ມາຮູ້ຈັກກັບ ນາງ ກັນຍາລັດ ແຊ່ຈ້າວ ນາງສາວອິວມຽນໂລກ ປະຈຳປີ 2023

ນາງ ກັນຍາລັດ ແຊ່ຈ້າວ ອາຍຸ 22 ປີ ອາໄສຢູ່ບ້ານນາຫຼວງ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ ປັດຈຸບັນກຳລັງສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ, ສາຂາບັນຊີ ປີ 3, ເກີດໃນຊົນເຜົ່າອິວມຽນ ທີ່ມີຄວາມມັກຮັກໃນການສຶກສາຫາຂໍ້ມູນ ແລະ ຢາກເຜີຍແພ່ວັດທະນະທຳຂອງຊົນເຜົ່າອິວມຽນ ໃຫ້ທຸກຄົນໄດ້ຮັບຮູ້ຫຼາຍຂຶ້ນ ແລະ ຍັງເປັນນາງສາວອິວມຽນໂລກ ຫຼື Miss lu-Mien International 2023 .

ກັນຍາລັດ ເວົ້າວ່າ: ຕົນເອງເຄີຍນຳເອົາວັດທະນະທຳຊົນເຜົ່າອິວມຽນ ມາເຮັດເປັນບົດລາຍງານ ແຕ່ຮູ້ສຶກວ່າມັນຍັງບໍ່ໄດ້ລົງເລີກ ແລະ ອະທິບາຍໃຫ້ທຸກຄົນເຂົ້າໃຈຢ່າງລະອຽດອ່ອນເທື່ອ ເລີຍຄິດຢາກຄົ້ນຄວ້າກ່ຽວກັບຊົນເຜົ່າອິວມຽນໃຫ້ຫຼາຍຂຶ້ນກວ່ານີ້ອີກ.

ເຊິ່ງງານມະຫະກຳອິວມຽນໂລກ ກໍຖືເປັນງານໜຶ່ງ ທີ່ຈະໃຫ້ເຮົາຮູ້ເລີກເຖິງຊົນເຜົ່າ ອິວມຽນໃຫ້ຫຼາຍຂຶ້ນ ບໍ່ວ່າຈະເປັນການນຸ່ງຖື, ການປາກເວົ້າ ຫຼື ເຄື່ອງປະດັບຂອງຊົນເຜົ່າອິວມຽນ, ນ້ອງຈຶ່ງມີຄວາມສົນໃຈເຂົ້າປະກວດໃນງານຄັ້ງນີ້ ທີ່ເພີ່ນຂັດເລືອກຫາຕົວແທນນາງສາວອິວມຽນ ເພື່ອເປັນຕົວແທນໃຫ້ແກ່ປະເທດລາວ ເຂົ້າປະກວດ ນາງສາວອິວມຽນໂລກ ຄັ້ງທີ່ 5 ຢູ່ ຈັງວັດນານ, ປະເທດໄທ ໂດຍມີ 3 ປະເທດເຂົ້າຮ່ວມ ຄື: ລາວ, ໄທ ແລະ ຫວຽດນາມ ເຊິ່ງມີຜູ້ເຂົ້າປະກວດ 10 ຄົນ ແລະ ນ້ອງກໍເປັນໜຶ່ງໃນນັ້ນ.

ສຳລັບຄວາມຄາດຫວັງ ກ່ຽວກັບການເຂົ້າປະກວດໃນຄັ້ງນີ້ ກໍບໍ່ໄດ້ຄາດຫວັງວ່າຕົວເອງຈະໄດ້ຕໍາແໜ່ງ ເພາະແຮງຈູງໃຈ ທີ່ເຮັດໃຫ້ຢາກໄປປະກວດໃນຄັ້ງນີ້ ກໍເພື່ອເປັນການໄປພົບປະພີ່ນ້ອງອິວມຽນທຸກຄົນ, ແຕ່ເຖິງຢ່າງນັ້ນນ້ອງເອງກໍຕັ້ງໃຈ ແລະ ກຽມຄວາມພ້ອມໄປໃນລະດັບໜຶ່ງ ໃນເມື່ອມີໂອກາດໄດ້ເຂົ້າປະກວດແລ້ວ ກໍຢາກເຮັດໃຫ້ເຕັມທີ່ ທີ່ສຸດ.

ການທີ່ໄດ້ຮັບລາງວັນນີ້ມາຄອບຄອງ ນ້ອງກໍຮູ້ສຶກພາກພູມໃຈ ແລະ ຕື້ນຕັນໃຈຫຼາຍ ເພາະມັນບໍ່ພຽງແຕ່ເປັນລາງວັນຂອງນ້ອງ ແຕ່ມັນຄືຄວາມພູມໃຈຂອງຄອບຄົວ ແລະ ຍາດພີ່ນ້ອງນຳ, ນ້ອງຄິດວ່າຈຸດເດັ່ນ ທີ່ສາມາດເອົາສະນະໃຈກຳມະການ ຈົນໄດ້ຮັບລາງວັນນີ້ມາຄອບຄອງ ແມ່ນການພະຍາຍາມເວົ້າພາສາອິວມຽນ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເວົ້າໄດ້, ອີກຢ່າງນ້ອງເປັນຄົນທີ່ກ້າຄິດກ້າສະແດງອອກ, ໝັ້ນໃຈ ແລະ ເຊື່ອໝັ້ນໃນຕົວເອງຢູ່ແລ້ວ ເພາະສ່ວນຫຼາຍແລ້ວພາສາອິວນຽນ ບໍ່ໄດ້ນຳໃຊ້ໃນແວດວົງກວ້າງ ຈະໃຊ້ສະເພາະແຕ່ໃນຄອບຄົວ ຫຼື ກຸ້ມບ້ານຂອງຊົນເຜົ່າອິວມຽນເທົ່ານັ້ນ ຈຶ່ງເຮັດໃຫ້ຄົນສ່ວນຫຼາຍທີ່ເກີດໃນຍຸກນີ້ບໍ່ສາມາດເວົ້າພາສາອິວມຽນໄດ້ດີພໍສົມຄວນ ຈະເນັ້ນອອກໄປທາງພາສາກາງຫຼາຍກວ່າ.

ໃນການປະກວດຄັ້ງນີ້ ເຮັດໃຫ້ນ້ອງໄດ້ຮຽນຮູ້ ແລະ ຊືມຊັບວັດທະນະທຳ ການນຸ່ງຖື,  ຄວາມເປັນມາຂອງເຜົ່າຕົວເອງຫຼາຍຂຶ້ນ, ອີກຢ່າງຄືນ້ອງຢາກເປັນແບບຢ່າງ ຫຼື ແຮງບັນດານໃຈ ໃຫ້ໄວໝຸ່ມທຸກໆຊົນເຜົ່າ ວ່າເຮົາຕ້ອງມີຄວາມໝັ້ນໃຈ ໃນການເວົ້າພາສາ ຂອງຕົນເອງອອກໄປ ໃຫ້ຄົນອື່ນຟັງຢ່າງໝັ້ນໃຈ, ຢ່າອາຍທີ່ຈະເວົ້າມັນອອກມາ, ຢ່າອາຍທີ່ຈະໃສ່ຊຸດຂອງຊົນເຜົ່າຕົນເອງ ແລະ ຢ່າອາຍວ່າເຮົາມາຈາກຊົນເຜົ່າໃດ ເພາະແຕ່ລະຊົນເຜົ່າມັນໄດ້ສະແດງອອກເຖິງຄວາມງາມສະເພາະຕົວ ຂອງຊົນເຜົ່ານັ້ນໆຢູ່ແລ້ວ.

ທີ່ຜ່ານມາ ນ້ອງກໍເຄີຍໄປປະກວດ  Miss Laos 2020 ຕອນນັ້ນ ບໍ່ໄດ້ຮັບລາງວັນຫຍັງ ແຕ່ມັນໄດ້ກາຍເປັນປະສົບການ ແລະ ແຮງບັນດານໃຈທີ່ດີໃຫ້ກັບນ້ອງ ເພື່ອກັບມາເຝິກຜົນຕົນເອງ ໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຫຼັງຈາກນີ້ ຈະມີແຜນໄປປະກວດຢູ່ໃສອີກນັ້ນ ກໍຕ້ອງເບິ່ງທີ່ຄວາມພ້ອມຂອງຕົນເອງອີກຕື່ມເທື່ອໜຶ່ງ.

ທ້າຍນີ້ກໍຢາກຝາກເຖິງລຸ້ນນ້ອງ ຊົນເຜົ່າອິ້ວມ່ຽນ ຈົ່ງມີຈຸດຢືນຂອງຕົວເອງ ແລ້ວກ້າທີ່ຈະສະແດງມັນອອກໄປ, ໝັ້ນໃຈ ແລະ ບໍ່ອາຍທີ່ຈະເວົ້າພາສາຂອງຊົນເຜົ່າຕົນເອງ, ຢາກບອກວ່າບໍ່ວ່າເຈົ້າຈະຢູ່ມຸມໃດຂອງໂລກ ເຈົ້າກໍຄືຄົນອິວມຽນ ສິ່ງທີ່ເຈົ້າເປັນມັນຄືຄວາມແຕກຕ່າງ ທີ່ສວຍງາມສະເໝີ.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.