ການອອກກຳລັງກາຍແບບງ່າຍໆ ບໍ່ໃຊ້ເວລາຫຼາຍ ແລະ ບໍ່ຕ້ອງໃຊ້ອຸປະກອນໃດໆ

ເຖິງປາຍຝົນຕົ້ນໜາວແລ້ວ ການອອກກໍາລັງກາຍເປັນກິດຈະກໍາທີ່ສໍາຄັນສໍາລັບສຸຂະພາບ ແຕ່ຫຼາຍຄົນອາດຈະຮູ້ສຶກຂີ້ຄ້ານ, ບໍ່ມີເວລາ, ຫຼືບໍ່ມີອຸປະກອນອອກກຳລັງກາຍ. ມື້ນີ້ເຮົາຈະມາແນະນຳວິທີອອກກຳລັງກາຍແບບງ່າຍໆ ທີ່ທ່ານສາມາດເຮັດໄດ້ຢູ່ເຮືອນ ມັນໃຊ້ເວລາພຽງແຕ່ສອງສາມນາທີເທົ່ານັ້ນ.

ວິທີອອກກຳລັງກາຍແບບງ່າຍໆ ທີ່ເຮົາສາມາດເຮັດໄດ້ຢູ່ເຮືອນ ມີດັ່ງນີ້:

ຂຶ້ນລົງຂັ້ນໄດ

ການຂຶ້ນລົງຂັ້ນໄດເປັນວິທີອອກກຳລັງກາຍທີ່ງ່າຍ ແຕ່ມີປະໂຫຍດຫຼາຍຕໍ່ຮ່າງກາຍ ເພາະມັນຊ່ວຍອອກກຳລັງກາຍກ້າມຊີ້ນຂາ, ກົ້ນ, ແລະ ທ້ອງ, ທັງຍັງຊ່ວຍເສີມສ້າງກະດູກ ແລະ ຂໍ້ຕໍ່ໃຫ້ແຂງແຮງ ແລະເພີ່ມອົກຊີເຈນໃຫ້ກັບຮ່າງກາຍ ເຈົ້າສາມາດຂຶ້ນຂັ້ນໄດຢູ່ເຮືອນໄດ້ ຫຼືຢູ່ອາຄານຫ້ອງການ ແທນທີ່ຈະໃຊ້ລິຟ.

ຍ່າງອ້ອມຫ້ອງ

ແມ່ນວິທີການອອກກໍາລັງກາຍທີ່ບໍ່ໃຊ້ພື້ນທີ່ຫຼາຍ ແຕ່ມັນສາມາດເຜົາຜານແຄລໍລີ່ໄດ້ ທ່ານສາມາດຍ່າງໄປທົ່ວຫ້ອງໃນຂະນະທີ່ລົມໂທລະສັບ, ເບິ່ງໂທລະທັດ, ຫຼືຟັງເພງ ແລະ ພະຍາຍາມຮັກສາຈັງຫວະຂອງທ່ານ ຫຼືເພີ່ມສິ່ງທ້າທາຍໂດຍການຍ່າງຂຶ້ນ ແລະ ລົງຕັ່ງ.

ການເຕັ້ນ

ການເຕັ້ນເປັນກິດຈະກໍາທີ່ສ້າງຄວາມສຸກ ແລະ ຊ່ວຍອອກກໍາລັງກາຍທຸກໆສ່ວນຂອງຮ່າງກາຍ ທ່ານສາມາດເລືອກເພງທີ່ທ່ານມັກ ຫຼືເພງທີ່ມີຈັງຫວະໄວ ຕາມວິດີໂອທີ່ມີຢູ່ໃນ YouTube. ມັນຂະຊ່ວຍໃຫ້ກະຕຸ້ນການໄຫຼວຽນຂອງເລືອດ ແລະ ເພີ່ມຄວາມຍືດຫຍຸ່ນຂອງຮ່າງກາຍ.

ຍືດເສັ້ນຍືດສາຍເວລາເບິ່ງໂທລະທັດ

ເບິ່ງໂທລະທັດເປັນກິດຈະກຳທີ່ຫຼາຍຄົນມັກເຮັດຢູ່ເຮືອນ ແຕ່ນັ່ງເບິ່ງໂທລະທັດເປັນເວລາດົນນານ ອາດຈະເຮັດໃຫ້ຮ່າງກາຍອ່ອນເພຍ ແລະ ເຮັດໃຫ້ເກີດອາການເຈັບຫຼັງ ທ່ານສາມາດປ້ອງກັນສິ່ງນີ້ໄດ້ໂດຍການອອກກໍາລັງກາຍຍືດເສັ້ນຍືດສາຍ ຫຼືອອກກໍາລັງກາຍພື້ນຖານເຊັ່ນ push-ups, planks, ໂຍຄະ ຫຼື ສັ່ນຮ່າງກາຍ.

ຈອດລົດໄກກວ່າປົກກະຕິ

ການຈອດລົດໄກກວ່າປົກກະຕິເປັນວິທີທີ່ງ່າຍໃນການອອກກຳລັງກາຍ ເພາະມັນຈະຊ່ວຍໃຫ້ທ່ານຍ່າງໄດ້ຫຼາຍຂຶ້ນ ແລະ ເຜົາຜານແຄລໍລີ່ໄດ້ ເຮົາສາມາດຈອດໄດ້ຫຼາຍກວ່າປົກກະຕິເມື່ອເຮົາໄປຊື້ເຄື່ອງ, ໄປເຮັດວຽກ ຫຼື ບ່ອນອື່ນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...