ບຸນປີໃໝ່ລາວໃຜຈະພັກພັກໄປແຕ່ພໍ່ຄ້າແມ່ຄ້າຍັງຄົງຂາຍເຄື່ອງຕໍ່

ບຸນປີໃໝ່ລາວຖືເປັນອີກເທດສະການໜຶ່ງ ທີ່ແມ່ຄ້າພໍ່ຄ້າໃຫ້ຄວາມສົນໃຈ ແລະ ໄດ້ກະກຽມເຄື່ອງຂາຍໃຫ້ຫຼາຍຂຶ້ນກວ່າມື້ທຳມະດາ ເພາະຖືເປັນຊ່ວງທີ່ແຕ່ລະຫ້ອງການ, ແຕ່ລະຄອບຄົວ ແລະ ໝູ່ເພື່ອນໄດ້ສ້າງກິດຈະກຳ ຫຼື ມີການຊຸມແຊວບໍ່ວ່າຈະເປັນງານລ້ຽງຫ້ອງການ, ງານລ້ຽງອວຍພອນຜູ້ເຖົ້າຜູ້ແກ່, ຜູ້ໃຫຍ່ທີ່ເຄົາລົບ ຈຶ່ງເຮັດໃຫ້ໄດ້ຂາຍເຄື່ອງດີຂຶ້ນ ເຊິ່ງເປັນມື້ບຸນທີ່ບໍ່ຄ້າແມ່ຄ້າຈະບໍ່ຄ່ອຍພັກ ຫຼື ຢຸດຂາຍໃນຊ່ວງນີ້.

ຈາກການສອບຖາມພໍ່ຄ້າແມ່ຄ້າຈຳນວນໜຶ່ງ ຢູ່ຕະຫຼາດພະຂາວ ໄດ້ໃຫ້ຮູ້ວ່າ:

ນາງ ຫຼ້າ ແມ່ຄ້າຂາຍຜັກຢູ່ຕະຫຼາດພະຂາວເວົ້າວ່າ: ອາຊີບແມ່ຄ້າເປັນອາຊີບທີ່ບໍ່ຄ່ອຍຈະໄດ້ພັກ ບໍ່ວ່າຈະເປັນເທດສະການນ້ອຍຫຼືໃຫຍ່ກໍຕາມ ດັ່ງບຸນປີໃໝ່ຂອງທຸກໆປີກໍຈະບໍ່ພັກເພາະເປັນຊ່ວງທີ່ໄດ້ຂາຍເຄື່ອງດີ ຄົນທີ່ເຮັດອາຊີບອື່ນສ່ວນຫຼາຍກໍຈະຫາເວລາພັກບຸນເພື່ອສ້າງສັນກັນ, ກິນຊຸບແຊວກັນຢູ່ແລ້ວ ຖ້າເຮົາບໍ່ຂາຍໃນຊ່ວງນີ້ ກໍຖືເປັນການພາດໂອກາດຫາລາຍໄດ້ຂອງເຮົາ.

ຖ້າຖາມວ່າຢາກພັກຫຼືຢາກຊຸມແຊວກັບຄອບຄົວຫຼືໝູ່ຄູບໍ່? ກໍຢາກພັກຄືກັນແຕ່ເຮົາກໍຈະໃຊ້ເວລາທີ່ເຮົາຂາຍເຄື່ອງແລ້ວ ກັບໄປສ້າງສັນກັບຄອບຄົວ ແລະ ໝູ່ຄູ່, ອີກຢ່າງໜຶ່ງເຖິງວ່າເຮົາຂາຍເຄື່ອງ ແຕ່ເຮົາກໍຍັງສາມາດສ້າງສັນໃນກຸ່ມພໍ່ຄ້າແມ່ຄ້າໄດ້ເຊັ່ນດຽວກັນ.

ສ່ວນທ້າວ ຄຳຫຼ້າ ພໍ່ຄ້າຂາຍປາຢູ່ຕະຫຼາດພະຂາວເວົ້າວ່າ: ເປັນທຳມະດາຂອງທຸກໆປີຢູ່ແລ້ວ ທີ່ປີໃໝ່ແຕ່ເຮົາຍັງຕ້ອງໄດ້ມາຂາຍເຄື່ອງເປັນປົກກະຕິ ຖ້າບໍ່ມາຂາຍກໍບໍ່ໄດ້ເງິນປີໃໝ່ ແຕ່ເຖິງວ່າເຮົາຈະມາຂາຍເຄື່ອງທຸກປີ ແຕ່ເຮົາກໍສ້າງສັນທຸກໆປີ ເພາະເຮົາກໍສ້າງສັນກັບໝູ່ຄູ່ຂາຍເຄື່ອງນຳກັນ ມັນກໍເປັນການສ້າງສັນໃນມື້ບຸນປີໃໝ່່ອີກແບບໜຶ່ງ ແລະ ເປັນການສ້າງມິດສຳພັນທີ່ດີໃນກຸ່ມພໍ່ຄ້າແມ່ຄ້າຄືກັນ. ບໍ່ວ່າຈະເຮັດອາຊີບໃດກໍຕາມ ການສ້າງກິດຈະກຳໃນມື້ບຸນກໍມີຄວາມແຕກຕ່າງກັນໄປ ຂອງແຕ່ລະຄົນ ແຕ່ລະສາຍອາຊີບ ວ່າຈະສ້າງຄວາມສຸກ ແລະ ມິດທີ່ດີໃນຮູບແບບໃດ ດັ່ງພໍ່ຄ້າແມ່ຄ້າ ເຖິງວ່າຈະບໍ່ຢຸດຂາຍເຄື່ອງ ແຕ່ກໍຍັງສະຫຼອງບຸນປີໃໝ່ລາວໄດ້ຢ່າງມີຄວາມສຸກ ໃນຮູບແບບສາຍອາຊີບຂອງຕົນເອງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...