍ້າມັນບໍ່ພຽງພໍ ສະນັ້ນເລີຍໄດ້ຈັດແບ່ງນໍ້າມັນໃຫ້ປໍ້າຕົວແທນພາຍໃນເທດສະບານແຂວງ, ບັນດາເມືອງໃນທົ່ວແຂວງ, ໃນການສະໜອງນໍ້າມັນສະເລ່ຍ ປະມານ ອາທິດລະ 1-2 ຄັ້ງ

ໃນເມືອພົບວິກິດແບບນີ້ຂ້າພະເຈົ້າໃນນາມຫົວໜ້າບໍລິສັດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ຢາກຂໍຮຽກຮ້ອງມາຍັງສັງຄົມ ໃຫ້ປະຍັດໃນການນໍາໃຊ້ ຫລີກລ້ຽງບັນຫາໄປຫລີ້ນໄປທ່ຽວໂດຍສິ່ງບໍ່ຈຳເປັນ ແລະ ນໍ້າມັນມີສະຕອກໄວ້ນີ້ເພື່ອນຳໃຊ້ເຂົ້າໃນດ້ານກະສິກຳ ການເຮັດໄຮ່, ໄຖນາ ເພື່ອລ້ຽງຊີບປະຈຳວັນ…ອ່ານຕໍ່

ປີ 2022 ແຂວງບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ

อาจเป็นรูปภาพของ 10 คน และ ข้อความ

ການເຄື່ອນໄຫວຂອງອົງການກາແດງແຂວງບໍລິຄຳໄຊ 1 ປີຜ່ານມາ ເຫັນວ່າມີຫຼາຍງຽກງານພົ້ນເດັ່ນ ແລະ ໄດ້ຮັບຜົນສຳເລັດ ເປັນຕົ້ນແມ່ນ ປຸກລະດົມບໍລິຈາກເລືອດໄດ້ 117 ຄັ້ງ, ຮັບບໍລິຈາກເລືອດ 2.741 ຖົງ ເທົ່າກັບ 91,36%

ສຳລັບທິດທາງແຜນການ ປີ 2022 ອົງການກາແດງແຂວງບໍລິຄຳໄຊ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກງໃຫ້ສຳເລັດ ດ້ວຍປະສິດທິຜົນສູງສຸດ ໂດຍສະເພາະວຽກງານບໍລິຈາກເລືອດ ໃຫ້ບັນລຸຕົວເລກຄາດໝາຍສູ້ຊົນ ຕາມແຜນຍຸດທະສາດເລືອດແຫ່ງຊາດວາງໃຫ້ ຄື 3.100 ຖົງ…ອ່ານຕໍ່

ເມືອງແອດ ແຂວງຫົວພັນ ໄດ້ຮັບໂຄງການກໍ່ສ້າງເສັ້ນທາງເຂດຊົນນະບົດ

อาจเป็นรูปภาพของ 4 คน, ต้นไม้, พื้นหญ้า และ ถนน

ທ່ານ ເສີມຄໍາ ຈັນທະວົງ ຫົວໜ້າໂຄງການ ພັດທະນາຊົນນະບົດ ໄລຍະ 3 ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍທີມງານຊ່ຽວຊາານ ຈາກປະເທດເຢຍລະມັນ ສົມທົບການນຳເມືອງ ໄດ້ປະຊຸມປືກສາຫາລື ແລະ ລົງສຳຫຼວດຄວາມເປັນໄປໄດ້ໃນໂຄງການປັບປຸງເສັ້ນທາງຢູ່ເມືອງແອດ

ເຊິ່ງມີ 2 ເສັ້ນທາງຄື: ເສັ້ນທາງເມືອງວັ້ນ – ຫ້ວຍຫຼົ່ມ ແລະ ເສັ້ນທາງແກ່ວແຮ່ – ກະລັງ, ຄາດວ່າທ້າຍເດືອນພະຈິກນີ້ ບໍລິສັດທີ່ໄດ້ຮັບເໝົາໂຄງການ ຈະເລີ່ມລົງມືກໍ່ສ້າງເສັ້ນທາງເຂດຊົນນະບົດ ໄດ້ຮັບການປະກອບທືນຈາກລັດຖະບານລາວ 9 ຕື້ກ່ວາກີບ ແລະ ທືນຊ່ວຍເຫຼືອຈາກລັດຖະບານເຢຍລະມັນ 350.000 ໂດລາ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...