ວັດທະນະທຳການແຕ່ງກາຍ ຂອງຊົນເຜົ່າ ອາຄ່າ

ຊົນເຜົ່າ ອາຄ່າ ເປັນຊົນເຜົ່າໜຶ່ງທີ່ມີ ວັດທະນະທຳການແຕ່ງກາຍທີ່ເປັນເອກະລັກ ບໍ່ວ່າຈະເປັນ ເຄື່ອງນຸ່ງຫົ່ມ, ໝວກ, ສາຍມັດແອວ ລວມໄປເຖິງເຄື່ອງປະດັບຕ່າງໆ, ເຊິ່ງຊົນເຜົ່າອາຄ່າ ຢູ່ໃນລາວ ຈະມີຄວາມຄ້າຍຄືກັນ ໂດຍມີຈຸດເດັ່ນຢູ່ທີ່ “ໝວກ” ປະກອບໄປດ້ວຍ ໂລຫະ, ເຄື່ອງເງິນ ແລະ ເຄື່ອງປະດັບຫຼາຍໆຢ່າງ, ລວມທັງຜ້າຄຸມ ທີ່ປັກລວດລາຍສີສັນ ທີ່ສົດໃສ ປະກອບໃນຮູບແບບທີ່ຕ່າງກັນຕາມແຕ່ລະກຸ່ມ.

ແມ່ຍິງຊົນເຜົ່າອາຄ່າ ແຂວງ ຫຼວງນ້ຳທາ ຈະສ້າງສັນລວດລາຍເທິງຜືນຜ້າ ດ້ວຍການ ປັກລວດລາຍທີ່ງົດງາມ ເພື່ອໃຊ້ຕົບແຕ່ງປະດັບບໍລິເວນດ້ານຫຼັງເສື້ອ, ແຂນເສື້ອ, ຜ້າພັນຂອບກະໂປ່ງ ແລະ ຜ້າພັນແຄ່ງ ໂດຍສະເພາະ ທາງຫຼັງຂອງເສື້ອ ຈະມີການປັກຫຼາຍໆ ລວດລາຍ ເຕັມແຜ່ນຫຼັງ ນັບວ່າເປັນເອກະລັກທີ່ໂດດເດັ່ນ ເຊິ່ງແມ່ຍິງຊົນເຜົ່າອາຄ່າ ຈະແຕ່ງຕົວດ້ວຍຊຸດປະຈຳຊົນເຜົ່າ ຢ່າງຄົບຖ້ວນ.

ການປັກຜ້າ ຖືວ່າເປັນສິ່ງທີ່ແມ່ຍິງຊົນເຜົ່າອາຄ່າ ທຸກຄົນຕ້ອງຮຽນຮູ້ຕັ້ງແຕ່ຍັງນ້ອຍ ໂດຍຜູ້ເປັນແມ່ ຈະເປັນຜູ້ຖ່າຍທອດ, ສັ່ງສອນລູກ ສະນັ້ນ, ແມ່ຍິງຊົນເຜົ່າອາຄ່າ ຈຶ່ງເປັນຜູ້ໜຶ່ງທີ່ມີສີມື ແລະ ຄວາມສຳນານ ໃນການປັກລາຍຜ້າ ທີ່ມີຄວາມລະອຽດ ແລະ ງົດງາມຫຼາຍ ບໍ່ແພ້ແມ່ຍິງໃນຊົນເຜົ່າອື່ນໆ ໃນການປັກຜ້າຂອງຊົນເຜົ່າອາຄ່າ ໃຊ້ສີສັນທີ່ສວຍງາມ ແລະ ລວດລາຍປັກ ບົງບອກເຖິງຄວາມສຳພັນ ລະຫວ່າງການໃຊ້ຊີວິດຂອງມະນຸດ ທີ່ຕິດພັນກັບທຳມະຊາດ.

ນອກຈາກນີ້ ແມ່ຍິງເຜົ່າອາຄ່າ ຍັງນິຍົມສ້າງຄວາມສວຍງາມ ໃນເຄື່ອງແຕ່ງກາຍເພີ່ມ ດ້ວຍການປັກຫຼຽນເງິນ, ລູກປັດຫຼາກຫຼາຍສີ, ເປືອກຫອຍເປີ້ຍ ປະດັບລົງໃສ່ເຄື່ອງນຸ່ງ,  ເຄື່ອງແຕ່ງກາຍແຕ່ລະຢ່າງ ໂດຍສະເພາະສ່ວນທີ່ເປັນເຂັມຂັດ ມັກຈະມີການປັກປະດັບ ເປືອກຫອຍເປີ້ຍ ຫຼາຍເປັນພິເສດ ເນື່ອງຈາກວ່າຊົນເຜົ່າອາຄ່າ ມີຄວາມເຊື່ອວ່າ: ເປືອກຫອຍເປີ້ຍ ຄ້າຍຄືກັບເຄື່ອງລາງ ທີ່ຊ່ວຍຄຸ້ມຄອງປ້ອງກັນ ຊ່ວຍກຳຈັດປັດເປົ່າອັນຕະລາຍ ນຳພາແຕ່ສິ່ງດີໆມາໃຫ້ກັບຜູ້ສວມໃສ່.

ສ່ວນລັກສະນະລວດລາຍສ່ວນໃຫຍ່ ເກີດຂຶ້ນຈາກຈິນຕະນາການ ຂອງຄົນສະໄໝກ່ອນ ສະທ້ອນໃຫ້ເຫັນຄວາມເປັນຢູ່, ຄວາມລະອຽດອ່ອນ ທີ່ສຳພັດໃກ້ສິດກັບທຳມະຊາດ ສ້າງສັນລວດລາຍດ້ວຍການສັງເກດ ສີ່ງທີ່ຢູ່ຮອບຕົວ ໂດຍການນຳເອົາທຳມະຊາດເຊັ່ນ: ຕົ້ນໄມ້, ດອກໄມ້, ສັດຈຳພວກແມງໄມ້, ກ້ອນຫິນ. ນໍາມາສ້າງສັນ ເປັນລວດລາຍງານປັກ ປະສົມປະສານໄປກັບ ລວດລາຍທີ່ມາຈາກເຂົ້າຂອງເຄື່ອງໃຊ້, ເຄື່ອງດົນຕີ ໃນຊີວິດປະຈຳວັນ ເກີດເປັນເອກະລັກສະເພາະ ຂອງຜ້າປັກຊົນເຜົ່າອາຄ່າ ທີ່ສະທ້ອນເຖິງຕົວຕົນ ຂອງຊົນເຜົ່າອາຄ່າທີ່ຊັດເຈນ.

ປັດຈຸບັນຜ້າປັກ ຊົນເຜົ່າອາຄ່າ ນອກຈາກຈະເປັນເຄື່ອງແຕ່ງກາຍ ທີ່ສະທ້ອນຄວາມເປັນ ເອກະລັກ ຂອງຊົນເຜົ່າອາຄ່າ ທີ່ຫຼາກຫຼາຍນີ້ ໄດ້ກາຍເປັນແຮງບັນດານໃຈ ໃຫ້ຄົນລຸ້ນໃໝ່ ນຳມາອອກແບບສ້າງສັນລວດລາຍ ແລະ ປະຍຸກສີສັນທີ່ສົດໃສ ສອດແຊກເຂົ້າໃນເຄື່ອງແຕ່ງກາຍ ໃຫ້ມີຄວາມຫຼາກຫຼາຍຂຶ້ນ ຕາມຄວາມນິຍົມຂອງສັງຄົມ ທີ່ມີການປ່ຽນແປງ ເຮັດໃຫ້ຊົນເຜົ່າອາຄ່າມີລາຍໄດ້ ລ້ຽງຊີບ ຈົນສົ່ງຜົນໃຫ້ຊີວິດ ມີຄວາມເປັນຢູ່ທີ່ດີຂຶ້ນ ແມ່ຍິງອາຄ່າ ຍັງມີຄວາມພາກພູມໃຈ ໃນພູມປັນຍາຂອງບັນພະບູລຸດ ແລະ ເປັນສ່ວນໜຶ່ງໃນການ ອານຸລັກຮັກສາ, ສືບທອດລວດລາຍປັກດັ້ງເດີມໄວ້ ຈົນເຖິງປັດຈຸບັນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...