ຈັບໄດ້ຄາດ່ານ! ຂົນແຮ່ທາດສົ່ງອອກ ສສ ຫວຽດນາມ ໂດຍບໍ່ໄດ້ຮັບອະນຸຍາດ.

ເຈົ້າໜ້າທີ່ພາສີຄຸ້ມຄອງສາງ ແລະ ກວດກາສິນຄ້າປະຈໍາດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໄດ້ກວດກວດກາສິນຄ້າທີ່ຈະສົ່ງອອກໄປ ສສ ຫວຽດນາມ ແລະ ສິ່ງທີ່ກວດພົບແມ່ນວັດຖຸຄ້າຍຄືແຮ່ທາດຈຳນວນ 1.386 ກະສອບລວມນໍ້າໜັກທັງໝົດ 57.200 ກິໂລກຣາມ, ໄດ້ຊຸກເຊື່ອງມານໍາລົດຄັນດັ່ງກ່າວບໍ່ຖືກຕ້ອງ ແລະ ບໍ່ມີໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ ເຈົ້າໜ້າທີ່ເລີຍຢຶດໄວ້.

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນນາເພົ້າ ເມືອງບົວລະພາ ແຂວງ ຄຳມ່ວນ ໄດ້ໃຫ້ຮູ້ອີກວ່າ: ສິນຄ້າດັ່ງກ່າວເປັນຂອງໂຮງງານຜະລິດຖານດັງໄຟຖ່ານຂາວ ຕາມໃບແຈ້ງພາສີເປັນລາຍລະອຽດ (EX1) ສະບັບເລກທີ 2620, ລົງວັນທີ 15/9/2022 ສົນຄ້າປະເພດຖ່ານໄມ້ວິກ (ຖ່ານຂາວ) ຈໍານວນ 4.000 ແກັດ, ນໍ້າໜັກ 40.000 ກິໂລກຣາມ, ໂດຍໄດ້ຮັບອະນຸຍາດສົ່ງອອກຕາມໃບອະນຸຍາດເຄື່ອນຍ້າຍເຄື່ອງປ່າຂອງດົງອອກຕ່າງປະເທດຂອງຂະແໜງປ່າໄມ້ ແຂວງສະຫວັນນະເຂດ ສະບັບເລກທີ 05089/ປມຂPAFO, ລົງວັນທີ 2 ກັນຍາ 2022 ເພື່ອສົ່ງອອກໄປ ສສ ຫວຽດນາມ.

ແຕ່ຜ່ານການກວດກາຕົວຈິງເຫັນວ່າມີສິນຄ້າປະເພດຖ່ານໄມ້ວິກ (ຖ່ານຂາວ) ພຽງແຕ່ 3000 ກະສອບ, ນໍ້າໜັກ 3.000 ກິໂລກຣາມ ແລະ ກວດພົບວັດຖຸສົງໄສທີ່ເປັນສິນຄ້າຄ້າຍຄືແຮ່ທາດ ຈຳນວນ 1.386 ກະສອບ, ລວມນໍ້າໜັກ 57.200 ກິໂລກຣາມ ຊຶ່ງໄດ້ຊຸກເຊື່ອງມານໍາລົດຄັນດັ່ງກ່າວ (ໂດຍບໍ່ມີໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ ແລະ ບໍ່ໄດ້ຮັບອະນຸຍາດໃນການສົ່ງອອກ).

ສະນັ້່ນ, ເຈົ້າໜ້າທີ່ພາສີ, ຈຶ່ງໄດ້ມີການສືບສວນ-ສອບສວນ ແລະ ເຮັດບົດບັນທຶກຄຳໃຫ້ການນໍາຜູ້ຂັບລົດ ຕາມບົດບັນທຶກ ສະບັບເລກທີ 0199/ດພສ, ລົງວັນທີ 21 ກັນຍາ 2022 ໄວ້ເປັນຫຼັກຖານ, ຊຶ່ງຜູ້ກ່ຽວແມ່ນໄດ້ປະຕິເສດໃນການຮັບເປັນເຈົ້າຂອງ ແລະ ບໍ່ຮູ້ວ່າສິນຄ້າເປັນຂອງໃຜພຽງແຕ່ຮັບຂົນຕາມການວ່າຈ້າງເທົ່ານັ້ນ.ສະນັ້ນ,ທາງເຈົ້າໜ້າທີ່ພາສີຈຶ່ງໄດ້ເຮັດບົດບັນທຶກການຢຶດສິນຄ້າໄວ້ຊົ່ວຄາວ.

ທີ່ມາ: Lao Economic Daily

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...