ອັນຕະລາຍຕໍ່ຮ່າງກາຍ ຫາກຕິດເຊື້ອ ໂຄວິດ-19 ເກີນ 2 ເທື່ອ

ລາຍງານຈາກ CNN ເວົ້າເຖິງຜົນກະທົບຕໍ່ສຸຂະພາບໃນການປ່ວຍ ຫາກເປັນຜູ້ປ່ວຍທີ່ຕ້ອງເຂົ້າຮັກສາ ໂດຍການຕິດ ໂຄວິດ ຫຼາຍກວ່າ 2 ເທື່ອຂຶ້ນໄປ ໂດຍຜົນອ້າງອີງການສຶກສາຜູ້ປ່ວຍກວ່າ 250.000 ຄົນ ປຽບທຽບລະຫວ່າງຜູ້ທີ່ປ່ວຍຈາກການຕິດເຊື້ອ ໂຄວິດ-19 ຈຳນວນ 1 ເທື່ອ, 2 ເທື່ອ ແລະ ຫຼາຍກວ່າ 2 ເທື່ອ ເພື່ອຄົ້ນຫາຜົນກະທົບທີ່ຈະເກີດຂຶ້ນຕໍ່ຮ່າງກາຍໃນໄລຍະຍາວໃຫ້ຫຼາຍຂຶ້ນ.

ຜົນການສຶກສາສະແດງໃຫ້ເຫັນວ່າ ຜູ້ທີ່ປ່ວຍດ້ວຍເຊື້ອ ໂຄວິດ ຕັ້ງແຕ່ 2 ເທື່ອຂຶ້ນໄປ ມີຄວາມສ່ຽງຫຼາຍກວ່າ ຜູ້ປ່ວຍທີ່ເຄີຍຕິດເຊື້ອ ໂຄວິດ ພຽງເທື່ອດຽວ ຫຼື ບໍ່ເຄີຍມີອາການຕິດເຊື້ອເລີຍ, ພາຍໃນ 6 ເດືອນຜູ້ປ່ວຍທີ່ຕິດເຊື້ອເທື່ອລ່າສຸດ ມີຄວາມສ່ຽງທີ່ຈະເສຍຊີວິດຫຼາຍຂຶ້ນ 2 ເທົ່າ ແລະ ຈະມີຄວາມສ່ຽງຕໍ່ການເຂົ້າປິ່ນປົວຢູ່ໂຮງໝໍຂຶ້ນເປັນ 3 ເທົ່າ ອີກທັງຍັງມີຄວາມສ່ຽງທີ່ຈະເປັນໂຣກຫົວໃຈ, ໂຣກປອດ, ອ່ອນເພຍເມື່ອຍລ້າ, ການເຮັດວຽກຂອງລະບົບຍ່ອຍອາຫານ ແລະ ໄຕ ຜິດປົກກະຕິ, ພ້ອມທັງສົ່ງຜົນກະທົບຕໍ່ອາການໂຣກເບົາຫວານ ແລະ ລະບົບປະສາດອີກດ້ວຍ.

ຈາກການສຶກສາຜູ້ປ່ວຍຕິດເຊື້ອເທື່ອທີ 1 ພົບວ່າ ມີຜູ້ປ່ວຍຕິດເຊື້ອຊ້ຳເປັນເທື່ອທີ່ 2 ປະມານ 38.200 ຄົນ ຫຼື ປະມານ 15% ແລະ ອີກຈຳນວນໜຶ່ງເປັນຜູ້ປ່ວຍຕິດເຊື້ອຊໍ້າເທື່ອທີ່ 3 ປະມານ 2.200 ຄົນ ປະມານ 5,8% ເຊິ່ງ 246 ຄົນຈາກຈຳນວນຜູ້ຕິດເຊື້ອເທື່ອທີ່ 3 ພົບວ່າຍັງຕິດເຊື້ອຊ້ຳອີກເປັນເທື່ອທີ 4.

ຈາກການສຶກສາຜົນກະທົບດັ່ງກ່າວ ເປັນການສະທ້ອນໃຫ້ເຫັນເຖິງການກາຍພັນຢ່າງໄວວາຂອງເຊື້ອ ໂຄວິດ ຕັ້ງແຕ່ສາຍພັນທຳອິດທີ່ພົບໃນປີ 2019 ເຊິ່ງກາຍພັນ ແລະ ຂະຫຍາຍພື້ນທີ່ການຕິດເຊື້ອທົ່ວໂລກໄດ້ຢ່າງໄວວາ ກາຍເປັນສາຍພັນ ເດວຕ້າ, ໂອໄມຄຣອນ ແລະ BA5 ບໍ່ວ່າຈະປ່ວຍດ້ວຍເຊື້ອຊະນິດໃດ ຊະນິດໜຶ່ງມາແລ້ວ ຜູ້ປ່ວຍກໍຍັງສາມາດຕິດເຊື້ອສາຍພັນຊະນິດອື່ນໄດ້ອີກ ເຮັດໃຫ້ເກີດການປ່ວຍຊ້ຳຊ້ອນ ສຳລັບຜູ້ທີ່ມີພູມຄຸ້ມກັນອ່ອນແອ, ຜູ້ສູງອາຍຸ ແລະ ຜູ້ທີ່ມີໂລກປະຈຳຕົວຕ່າງໆ ໂດຍທີ່ຜູ້ປ່ວຍບາງຄົນ ທີ່ພົບອາການປ່ວຍເນື່ອງຈາກການຕິດເຊື້ອໂຄວິດສູງເຖິງ 4 ເທື່ອ ໃນຊ່ວງໄລຍະພຽງ 2 ປີ ເຊິ່ງພົບເຫັນໄດ້ໜ້ອຍໃນກໍລະນີຂອງການຕິດເຊື້ອໄວຣັສ ໄຂ້ຫວັດໃຫຍ່.

ດັ່ງນັ້ນ, ຄວາມຄິດເຫັນໃນທາງການແພດ ຈຶ່ງແນະນຳໃຫ້ປະຊາຊົນໃສ່ຜ້າປິດປາກໃນທີ່ສາທາລະນະ ແລະ ຮັກສາສຸກຂະອະນາໄມຕາມຄໍາແນະນຳຂອງ WHO ຢ່າງສະໜໍ່າສະເໝີ ເຮົາຄວນຮັບຮູ້ວ່າ ພູມຄຸ້ມກັນທີ່ໄດ້ຈາກການສັກວັກຊີນ ມັນຈະມີປະສິດທິພາບໃນການຕ້ານເຊື້ອ ໂຄວິດ-19 ຫຼຸດລົງເລື້ອຍໆ ນຳອີກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...