ລາວ ຂາດດຸນການຄ້າຕໍ່ເນື່ອງ 5 ເດືອນຕິດ! ໃນເດືອນ ສິງຫາ ຂາດດຸນການຄ້າເຖິງ 166 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນເດືອນ ສິງຫາ 2022 ທີ່ຜ່ານມານີ້ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຢູ່ປະເທດລາວ ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ.

ໃນນີ້ ມູນຄ່າການສົ່ງອອກ ມີປະມານ 427 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາ, ແຕ່ເມື່ອສົມທຽບມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າແລ້ວພົບວ່າ ໃນເດືອນສິງຫາ ປະເທດລາວຂາດດຸນການຄ້າ ຫຼື ເງິນຕາຕ່າງປະເທດໄຫຼອອກປະເທດຫຼາຍກວ່າໄຫຼເຂົ້າ ປະມານ 166 ລ້ານໂດລາ.

ສະເພາະສິນຄ້າຂອງລາວທີ່ສົ່ງອອກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ຝຸ່ນ (ປຸຍ), ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ, ນໍ້າຕານ ແລະ ເກີບ.

ສຳລັບ ສິນຄ້ານຳເຂົ້າປະກອບມີ: ນໍ້າມັນເຊື້ອໄຟ, ອຸປະກອນກົນຈັກ, ພາຫະນະທາງບົກ, ເຍື່ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ, ເຄື່ອງທີ່ເຮັດດ້ວຍພລາສະຕິກ, ແກ້ວປະເສີດ ຫຼື ເຄິ່ງປະເສີດ, ສັດທີ່ມີຊີວິດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກ ແລະ ສິນຄ້າອື່ນໆ.

ລວມໆ ແລ້ວໃນປີ 2022 ນີ້ ສປປ ລາວ ຂາດດຸນການຄ້າຕໍ່ເນື່ອງ 5 ເດືອນຕິດຕໍ່ກັນ ໃນນັ້ນ ເກີນດຸນຢູ່ 3 ເດືອນ ເຊິ່ງມີລາຍລະອຽດດັ່ງນີ້:

  • ເດືອນ 1 ເກີນດຸນການຄ້າປະມານ 41 ລ້ານໂດລາ.
  • ເດືອນ 2 ເກີນດຸນການຄ້າປະມານ 48 ລ້ານໂດລາ.
  • ເດືອນ 3 ເກີນດຸນການຄ້າປະມານ 100 ລ້ານ.
  • ເດືອນ 4 ຂາດດຸນການຄ້າປະມານ 102 ລ້ານໂດລາ.
  • ເດືອນ 5 ຂາດດຸນການຄ້າປະມານ 48 ລ້ານໂດລາ.
  • ເດືອນ 6 ຂາດດຸນການຄ້າປະມານ 133 ລ້ານໂດລາ.
  • ເດືອນ 7 ຂາດດຸນການຄ້າປະມານ 114 ລ້ານໂດລາ.
  • ເດືອນ 8 ຂາດດຸນການຄ້າ ປະມານ 166 ລ້ານໂດລາ.

ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...