ທັກສະໃນການຮຽນຮູ້ ພາສາຕ່າງປະເທດ ໃຫ້ເກັ່ງ

ໃນເວລາທີ່ພວກເຮົາຮຽນຮູ້ພາສາແມ່ຂອງພວກເຮົາ ເຮົາເລີ່ມຕົ້ນດ້ວຍການຟັງ ແລ້ວຈຶ່ງເວົ້າ, ຈາກນັ້ນຈຶ່ງອ່ານ ແລະ ສຸດທ້າຍຈຶ່ງຂຽນ, ການຟັງ ເວົ້າ ອ່ານ ແລະ ຂຽນ ແມ່ນທັກສະ 4 ຢ່າງທີ່ເຮົາຕ້ອງພັດທະນາເພື່ອຈະສື່ສານໄດ້ຢ່າງຄົບຖ້ວນ. ການຟັງ ແລະ ການອ່ານແມ່ນທັກສະການຮັບສານ ຄືການຮັບຂໍ້ມູນກ່ຽວກັບພາສາທີ່ໃຊ້ໃນຊີວິດຈິງເຂົ້າມາ ສ່ວນການເວົ້າ ແລະ ການຂຽນແມ່ນທັກສະສໍາລັບການສົ່ງສານ ຄືການຜະລິດພາສາອອກໄປເປັນໜຶ່ງໃນຂະບວນການຂອງການຮຽນຮູ້ພາສາທີສອງ.

ປະຕິເສດບໍ່ໄດ້ວ່າ ທຸກວັນນີ້ການເຮັດວຽກຕ້ອງໃຊ້ທັກສະທາງດ້ານພາສາ ບໍ່ວ່າຈະເປັນພາສາອັງກິດ, ພາສາຈີນ, ຫວຽດນາມ ຫຼືພາສາອື່ນໆ ຖ້າເຮົາຮູ້ເຮົາກໍຈະໄດ້ປຽບໃນການເຮັດວຽກງານ ເຊິ່ງຖ້າທ່ານຕ້ອງການພັດທະນາທັກສະດ້ານພາສາ ເຮົາຈໍາເປັນຕ້ອງເອົາຕົວເອງໄປຢູ່ໃນສະພາບແວດລ້ອມທີ່ເວົ້າພາສານັ້ນໆ ໃຊ້ພາສາທີ່ສອງເປັນສ່ວນໜຶ່ງຂອງຊີວິດຂອງເຮົາ ບໍ່ວ່າຈະຢູ່ເຮືອນ ຢູ່ບ່ອນເຮັດວຽກ ຫຼື ເວລາຫວ່າງກໍຕາມ. ມື້​ນີ້​ພວກ​ເຮົາ​ຈະ​ແບ່ງ​ປັນວິທີ​ທີ່​ຈະ​ເຮັດ​ໃຫ້ເຮົາສາມາດພັດທະນາທັກສະໃນການສື່ສານພາສາອື່ນໆ.

ໃຊ້ພາສາໃຫ້ຫຼາຍທີ່ສຸດທີ່ຈະເຮັດໄດ້ ແຮງຝຶກແຮງເກັ່ງ ໝາຍຄວາມວ່າ ຖ້າຢາກພັດທະນາທັກສະພາສາ ຕ້ອງໄດ້ຝຶກຝົນ ຫາກເຮົາຫາກໍເລີ່ມແຮງພາສາລະດັບຕົ້ນ ຕ້ແງຝຶກທັງ 4 ທັງກສະໄດ້ແກ່ ການຟັງ ເວົ້າ, ອ່ານ ແລະ ຂຽນ.

ການຟັງ

ທັກສະການຟັງມີບົດບາດສຳຄັນບໍ່ວ່າພາສາໃດກໍ່ຕາມທີ່ເຈົ້າກຳລັງຮຽນຢູ່ ການຟັງຢ່າງມີປະສິດທິພາບຊ່ວຍໃຫ້ພວກເຮົາເຂົ້າໃຈ ແລະ ເຮັດໃຫ້ພວກເຮົາເວົ້າໄດ້ດີຂຶ້ນ. ພວກເຮົາສາມາດພັດທະນາທັກສະການຟັງໄດ້ແນວໃດ? ພະຍາຍາມຟັງຢ່າງລະມັດລະວັງ ບໍ່ແມ່ນພຽງແຕ່ຟັງສິ່ງທີ່ກໍາລັງເວົ້າ ​ແຕ່​ຟັງ​ວ່າ​ມັນ​ເວົ້າ​ແນວ​ໃດ​ດັ່ງນັ້ນຄວນຟັງສື່​ດັ່ງນີ້:

  • ຟັງເພງ ບໍ່ວ່າຈະເກົ່າຫຼືໃໝ່ສາມາດເລືອກຟັງຕາມທີ່ທ່ານຕ້ອງການ ແຕ່ລອງຟັງເນື້ອເພງໃຫ້ລະອຽດ (ບາງ​ຄັ້ງ​ການ​ອ່ານ​ເນື້ອ​ເພງ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ເພງ​ໄດ້​ດີກ​ວ່າ​)
  • ເບິ່ງຮູບເງົາ, ລາຍການໂທລະພາບ, ຂ່າວ, ລາຍການບັນເທີງ ແລະ ວິທະຍຸ ລອງເລືອກຮູບເງົາຄລາສສິກເບິ່ງ ແລ້ວເປີດຊັບໄຕເຕິ້ນ ເຮົາຈຶ່ງຮູ້ສຶກຄຸ້ນເຄີຍກັບພາສາ.

ການເວົ້າ

ເປັນທັກສະທີ່ຍາກທີ່ສຸດໃນບັນດາສີ່ທັກສະ ແຕ່ທັນທີທີ່ທ່ານເລີ່ມເວົ້າເລັກນ້ອຍ, ມີ​ຫຼາຍ​ວິ​ທີ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ສາ​ມາດ​ເກັ່ງພາ​ສາ​ໄວ​ຂຶ້ນ​ເຊັ່ນ:

  • ລອງໂທລົມກັນ: ເທັກໂນໂລຍີຍຸກນີ້ພັດທະນາໄປໄກຫຼາຍ ໂດຍສະເພາະສື່ສັງຄົມອອນລາຍ ແລະ ເຄືອຂ່າຍ ດັ່ງນັ້ນບໍ່ວ່າເຈົ້າຈະຢູ່ໃສກໍຕາມ ເຈົ້າຈະພົບເຫັນຫ້ອງສົນທະນາໃຫ້ເຂົ້ມໄປເພື່ອສົນທະນາ.
  • ເວົ້າ ແລະ ບັນທຶກສຽງຕົວເອງ: ມັນອາດຈະເປັນເລື່ອງຕະຫຼົກແຕ່ມັນຈະຊ່ວຍໃຫ້ທ່ານຮູ້ວ່າການເຮັດຊ້ໍາ ແລະ ບັນທຶກສຽງຂອງເຈົ້າຫຼາຍຄັ້ງຈົນກ່ວາເຈົ້າພໍໃຈສາມາດປັບປຸງການປະຕິບັດຂອງເຈົ້າໄດ້ຢ່າງຫຼວງຫຼາຍ.
  • ສົນທະນາກັບຫມູ່ເພື່ອນ: ເປັນພາສາອື່ນໆນອກຫ້ອງຮຽນ ຫຼື ເຕົ້າໂຮມກັນເພື່ອຫຼິ້ນເກມ ກິນເຂົ້ານຳກັນ ຫຼືທ່ານພຽງແຕ່ສາມາດນັ່ງແລະສົນທະນາກໍໄດ້.

ການອ່ານ

ເປັນຂະບວນການຂອງສະໝອງແລະໃຊ້ເວລາໃນການພັດທະນາ ເຮົາຈໍາເປັນຕ້ອງເຂົ້າໃຈໄວຍະກອນ ຫຼືໂຄງສ້າງປະໂຫຍກທີ່ໃຊ້ໃນບົດຄວາມນັ້ນເພື່ອອ່ານ ແລະ ເຂົ້າໃຈມັນ. ສຳລັບວິທີພັດທະນາທັກສະການອ່ານທີ່ດີຄື

  • ອ່ານປຶ້ມ ແລະ ບົດຄວາມພາສາຕ່າງປະເທດ: ພະຍາຍາມເລີ່ມຕົ້ນດ້ວຍປຶ້ມແບບງ່າຍໆ, ອາດຈະເປັນປື້ມເດັກນ້ອຍຫຼືກາຕູນ ພາບປະກອບຈະຊ່ວຍໃຫ້ທ່ານເຂົ້າໃຈເຖິງວ່າເຈົ້າບໍ່ຮູ້ຄຳສັບ.
  • ປ່ຽນພາສາທີ່ໃຊ້: ໃນໂທລະສັບ ຄອມພິວເຕີ ຫຼືແທັບເລັດໃນພາສາອັງອື່ນ.

ການຂຽນ

ເຖິງແມ່ນວ່າທັກສະການຂຽນເປັນສິ່ງທີ່ຫຼາຍຄົນຢ້ານ, ແຕ່ທຸກຄົນສາມາດຂຽນໄດ້ດີຖ້າພວກເຂົາມີລະບຽບວິໄນ ແລະ ຄວາມຕັ້ງໃຈໃນການສຶກສາ

  • ຂຽນຄໍາເວົ້າ ຫຼື ສໍານວນ: ທີ່ທ່ານຄິດວ່າເປັນປະໂຫຍດໂດຍການຂຽນຄວາມໝາຍ ແລະ ຕົວຢ່າງ ມັນດີກວ່າທີ່ຈະຈື່ຈໍາປະໂຫຍກກ່ວາຈື່ຄໍາສັບຕ່າງໆ. ທ່ານ​ສາ​ມາດ​ຂຽນ​ມັນ​ໃນປຶ້ມບັນທຶກໄດ້.

ສະຫຼຸບແລ້ວບໍ່ວ່າພາສາໃດກໍ່ຕາມຈະໃຊ້ພາສາແມ່ເປັນກຸນແຈເພື່ອກາຍເປັນຄົນເກັ່ງໃນພາສາຕ່າງປະເທດ ເຊິ່ງຈຳເປັນຕ້ອງຝຶກຝົນໃຫ້ຫຼາຍ ແລະ ເລື້ອຍໆເທົ່າທີ່ເຈົ້າເຮັດໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...