Monday, May 25, 2026
Kbank Laos โอน รับ จ่าย
-->

ເປີດໃຈ ເພດທີ 3! ເພດທາງເລືອກ ທີ່ບໍ່ມີທາງເລືອກ.

ປັດຈຸບັນ ການມີບົດບາດທາງສັງຄົມຂອງເພດທີ 3 ຢູ່ບ້ານເຮົາ ເລີ່ມມີໃຫ້ເຫັນກັນຫຼາຍຂຶ້ນ ແລະ ເປັນທີ່ຮັບຮູ້ຫຼາຍຂຶ້ນ, ແຕ່ກໍຍັງມີຂໍ້ຈຳກັດ ສຳລັບເພດທີ 3 ນີ້ຢູ່. ຕໍ່ໄປນີ້ ແມ່ນຄວາມຮູ້ສຶກຂອງເພດທີ 3 ທີ່ຢາກບອກໃຫ້ສັງຄົມຮັບຮູ້:    

ວະນິດາ ທອງເທບ ຫຼື ປ໊ອບປີ້ ມາສເຕີ ເຈົ້າຂອງບົດເພງ “ຄົນບໍ່ສຳຄັນ” ບອກວ່າ ຄວາມຈຳກັດທາງເພດມັນຍັງຄົງມີຢູ່ຫຼາຍໆບອ່ນ ບໍລິສັດ ໂດຍສະເພາະທີ່ເປັນລັດ ຈະມີການຫ້າມແຕ່ງຍິງ ທັ້ງທີ່ຖ້າໃຫ້ແຕ່ງເປັນຜູ້ຍິງໄປເລີຍ ມັນກໍ່ຈະເບິ່ງສະບາຍຕາກວ່າທີ່ຈະໃຫ້ໄສ່ຊຸດຜູ້ຊາຍຈົ່ງຜົມພໍກະເທີນ ແຕ່ງຫນ້າຂາວປາກແດງນັ່ງເຮັດວຽກ ເຖິງວ່າເຂົາເຈົ້າໄດ້ເຮັດວຽກທີ່ມັກທີ່ຂອ້ນຂ້າງໝັ້ນຄົງ ແຕ່ກໍບໍ່ມີຄວາມສຸກເຕັມ100.

ສຳລັບການຍອມຮັບຈາກສັງຄົມໃນປັດຈຸບັນ ປ໊ອບປີ້ ຄິດວ່າ ມັນດີກວ່າຈາກເມື່ອກ່ອນຫຼາຍຂຶ້ນ  ຄອບຄົວຫຼາາຍຄອບຄົວ ກໍບໍ່ໄດ້ກົດດັນລູກຄືແຕ່ເກົ່າ “ແຕ່ກະຍັງມີຢູ່ທີ່ຍັງບໍ່ຍອມຮັບ” ແຕ່ທັ້ງນີ້ທັ້ງນັ້ນ ກະຂຶ້ນກັບໂຕເຮົາເອງນຳວ່າ ເຮົາກ້າທີ່ຈະສູ້, ກ້າທີ່ຈະພິສູດໂຕເອງ ຫຼື ບໍ່ ວ່າເຮົາເປັນແບບນີ້ ກໍສາມາດເຮັດຫຍັງໄດ້ດີຄືກັບເພດອື່ນ ເຜີໆບາງຄົນກໍເຮັດໄດ້ດີກອ່ນກໍ0ຍັງມີ ລຸກຂຶ້ນຢືນຢັດຕໍ່ສູ້ກັບຄຳດູຖູກເຮັດໃຫ້ຄົນໄດ້ຮູ້ວ່າເພດຄືເຮົາ ມີຄວາມຮູ້, ຄວາມສາມາດ ຫຼາຍຢ່າງກວ່າທີ່ຄິດ.

ຖ້າແມ່ນແຕ່ກອ່ນກະເສຍໃຈແຮງ ເມື່ອຖືກດູໝິ່ນ ແຕ່ຕອນນີ້ບໍ່ແລ້ວ ຫຼື ອາດຈະເປັນຍອ້ນລຶ້ງກັບຄຳເວົາຄົນ ຫຼື ບໍ່ ກໍບໍ່ຮູ້ 5555 ເພາະເຮົາຮູ້ໂຕເຮົາດີວ່າ ທຸກມື້ນີ້ເຮົາເຮັດຫຍັງໄດ້ແດ່ ເຮົາມີຄຸນຄ່າຊໍ່າໃດ ເຮົາສາມາດລ້ຽງໂຕເອງໄດ້, ແບ່ງເບົາພາລະໃນຄອບຄົວໄດ້ ເຊິ່ງເຮົາກະບໍ່ໄດ້ເດືອດຮອ້ນຫຍັງ, ສິ່ງທີ່ຄົນອື່ນມີ ເຮົາກະມີ ກັບກາຍເປັນວ່າ ຢາກຫົວຊໍ້າຄົນທີ່ມາດູຖູກເພດທີ 3 ເພາະປ໊ອບປີ້ ຄິດວ່າ ເຂົາໃຈແຄບ ລະກະຍັງຂາດຄວາມຮູ້ຫຍັງຫຼາຍໆຢ່າງ ທີ່ໂລກເຂົາພັດທະນາໄປແລ້ວ.

ປ໊ອບປີ້ ຢາກຝາກບອກ ກຸ່ມຄົນທີ່ຍັງບໍ່ມັກ ແລະ ບໍ່ເຂົ້າໃຈ ຄົນທີ່ເປັນເພດທີ 3 ວ່າ ຊີວິດຄົນເຮົາມັນເລືອກເກີດບໍ່ໄດ້ ການທີ່ຈິດໃຈມັນເປັນເພດໃດແລ້ວ ມັນບໍ່ມີຢາ ຫຼື ນໍ້າວິເສດຈາກໃສ ທີ່ຈະມາກິນລະໃຫ້ເຊົາໄດ້. ສະນັ້ນ, ຢາກໃຫ້ເຂົ້າໃຈກັນແດ່ ຢາກໃຫ້ທຸກຄົນຫັນມາເບິ່ງທີ່ວ່າຄົນຜູ້ນັ້ນ ເຮັດຫຍັງໄດ້ແດ່ຕໍ່ສັງຄົມ ສິເປັນຄົນເພດໃດກະບໍ່ປະເສີດເທົ່າເປັນຄົນດີ ພໍໄດ້ແລ້ວກັບການຢຽດກັນ.

ປາດຖະໜາ ວິລະວົງ (ປາດ), 26 ປີ ບອກວ່າ ທີຜ່ານມາເຄີຍມີຄົນເວົ້າໃຫ້, ເວົ້າໃສ່ວ່າ ກະເທີຍ ແຕ່ສຳລັບເຮົາແລ້ວເປັນຄົນທີ່ບໍ່ຄ່ອຍສົນໃຈ ແລະ ແຄຣກັບຄຳເວົ້າຂອງຄົນຢູ່ແລ້ວ. ຖ້າຖາມວ່າາມີນ້ອຍໃຈບໍ່? ແມ່ນບໍ່ມີເລີຍ ເພາະເຮົາກະບໍ່ໄດ້ເຮັດຫຍັງຜິດມາ.

ສຳລັບຕົວເອງແລ້ວຄິດວ່າການດູຖູກ ຖືວ່າ ບໍ່ເປັນການໃຫ້ກຽດກັນ ຖ້າບໍ່ຈຳເປັນບໍ່ຄວນດູຖູກໃຜບໍ່ວ່າຈະເປັນເພດໃດກໍຕາມ, ເພາະທຸກຄົນໃນສັງຄົມ ມີມຸມມອງຂອງແຕ່ລະຄົນທີ່ແຕກຕ່າງກັນໄປ ເບິ່ງພາບລວມກ່ອນທີ່ຈະເຮັດຫຍັງລົງໄປ ບາງຄົນກະຍອມຮັບໃນເພດທີ 3 ວ່າມີຄວາມສາມາດຫຼາຍດ້ານ ແລະ ການທີ່ມີເພດທີ່ 3 ຂຶ້ນມາ ມັນກໍສາມາດສ້າງສີສັນໃຫ້ສັງຄົມໄດ້.

ປັດຈຸບັນ ສັງຄົມກໍມີການເປີດກວ້າງ ແລະ ຍອມຮັບຫຼາຍຂຶ້ນ ເພາະທີ່ຜ່ານມາເພດທີ 3 ຫຼາຍຄົນ ກໍປະສົບຜົນສຳເລັດຫຼາຍ ຮູ້ສຶກດີທີ່ມີການຍອມຮັບໃນສັງຄົມ.

ສ່ວນການສະໝັກວຽກສຳລັບປາດແລ້ວການເປັນເພດທີ 3 ບໍ່ໄດ້ກະທົບຫຍັງກັບຕົວເຮົາເລີຍ ເພາະປົກກະຕິກະເປັນຄົນນອບນ້ອມ ພຽງແຕ່ເປັນຕົວຂອງຕົນເອງກະພໍ ແຕ່ບໍ່ເຄີຍຖືກປະຕິເສດຈາກສັງຄົມ, ຈາກການສະມັກວຽກ ເພາະສຳລັບປາດແລ້ວການໃຊ້ຊີວິດມັນຂຶ້ນຢູ່ກັບສະຖານະການວ່າເຮົາຢູ່ໃນສະຖານະການໃດ ແລະ ຄວນໃຊ້ກິລິຍາມາລະຍາດແນວໃດ.

ອໍລະວັນ ເຄນມະວົງ (ນ໋ອງ), 27 ປີ ການທີ່ຈະໃຫ້ທຸກຄົນມາຍອມຮັບວ່າເຮົາເປັນເພດທີ່ 3 ນັ້ນຄົງຈະເປັນໄປບໍ່ໄດ້ ແຕ່ການທີ່ເຮົາຍອມຮັບໂຕເອງ ແລະ ກ້າເປີດເຜີຍຕໍ່ສັງຄົມນັ້ນ ແມ່ນເຮົາສາມາດເຮັດໄດ້.

ການເປັນເພດທີ 3 ທີ່ຈົ່ງຜົມຍາວຄືແມ່ຍິງ ຈະບໍ່ມີຜົນກະທົບ, ແຕ່ສ່ວນຕົວ ນ໋ອງ ຜົນກະທົບຫຼັກໆເລີຍຄື ການເຂົ້າຫ້ອງນ້ຳໃນທີ່ສາທາລະນະ ວ່າຈະເຂົ້າຫ້ອງນ້ຳທາງໃດດີ, ເພາະໃນຮູບຊົງແລ້ວ ນ໋ອງຕັດຜົມຄືຜູ້ຊາຍເລີຍ ບາງເທື່ອເຂົ້າຫ້ອງນ້ຳຜູ້ຍິງແລ້ວມີຄົນທ້ວງວ່າ ຫ້ອງນ້ຳຊາຍຢູ່ທາງນັ້ນ ແຕ່ຈະໃຫ້ເຮົາເຂົ້າຫ້ອງນຳຊາຍ ກໍຢ້ານຄວາມບໍ່ປອດໄພຂອງຕົນເອງ ຍ້ອນວ່າເຮົາກໍຍັງເປັນເພດຍິງຢູ່ ການແກ້ບັນຫາຂອງ ນ໋ອງ ກໍຄືບໍ່ປວດແຮງກະຈະຫຼີກລ້ຽງການເຂົ້າຫ້ອງນ້ຳສາທາລະນາ ຫຼື ອົດບໍ່ໄຫວເຂົ້າເຈົ້າຖາມກໍຈະບອກເລີຍວ່າຂ້ອຍບໍ່ແມ່ນຜູ້ຊາຍ.

ຜົນກະທົບອີກດ້ານໜຶ່ງກໍຈະເປັນການສະໝັກວຽກ ບາງຫ້ອງການອາດບໍ່ເປັນບັນຫາ ແຕ່ພື້ນຖານບ້ານເຮົາກໍຈະຖືການແຕ່ງກາຍຕາມວັດທະນາທຳ ເຊັນ ແມ່ຍິງຕ້ອງນຸ່ງສິ້ນໄປວຽກ ແຕ່ມັນເປັນການຝືນຄວາມຮູ້ສຶກເຮົາ ໃນສິ່ງທີ່ເຮົາເປັນ ເຊິ່ງ ນ໋ອງ ໄດ້ກ້າວຜ່ານຈຸດທີ່ຝືນຕົນເອງທີ່ສຸດມາແລ້ວ.  

ຝາກເຖິງທຸກຄົນທີ່ບໍ່ມັກ ຫຼື ບໍ່ພໍໃຈ ໃນການເປັນເພດທີ 3 ຂອງເຮົາ ເຖິງບໍ່ມັກກະບໍ່ເປັນຫຍັງ ແຕ່ຢູ່ຄົນລະບ່ອນ ແລະ ບໍ່ກ້າວກ່າຍກັນເກີນໄປ ແລະ ຂໍໃຫ້ເປີດໃຈເບິ່ງຄວາມສາມາດວ່າ ເປັນເພດນີ້ເຂົາໄປຮອດໃສກັນແລ້ວ ມີຄວາມສາມາດບໍ່ຕ່າງຈາກເພດຍິງ ຫຼື ເພດຊາຍເລີຍ ພຽງແຕ່ເປີດໃຈຈະເຫັນໄດ້ວ່າທຸກຄົນເທົ່າທຽມກັນ.

ຢາກໃຫ້ກຳລັງໃຈເຖິງບຸກຄົນທີຮູ້ສຶກວ່າເປັນເພດທາງເລືອກ ແຕ່ບໍ່ກ້າສະແດງອອກ ໃຫ້ເວລາກັບຕົນເອງພ້ອມທີ່ຈະເປີດເຜີຍ ແລະ ຍອມຮັບກັບສຽງຕຳນິ, ແລ້ວກັບໄປຖາມຕົນເອງວ່າເຮົາພ້ອມແລ້ວບໍ່ທີ່ຈະຮັບກັບຄຳຕອບໃນທາງທີດີ ຫຼື ອາດຈະບໍ່ດີກັບເຮົາ ພ້ອມຮັບມັນແລ້ວບໍ່ຖ້າມື້ໃດເຮົາພ້ອມຮັບມັນແລ້ວເຮົາເປີດເຜີຍໄປເລີຍ ເພາະນັ້ນເປັນສີ່ງທີ່ເຮົາໄດ້ບອກແລ້ວ ແລະ ມັນດີທີ່ສຸດແລ້ວຈະເຮັດໃຫ້ສະບາຍໃຈ ແລະ ບໍ່ປິດກັ້ນຕົນເອງອີກເລີຍ.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ