ຈະຮູ້ໄດ້ແນວໃດ ວ່າ “ແປ້ງນົວ” ທີ່ເຮົາຊື້ມານັ້ນ ເປັນຂອງປອມ ຫຼື ຂອງແທ້

ໃນໄລຍະທີ່ຜ່ານມາ ໄດ້ມີຂ່າວເລື່ອງການລະບາດຂອງແປ້ງນົວປອມຢູ່ຫຼາຍເຂດໃນປະເທດລາວ ໂດຍສະເພາະແມ່ນຢູ່ທີ່ແຂວງ ຫຼວງນ້ຳທາ ທີ່ກວດພົບເຫັນແປ້ງນົວປອມເປັນຈຳນວນຫຼາຍ ແລະ ການທີ່ບໍລິໂພກແປ້ງນົວປອມ ອາດສົ່ງຜົນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກໄດ້.

ມື້ນີ້ ເຮົາມີວິທີກວດສອບວ່າ “ແປ້ງນົວ” ທີ່ເຮົາຊື້ມາແຕ່ຕະຫຼາດ ແລະ ຮ້ານຄ້ານັ້ນ ເປັນແປ້ງນົວແທ້ ຫຼື ແປ້ງນົວປອມ

  1. ເທແປ້ງນົວທີ່ຊື້ມາ ໃສ່ໃນບ່ວງທີ່ເປັນໂລຫະ ແລ້ວນຳໄປເຜົາໄຟ ແປ້ງນົວແທ້ຈະລະລາຍເປັນສີນ້ຳຕານດຳ, ຖ້າມີສີຂາວ ຫຼື ສີເທົາ ສະແດງວ່າເປັນແປ້ງນົວປອມ.
  2. ສັງເກດດ້ວຍຕາເປົ່າ ຫຼື ໃຊ້ແວ່ນຂະຫຍາຍສ່ອງ ເຊິ່ງລັກສະນະຂອງເມັດແປ້ງນົວແທ້ ຈະເປັນແທ່ງຍາວໆ ໃສ, ບໍ່ມີສີ, ສ່ວນແປ້ງນົວປອມ ຈະພົບຜົງບໍແຣກຊ໌ (Borax) ເຈືອປົນຢູ່ ເຊິ່ງມີລັກສະນະເປັນເມັດມົນໆນ້ອຍໆ ບໍ່ໃສ.

ສຳລັບ ແປ້ງນົວ ທີ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບ ແມ່ນແປ້ງນົວທີ່ຜະລິດຈາກອ້ອຍ ແລະ ມັນຕົ້ນ ເຊິ່ງຂັ້ນຕອນໃນການຜະລິດຈາກວັດຖຸດິບທຳມະຊາດນັ້ນ ຈະເພີ່ມຣົດອູມາມິ ທີ່ເຮັດໃຫ້ອາຫານມີຣົດຊາດແຊບຍິ່ງຂຶ້ນ.

ນອກຈາກ ຈະເພີ່ມຣົດຊາດໃຫ້ກັບອາຫານແລ້ວ ແປ້ງນົວ ທີ່ຜະລິດຈາກວັດຖຸດິບທຳມະຊາດ ຍັງຊ່ວຍໃຫ້ກະເພາະອາຫານ ແລະ ຕ່ອມນ້ຳລາຍ ເຮັດວຽກໄດ້ດີຂຶ້ນ, ຊ່ວຍຫຼຸດປະລິມານໂຊດ້ຽມໃນອາຫານໄດ້, ຊ່ວຍເພີ່ມຄວາມຢາກອາຫານໃຫ້ແກ່ຜູ້ສູງອາຍຸ ແລະ ຫຼຸດຄວາມສ່ຽງໃນການເກີດໂຣກທີ່ເກີດຈາກການກິນອາຫານຣົດຈັດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...