ສປປ ລາວ ມີອັດຕາການແຕ່ງງານຂອງເດັກນ້ອຍ ສູງສຸດໃນບັນດາປະເທດອາຊຽນ

ທຸກການຖືພາລ້ວນແລ້ວແຕ່ຕ້ອງການ ວັນຄຸມກຳເນີດສາກົນ ວັນທີ 26 ກັນຍາ ຂອງທຸກໆປີ ວັນດັ່ງກ່າວແມ່ນມີເພື່ອການສົ່ງເສີມການວາງແຜນຄອບຄົວ ແລະ ວິທີການຄຸມກຳເນີດທີ່ປອດໄພ, ວັນຄຸມກຳເນີດສາກົນ ແມ່ນໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ແລະ NGO ສາກົນ 15 ອົງການ, ອົງການຂອງລັດຖະບານ ສັງຄົມວິທະຍາສາດ ແລະ ການແພດ ມີຄວາມສົນໃຈ ໃນການເຜີຍແຜ່ຄວາມຮູ້ທີ່ຖືກຕ້ອງ ກ່ຽວກັບສຸຂຸພາບທາງເພດ ແລະ ສຸຂະພາບຈະເລີນພັນ.

ທ່ານ ດຣ.ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ສປປ ລາວ ເປັນໜຶ່ງໃນ 3 ປະເທດທີ່ບັນລຸເປົ້າໝາຍສະຫະສະວັດ ເພື່ອການພັດທະນາ ຫຼື MDG5 ຜົນສຳຫຼວດທີ່ຜ່ານມາ ແມ່ນໄດ້ສະແດງໃຫ້ເຫັນ ເຖິງການຫຼູດຜ່ອນອັດຕາການຕາຍຂອງແມ່.

ແຕ່ເຖິງຢ່າງມໃດກໍຕາມອັດຕາການຕາຍຂອງເດັກ-ອັດຕາການຕາຍຂອງແມ່ ຍັງຢູ່ໃນລະດັບສູງຂອງອາຊີຕາເວັນອອກສຽງໃຕ້ ໂດຍ ສປປ ລາວ ມີອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ ແມ່ນ 47 ຄົນຕໍ່ 1.000 ຄົນທີ່ເກີດມາມີຊີວິດ ແລະ ອັດຕາການຕາຍຂອງແມ່ ແມ່ນ 185 ຄົົນຕໍ່ການເກີດມີຊີວິດ 100.000 ຄົນ ຈາກຂໍ້ມູນສະຖິຕິປີ 2017.

ໃນຂະນະທີ່ປະເທດໄດ້ກ້າວເຂົ້າສູ່ໄວຮຽນໄລຍະປະຖົມ ການເຂົ້າໂຮງຮຽນມັດຖະຍົມຕອນຕົ້ນ ແລະ ການຮຽນ ກໍປະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ ເຊິ່ງເຫັນໄດ້ວ່າ  ໃນ 10 ຄົນຂອງໄວໜຸຸ່ມ ທີ່ມີອາຍຸ 15-17 ປີ ອອກຈາກໂຮງຮຽນ, ອັດຕາການຖືພາຂອງໄວໜຸ່ມ ແລະ ການແຕ່ງງານຂອງເດັກນ້ອຍຫຼືໄວໜຸ່ມ ແມ່ນເປັນອັດຕາສູງສຸດໃນ ປະເທດອາຊຽນ ແມ່ນ 13 ຄົນຕໍ່ 1.000 ຄົນຂອງກຸ່ມເດັກຍິງອາຍຸ 15-19 ປີ.

ຄວາມຕ້ອງການຢາກເຂົ້າເຖິງບໍລິການ ແຕ່ບໍສາມາດເຂົ້າເຖິງໄດ້ຂອງແມ່ຍິງທີ່ແຕ່ງງານຫຼຸດລົງຈາກ 19,9% ໃນປີ 2012 ເປັນ 14,3% ໃນປີ 2017 ແລະ ອັດຕາສ່ວນຂອງແມ່ຍິງທີ່ແຕ່ງງານແລ້ວ ທີ່ຕ້ອງການເຂົ້າເຖິງວິທີການວາງແຜນຄອບຄົວທີ່ພໍໃຈກັບວິທີການທີ່ທັນສະໄໝ ເພີ່ມຂຶ້ນຈາກ 61,3 % ເປັນ 71,7% ໃນໄລຍະເວລາດຽວກັນເຊິ່ງຄາດວ່າ ຈະບັນລຸຢູ່ 8% ຄວາມຕ້ອງການຂອງແມ່ຍິງທີ່ແຕ່ງງານແລ້ວໃນປີ 2025.

ລະດັບຄວາມຕ້ອງການ ທີ່ສູງຂຶ້ນ ແມ່ນເຫັນໄດ້ໃນໄວໜຸ່ມອາຍຸ 15-19 ປີ ເຊິ່ງກວມອັດຕາສ່ວນ 17,6% ແລະ ແມ່ຍິງທີ່ບໍ່ທັນແຕ່ງງານ ກວມອັດຕາສ່ວນ 74,5% ທີ່ບໍ່ສາມາດເຂົ້າເຖິງການບໍລິການ  ແລະ ບໍ່ສາມາດບັນລຸໄດ້.

ຄວາມຄືບໜ້າໃນການບັນລຸເປົ້າໝາຍແມ່ນໄດ້ຮັບຜົນກະທົບຍ້ອນການລະບາດຂອງພະຍາດໂຄວິດ-19 ສະແດງໃຫ້ເຫັນເຖິງການຫຼຸດຜ່ອນ ວິທີການໃຊ້ວິທີການວາງແຜນຄອບຄົວ ການໃຊ້ຢາຄຸມກຳເນີດຫຼຸດລົງ ດັ່ງນັ້ນອັດຕາການເອົາລູກອອກທີ່ບໍ່ປອດໄພເພີ່ມຂຶ້ນຢ່າງຫຼວງຫຼາຍ ເນື່ອງຈາກການຈໍາກັດການເຂົ້າເຖິງຢາຄຸມ ເຊິ່ງເຮັດໃຫ້ການຖືພາໂດຍບໍ່ຕັ້ງໃຈເພີ່ມຂຶ້ນ ໝາຍຄວາມວ່າ ຈະຕ້ອງຮັບປະກັນຄວາມຄືບໜ້າ  ຄວາມກ້າວໜ້າທາງດ້ານການບໍລິການ ເພື່ອບັນລຸເປົ້າໜາຍທີ່ວາງໄວ້ ໂດຍ 10 ອົງການວາງແຜນຄອບຄົວສາກົົນ ເພື່ອສ້າງຈິດສຳນຶກກ່ຽວກັບ ການຄຸມກຳເນີດ ແລະ ເພື່ອເຮັດໃຫ້ຄູ່ຜົວເມຍ ມີຄວາມເຂົ້າໃຈໃນການຕັດສິນໃຈກ່ຽວກັບການສ້າງຄອບຄົວ ແລະ ການວາງແຜນອະນາຄົດ.

ທ່ານ ດຣ.ໄພວັນ ແກ້ວປະເສີດ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຊຸກຍູ້ໃຫ້ແມ່ຍິງມີຄວາມເຂົ້າໃຈໃນການໃຊ້ວິທີຄຸມກຳເນີດເພື່ອວາງແຜນຄອບຄົວ ສຳຄັນທີ່ສຸດແມ່ນຜູ້ຊາຍຜູ້ທີ່ເປັນຜົວ ຈົ່ງໃຫ້ຄວາມເຂົ້າໃຈສຳຄັນ ໃຫ້ການຮ່ວມມື ສະໜັບສະໜູນ ແລະ ຊ່ວຍເຫຼືອແມ່ຍິງໃຫ້ໄດ້ເຂົ້າເຖິງການບໍລິການວາງແຜນຄອບຄົວ ໂດຍສະເພາະແມ່ນຄອບຄົວທີ່ຢູ່ເຂດຫ່າງໄກ.

ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...