ໝວດອາຫານ ແລະ ເຄື່ອງດື່ມ ເປັນໝວດທີ່ສົ່ງຜົນກະທົບຫຼາຍທີ່ສຸດ ໃນການເຮັດໃຫ້ເງິນເຟີ້ໃນລາວສູງ

ອັດຕາເງິນເຟີ້ໃນ ເດືອນສິງຫາ 2022 ທຽບ ປີຕໍ່ປີ ຫຼື ທຽບກັບເດືອນດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30,01% ສະພາບລາຄາສິນຄ້າ ແລະ ບໍລິການ ເດືອນສິງຫາ 2022 ທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 4,2% (ເດືອນກໍລະກົດ 2022 ແມ່ນ 2,9%) ມີລະອຽດດັ່ງນີ້:

ຫມວດອາຫານ ແລະເຄື່ອງດື່ມບໍ່ມີທາດເຫຼົ້າ

ເພີ່ມຂຶ້ນ 7,7% ໃນນີ້ ລາຄາເຂົ້າສານ ເພີ່ມຂຶ້ນ 12,5%, ເຂົ້າຈີ່ ແລະທາດແປ້ງ ເພີ່ມຂຶ້ນ 2,7%, ຊີ້ນ ເພີ່ມຂຶ້ນ 3,4% ໃນນັ້ນ, ຊີ້ນຫມູ ເພີ່ມຂຶ້ນ 5,5%, ຊີ້ນ ງົວ ແລະຄວາຍ ເພີ່ມຂຶ້ນ 2,2%, ສັດປີກ ເພີ່ມຂຶ້ນ 3,7%, ປາ ແລະອາຫານທະເລ ເພີ່ມຂຶ້ນ 5,4%, ນົມ ເນີຍ ແລະໄຂ່ ເພີ່ມຂຶ້ນ 7,7%, ນ້ໍາມັນພຶດ ເພີ່ມຂຶ້ນ 2,6%, ຫມາກໄມ້ເພີ່ມຂຶ້ນ 2,4% ພັກສົດ ເພີ່ມຂຶ້ນ 15,1% ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 0,5%.

ຫມວດເຫຼົ້າ ແລະຢາສູບ

ເພີ່ມຂຶ້ນ 1,1% ໃນນີ້ ລາຄາເຫຼົ້າ ເພີ່ມຂຶ້ນ 1,9%, ເບຍເພີ່ມຂຶ້ນ 1,1% ແລະ ຢາສູບ ເພີ່ມຂຶ້ນ 0,9%;

ຫມວດເຄື່ອງນຸ່ງຫົ່ມ ແລະ ເກີບ

ເພີ່ມຂຶ້ນ 3,4% ໃນນີ້ ລາຄາເຄື່ອງນຸ່ງຍີງ ເພີ່ມຂຶ້ນ 4,8%, ເຄື່ອງນຸ່ງ ຊາຍ ເພີ່ມຂຶ້ນ 3,3%, ເຄື່ອງນຸ່ງເດັກນ້ອຍ ເພີ່ມຂຶ້ນ 1,4% ແລະ ເກີບ ເພີ່ມຂຶ້ນ 3,9%;

ຫມວດທີ່ພັກອາໄສ, ໄຟຟ້າ, ນ້ໍາປະປາ ແລະ ເຊື້ອເພີງຫຸງຕົ້ມ

ເພີ່ມຂຶ້ນ 1,4% ໃນນີ້ ລາຄາ ອຸປະກອນການບໍລຸງຮັກສາ ແລະສ້ອມແປງ ເພີ່ມຂຶ້ນ 2,2%, ຄ່າແຮງງານກໍ່ສ້າງ ເພີ່ມຂຶ້ນ 1,7%, ຄ່າເຊົ່າ ເຮືອນ ເພີ່ມຂຶ້ນ 0,6%, ຂະນະດຽວກັນ ແກັສ໌ຫຸງຕົ້ມ ຫຼຸດລົງເລັກຫນ້ອຍ -3,9%;

ຫມວດເຄື່ອງໃຊ້ໃນເຮືອນ

ເພີ່ມຂຶ້ນ 1,4% ໃນນີ້ ລາຄາ ເຄື່ອງຕົບແຕ່ງພາຍໃນເຮືອນ ເພີ່ມຂຶ້ນ 1,0%, ເສື້ອ ແລະຜ້າປູພຶ້ນ ເພີ່ມຂຶ້ນ 0,7%, ເຄື່ອງໃຊ້ສ່ວນຕົວ ແລະເຄື່ອງນອນ ເພີ່ມຂຶ້ນ 1,6%, ເຄື່ອງໃຊ້ຄົວ ເຮືອນ ເພີ່ມຂຶ້ນ 0,8%, ເຄື່ອງໃຊ້ເຮືອນປະຈໍາວັນ ເພີ່ມຂຶ້ນ 2,4%, ອຸປະກອນປະດັບເຮືອນ ເພີ່ມຂຶ້ນ2,4%;

ຫມວດຮັກສາສຸຂະພາບ ແລະຢາ

ເພີ່ມຂຶ້ນ 2,8% ໃນນີ້ ລາຄາຢາ ເພີ່ມຂຶ້ນ 3,4%, ການບໍລິການ ຄົນ ເຈັບພາຍນອກ ເພີ່ມຂຶ້ນ 0,5%, ການບໍລິການຈາກ ໂຮງຫມໍ ເພີ່ມຂຶ້ນ 0,3%;

ຫມວດບັນເທີງ ແລະການພັກຜ່ອນ

ເພີ່ມຂຶ້ນ 0,5% ໃນນີ້ ລາຄາໂທລະທັດ ເພີ່ມຂຶ້ນ 1,0%, ປະເພດ ຄອມພີວເຕີ ເພີ່ມຂຶ້ນ 0,3%, ປະເພດເຄື່ອງຂຽນ ເພີ່ມຂຶ້ນ 0,2% ແລະ ການບໍລິການທ່ອງທ່ຽວ ເພີ່ມຂຶ້ນ 0,9%;

ຫມວດຮ້ານອາຫານ ແລະໂຮງແຮມ

ເພີ່ມຂຶ້ນ 3,9% ໃນນີ້ ລາຄາອາຫານ ແລະເຄື່ອງດື່ມ ໃນຮ້ານ ອາຫານ 3,8% ເຊັ່ນ: ລາບຊີ້ນງົວ, ເຂົ້າພັດ, ເຝີ, ເຂົ້າປຽກ, ເບຍ, ວາຍ ແລະ ວິສ໌ກີ; ປະເພດເຮືອນພັກ ແລະ ໂຮງແຮມ ເພີ່ມຂຶ້ນ 4,2%;

ຫມວດສິນຄ້າ ແລະບໍລິການອື່ນໆ

ເພີ່ມຂຶ້ນ 0,9% ໃນນີ້ ລາຄາວັດຖຸມີຄ່າ ແລະເຄື່ອງປະດັບ ເພີ່ມຂຶ້ນ2,0% ໃນນີ້ຄໍາສໍາ ເລັດຮູບ ເພີ່ມຂຶ້ນ 2,3%;

ນອກຈາກຫມວດສິນຄ່າທີມີການເຫນັງຕີງເພີ່ມຂຶ້ນແລ້ວ,ຂະນະດຽວກັນຍັງມີບາງຫມວດສິນຄ້າມີທ່າອ່ຽງຫຼຸດລົງ ເຊັ່ນ: ຫມວດຄົມມະນາຄົມ ແລະຂົນສົ່ງ: ຫຼຸດລົງ -0,6% ໃນນີ້ ລາຄານ້ໍາມັນເຊື້ອໄຟ ຫຼຸດລົງ -4,5%, ຂະນະ ດຽວກັນ ລາຄາພາຫະນະຂົນສົ່ງ ເພີ່ມຂຶ້ນ 0,1%, ໃນນີ້ ລົດໃຫຍ່ ເພີ່ມຂຶ້ນ 0,1%, ລົດຈັກເພີ່ມຂຶ້ນ 0,3%, ລົດຖີບ ເພີ່ມຂຶ້ນ 0,4%;

ຂໍ້ມູນຈາກ: ສູນສະຖິຕິແຫ່ງຊາດ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...