“The Signal ສັນຍານ” ຮູບເງົາຄຸນນະພາບດີ ອີກໜຶ່ງເລື່ອງຂອງລາວ.

ຮູບເງົາ “The Signal ສັນຍານ” ເວົ້າໄດ້ວ່າ ເປັນອີກຜົນງານການສ້າງຂອງຄົນລາວທີ່ມີຄຸນນະພາບອີກເລື່ອງໜຶ່ງກໍວ່າໄດ້ ທີ່ກຽມໂຕເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 23 ພະຈິກ 2023 ນີ້, ແຕ່ກ່ອນທີ່ເຮົາຈະໄປຊົມຮູບເງົາໃນໂຮງ, ເຮົາມາຮູ້ຈັກທີ່ໄປ-ທີ່ມາ ຂອງຮູບເງົາເລື່ອງນີ້ນຳກ່ອນກ່ອນ.

“The Signal ສັນຍານ” ເປັນຜົນງານການຂຽນບົດ ແລະ ກຳກັບໂດຍ: ລີ ພົງສະຫວັນ ຜູ້ທີ່ເຄີຍສ້າງສັນຜົນງານຮູບເງົາສັ້ນ ແລະ ຮູບເງົາໂຄສະນາ ມາຫຼາຍໆ ເລື່ອງ, ແຕ່ສຳລັບຮູບເງົາຍາວທີ່ເຂົ້າສາຍໃນໂຮງ ແມ່ນຖືວ່າເປັນເລື່ອງທຳອິດຂອງຜູ້ກຳກັບລີ.

ລີ ພົງສະຫວັນ ໄດ້ເລົ່າທີ່ໄປທີ່ມາຂອງຮູບເງົາ “The Signal ສັນຍານ” ໃຫ້ຟັງວ່າ: ຮູບເງົາເລື່ອງນີ້ເກີດຂຶ້ນໄດ້ຍ້ອນປະສົບການຊີວິດ, ຈາກການເດີນທາງຂອງໂຕເອງທີ່ໄປແຕ່ລະບ່ອນ ເຊິ່ງກໍມີຫຼາຍໆຢ່າງມາລວມກັນ ແລະ ໄດ້ເລີ່ມຂຽນບົດເລື່ອງນີ້ມາໄດ້ຫຼາຍປີແລ້ວ, ຫຼັງຈາກນັ້ນ ກໍໂຊກດີ ທີ່ມີທຶນສະໜັບສະໜຸນຈາກຫຼາຍໆບ່ອນ ເຮັດໃຫ້ບົດທີ່ເຮົາຂຽນສາມາດກາຍມາເປັນຮູບເງົາໄດ້.

ສຳລັບສິ່ງທ້າທາຍໃນການສ້າງຮູບເງົາເລື່ອງນີ້ ລີ ພົງສະຫວັນ ບອກວ່າ: ໜ້າຈະເປັນເພາະວ່າມັນເປັນຮູບເງົາເລື່ອງຍາວທຳອິດຂອງເຂົາ ແລະ ໄດ້ຮຽນຮູ້ດ້ວຍໂຕເອງ, ເຮັດເອງຫຼາຍໆຢ່າງ ເພື່ອໃຫ້ມັນອອກມາໃນແນວທີ່ເຮົາຕ້ອງການ, ຕໍ່ມາກໍແມ່ນເລື່ອງງົບປະມານທີ່ບໍ່ຫຼາຍ ສະນັ້ນ, ເຮົາຕ້ອງໄດ້ຈັດສັນງົບປະມານໃຫ້ໄດ້ຕາມເປົ້າໝາຍຈົນກວ່າຮູບເງົາຈະອອກມາສຳເລັດ, ນອກຈາກນັ້ນ ຍັງຈະຕ້ອງໄດ້ຮຽນຮູ້ຫຼາຍໆ ຢ່າງ ຕື່ມອີກ ເພາະມັນເປັນຮູບເງົາເລື່ອງຍາວເລື່ອງທຳອິດຂອງເຮົາແດ່.

ເຖິງວ່າຈະມີສິ່ງທ້າທາຍຫຼາຍຢ່າງ ເຮົາກໍພູມໃຈທີ່ຮູບເງົາອອກມາສຳເລັດ ຫຼັກໆເລີຍກໍພູມໃຈກັບທຸກໆ ຄົນທີ່ເຮົາເຂົ້າໄປຂໍຄວາມຊ່ວຍເຫຼືອນຳ ແມ່ນເພິ່ນໃຫ້ການຊ່ວຍໝົດທຸກຄົນ ເຊິ່ງເຮັດໃຫ້ເຮົາພູມໃຈຫຼາຍທີ່ສຸດ, ເຊິ່ງອາດຈະເປັນຍ້ອນວ່າເຮົາມີຜົນງານມາແລ້ວ, ມີຄົນພໍຮູ້ຈັກແດ່ແລ້ວ ເພິ່ນຈຶ່ງໄວ້ໃຈເຂົ້າມາຮ່ວມໂດຍທີ່ບໍ່ໄດ້ຖາມຫຍັງຫຼາຍ ບໍ່ວ່າຈະເປັນການອຸປະຖຳ, ສະຖານທີ່ຖ່າຍທຳຕ່າງໆ ກໍໃຫ້ການຊ່ວຍເຫຼືອທີ່ດີ ເວົ້າໄດ້ວ່າ ຮູບເງົາເລື່ອງນີ້ເກີດຂຶ້ນໄດ້ຈາກການຮ່ວມມືຂອງຫຼາຍໆອົງກອນທີ່ມີສ່ວນຮ່ວມນຳກັນ ເຊິ່ງເປັນສິ່ງທີ່ເຮັດໃຫ້ເຮົາພູມໃຈຍິ່ງຂຶ້ນ ແລະ ຍັງໄດ້ເຮັດໃຫ້ເຮົາໄດ້ໄປຮ່ວມງານເທດສະການຮູບເງົາທີ່ ຊຽງໄຮ, ປະເທດຈີນ ນຳອີກ.

ຢາກຝາກເຖິງຄົນລາວທຸກຄົນ ໃຫ້ລອງເປີດໃຈ ເຂົ້າໄປເບິ່ງຮູບເງົາລາວກັນແດ່ເດີ້ ແລະ ຢາກໃຫ້ເປັນອີກຕົວເລືອກໜຶ່ງສຳລັບຄົນລາວໃນການເບິ່ງຮູບເງົາທີ່ຄົນລາວສ້າງຂຶ້ນ ອີກທັງເປັນການຊຸກຍູ້ສົ່ງເສີມໃຫ້ກຳລັງໃຈຜູ້ກຳກັບຮູບເງົາລຸ້ນໃໝ່ ໄດ້ພັດທະນາຮູບເງົາລາວໃຫ້ດີຂຶ້ນ.

ເລື່ອງຫຍໍ້ຂອງຮູບເງົາ “The Signal ສັນຍານ”

ເປັນເລື່ອງລາວຂອງເດັກຍິງຄົນໜຶ່ງ ເຂົ້າມາໃນເມືອງ ເພື່ອມາຕາມຫາພໍ່ທີ່ຂາດການຕິດຕໍ່ກັນມາໄດ້ຊ່ວງໄລຍະເວລາໜຶ່ງ, ໃນຂະນະທີ່ລາວໄດ້ມາຢູ່ໃນເມືອງ ແລະ ມາອາໄສຢູ່ນຳນ້າບ່າວຂອງລາວ ກໍໄດ້ເກີດເຫດຫຼາຍໆຢ່າງ ເຮັດໃຫ້ຊີວິດຂອງເຂົາປ່ຽນໄປ ແລະ ກໍມີເລື່ອງລາວທີ່ສັບຊ້ອນຕ່າງໆ ເກີດຂຶ້ນກັບລາວ. (ແຕ່ຈະເປັນແນວໃດນັ້ນ ສາມາດໄປຕິດຕາມກັນໄດ້ທີ່ໂຮງຮູບເງົາເດີ້).
ສຳລັບຕົວລະຄອນຫຼັກໃນຮູບເງົາເລື່ອງນີ້ມີ: ນ້ຳມົນ ຮັບບົດໂດຍ ແຮນນ້າ ໂຣເຊັນບລູມ, ເຈ້ໃຫຍ່ ຮັບບົດໂດຍ ຕັອດ ລີນ້າ, ບ່າວໄຫວ ຮັບບົດໂດຍ ບຸນປະເສີດ ອິນສີຊຽງໃໝ່, ຝັນດີ ຮັບບົດໂດຍ ໄຊບັນດິດ ອິນທະວົງ ແລະ ນັກສະແດງຄົນອື່ນໆອີກ.

ໂດຍ: ສຸກັນຍາ ຈັນທະລາໄລ

ພາບຈາກ: Phonesavanh Saengphachan

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...