ອັດຕາເງິນເຟີ້ ສປປ ລາວ ໃນເດືອນ ສິງຫາ ເພີ່ມຢູ່ທີ່ 30,01%

ອີງຕາມຂໍ້ມູນສູນສະຖິຕິແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ໃນ ເດືອນສິງຫາ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30,01%. ເນື່ອງຈາກດັດຊະນີລາຄາເກືອບທຸກໝວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ທັງທຽບເດືອນຕໍ່ເດືອນ ແລະ ປີຕໍ່ປີ ໂດຍສະເພາະແມ່ນ: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ທຽບປີຕໍ່ປີ ແມ່ນສູງເຖິງ 30,2% ຍ້ອນລາຄາເຂົ້າສານ, ທາດແປ້ງ, ຊີ້ນ, ໄຂ່, ນໍ້າມັນພືດ, ໝາກໄມ້ ແລະຜັກສົດ (ຫອມປ້ອມລາຄາເພີ່ມຂຶ້ນ 4 ເທົ່າ) ໄດ້ປັບໂຕສູງຂຶ້ນ.

ໝວດຄົມມະນາຄົມ ແລະ ຂົ່ນສົ່ງ ເພີ່ມຂຶ້ນ 51,7% ຍ້ອນລາຄາ ລົດຍົນ, ເຄື່ອງອາໄຫຼ່ ປັບໂຕສູງຂຶ້ນເນື່ອງຈາກອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າ, ສ່ວນລາຄານໍ້າມັນເຖິງວ່າຈະມີ ການປັບໂຕ ຫຼຸດລົງເລັກນ້ອຍໃນເດືອນ ແຕ່ກໍ່ຍັງສູງຖ້າທຽບໃນຮອບປີຕໍ່ປີ ແລະ ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 20,5% ເນື່ອງຈາກລາຄາເຫຼັກເສັ້ນ, ຊີມັງ, ຖ່ານ, ແກ໊ສ ມີລາຄາສູງຂຶ້ນ.

ສຳລັບປັດໄຈ ແລະ ສາເຫດຂອງອັດຕາເງິນເຟີ້ ເດືອນກໍລະກົດ 2022 ເພີ່ມສູງຂຶ້ນແມ່ນມາຈາກປັດໄຈ ເລື່ອງຂອງລາຄານໍ້າມັນຍັງສືບຕໍ່ສູງ ຈຶ່ງສົ່ງຜົນໃຫ້ລາຄາເຂົ້າສານ, ພືດຜັກ ແລະ ໝາກໄມ້ບາງປະເພດປັບໂຕສູງ ຂຶ້ນ, ປັດໄຈອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າໃນອັດຕາທີ່ສູງ ແມ່ນຍັງສືບຕໍ່ສົ່ງຜົນກະທົບຕໍ່ລາຄາສິນຄ້າອຸປະໂພກບໍ່ລິໂພກປັບໂຕສູງຂຶ້ນຢູ່ ບວກກັບເງື່ອນໄຂສະພາບອາກາດທີ່ບໍ່ເອື້ອອຳນວຍ ພ້ອມທັງມີຕົ້ນທຶນການຜະລິດທີ່ສູງ ເປັນຕົ້ນແມ່ນລາຄາປຸຍທີ່ສູງຂຶ້ນ.

ບາງປະເພດສິນຄ້າທີ່ສາມາດຜະລິດໄດ້ເອງ ເຊັ່ນ: ໝູ່, ງົວ, ຄວາຍ, ໄກ່, ພືດຜັກ, ເຫຼັກ, ຊີມັງ ແລະອື່ນໆ ລ້ວນ ແລ້ວແຕ່ຍັງເພິ່ງພາວັດຖຸດິບຈາກພາຍນອກ ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າດັ່ງກ່າວເປັນຕົ້ນແມ່ນປຸຍ, ວັກຊິນ, ອາຫານສັດ, ເຄື່ອງເບິ່ງແຍງຮັກສາສຸຂະພາບ ທີ່ເພີ່ມຂຶ້ນ ແລະອຸປະກອນເຄື່ອງມືຕ່າງໆເປັນຕົ້ນ ບວກ ກັບພາວະເສດຖະກິດຂອງໂລກທີ່ຢູ່ໃນພາວະຖົດຖອຍຈຶ່ງສົ່ງຜົນໃຫ້ລາຄາວັດຖຸດິບດັ່ງກ່າວຖືກຜົນກະທົບໄປ ຕາມໆກັນ.

ຂໍ້ມູນຈາກ: ສູນສະຖິຕິແຫ່ງຊາດ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...