ອັນຕະລາຍ ຈາກການຫຼິ້ນນ້ຳຜ່ອນຄວາມຮ້ອນ

ເມື່ອນຶກເຖິງອາກາດຮ້ອນ ທຸກຄົນກໍຄົງຕ້ອງການຫາຫຍັງທີ່ສເຮັດໃຫ້ເຮົາເຢັນສະບາຍຫຼາຍຂຶ້ນ ບໍ່ວ່າຈະເຂົ້າໄປນັ່ງໃນຫ້ອງແອ, ເປີດພັດລົມ ແລະ ໜຶ່ງໃນນັ້ນ ກໍຄື ການລົງໄປຫຼິ້ນນ້ຳ ເຊິ່ງສຳລັບການຫຼິ້ນນ້ຳ ເປັນກິດຈະກຳໜຶ່ງທີ່ໜ້າສົ່ງເສີມ ເພາະການຫຼິ້ນນ້ຳນອກຈາກຈະເຮັດໃຫ້ຜ່ອນຄາຍຄວາມຮ້ອນໄດ້ແລ້ວ ຍັງເປັນການອອກກຳລັງທີ່ຊ່ວຍໃຫ້ຮ່າງກາຍແຂງແຮງ ແຕ່ການເຮັດອັນໃດທີ່ຫຼາຍເກີນໄປກໍຍັງມີຂໍ້ເສຍຢູ່ຄື: ການຫຼິ້ນນ້ຳເປັນເວລາດົນໆ ອາດເຮັດໃຫ້ເກີດຜົນເສຍໄດ້ຫຼາຍຢ່າງ ດັ່ງນີ້:

  • ຖ້າຫຼິ້ນນ້ຳຢູ່ສະລອບນ້ຳສ່ວນໂຕກໍຄົງບໍ່ມີຜົນກະທົບຫຍັງ ແຕ່ຖ້າຫຼິ້ນນ້ຳຢູ່ສະລອຍນ້ຳແລ້ວສາທາລະນະ ຄໍຣີນທີ່ຜະສົມຢູ່ກັບນ້ຳພາຍໃນສະເພື່ອຂ້າເຊື້ອໂຣກ ເປັນສານເຄມີທີ່ມີລິດເຮັດໃຫ້ລະຄາຍເຄືອງ ຖ້າເຮົາມືນຕາຢູ່ໃນນ້ຳເປັນເວລາດົນໆ ຈະເຮັດໃຫ້ເກີດອາການຕາແດງໄດ້ ດັ່ງນັ້ນ, ເວລາຫຼິ້ນນ້ຳຈຶ່ງບໍ່ຄວນມືນຕາໃນນ້ຳ ແຕ່ສຳລັບຄົນທີ່ມັກມຸດນ້ຳ ຄວນໃສ່ແວ່ນຕາກັນນ້ຳ ເພື່ອທີ່ຈະຊ່ວຍປ້ອງກັນນ້ຳເຂົ້າຕາໄດ້.
  • ສ່ຽງເປັນໂຣກມະເຮັງ ເນື່ອງຈາກໃນສະລອຍນ້ຳ ມີມີເຫື່ອ ແລະ ປັດສະວະ (ຍ່ຽວ) ຈາກຜູ້ທີ່ລົງໄປຫຼິ້ນນ້ຳ ໂດຍສະເພາະສະລອຍນ້ຳທີ່ມີຄົນຫຼິ້ນເປັນຈຳນວນຫຼາຍ ແນ່ນອນວ່າຈະເປັນແຫຼ່ງລວມຂອງເຊື້ອໂຣກ ທີ່ອາດກໍ່ໃຫ້ເກີດຄວາມສ່ຽງຂອງໂຣກມະເຮັງໃນກະເພາະປັດສະວະໄດ້.
  • ອາການຖອກທ້ອງ ເນື່ອງຈາກໃນສະລອຍນ້ຳຂອງສະຖານທີ່ສາທາລະນະ ອາດມີເຊື້ອໂຣກຢູ່ຈຳນວນຫຼວງຫຼາຍ ສຳລັບຜູ້ທີ່ລອຍນ້ຳມີໂອກາດສູງຫຼາຍທີ່ຈະກືນນ້ຳເຂົ້າໄປໃນປະລິມານທີ່ຫຼາຍ ກໍອາດເຮັດໃຫ້ເກີດອາການຖອກທ້ອງໄດ້ເຊັ່ນກັນ.
  • ຜິວໜັງ, ຕາ, ຫູ ແລະ ດັງ ຕິດເຊື້ອ ເພາະໃນສະລອຍນ້ຳສາທາລະນະ ອາດມີເຊື້ອໂຣກທີ່ສາມາດເຮັດໃຫ້ ຕາແດງ, ຫູອັກເສບ, ດັງອັກເສບ ຫຼື ຕິດເຊື້ອໃນທາງເດີນຫາຍໃຈ ແລະ ອາດເປັນໂຣກຜິວໜັງໄດ້ ຖ້າຫາກທ່ານມີບາດແຜຕາມສ່ວນຕ່າງໆ ຂອງຮ່າງກາຍ ເຊັ່ນ: ບາດແຜບໍລິເວນຜິວໜັງ ກໍຄວນຫຼີກຫຼ່ຽງການລົງສະລອຍນ້ຳສາທາລະນະ ເພື່ອປ້ອງກັນການຕິດເຊື້ອ ຈຶ່ງຈະດີກວ່າ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...