ແຂວງ ໄຊຍະບູລີ ເມືອງປາກລາຍ ກຽມຈັດບຸນຊ່ວງເຮືອ 10-11 ຕຸລາ 2022 ນີ້.

ຮອງເຈົ້າເມືອງປາກລາຍ, ຄະນະຮັບຜິດຊອບຈັດງານບຸນອອກພັນສາປະວໍລະນາ (ບຸນຊ່ວງເຮືອ) ປະຈຳປີ ພສ 2565 ຂັ້ນເມືອງ ໄດ້ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 10-11 ຕຸລາ 2022 ນີ້, ອົງການປົກຄອງ ເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນເທດສະບານ ເມືອງປາກລາຍ ຈະໄດ້ຈັດງານບຸນອອກພັນສາປະວໍລະນາ (ບຸນຊ່ວງເຮືອ) ປະຈຳປີ ພສ 2565 ຢຸ່ທ່າເຮືອໃຫຍ່ຂອງເມືອງປາກລາຍ.

ດັ່, ເຊິ່ງການຈັດງານປີນີ້ ຈະໄດ້ຈັດຂຶ້ນເປັນເວລາ 2 ວັນ ຄື: ວັນທີ 10 ຕຸລາ 2022 ແມ່ນ ການແຂ່ງຂັນຊ່ວງເຮືອປະເພດຍິງ ແລະ ວັນທີ 11 ຕຸລາ 2022 ແມ່ນການແຂ່ງຂັນຊ່ວງເຮືອປະເພດຊາຍ.

ພ້ອມກັນນີ້, ໃນການຈັດງານແຂ່ງຂັນກິລາເຮືອຊ່ວງ ຂອງເມືອງຝາກລາຍປີນີ້ ແມ່ນເປັນການເປີດກວ້າງ ທຸກພາກສ່ວນທີ່ມີເງື່ອນໄຂສາມາດເຂົ້າຮ່ວມ ກະກຽມສ້ອມແປງເຮືອຊ່ວງ, ກະກຽມຄວາມພ້ອມດ້ານພາຍ ເພື່ອເຮັດໃຫ້ ງານບຸນຊ່ວງເຮືອປະຈຳປີມີຄວາມເບີກບານມ່ວນຊື່ນຄົກຄື້ນຢ່າງເປັນຂະບວນການ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...