ທາງລົດໄຟລາວ-ຈີນ ໄດ້ຮັບລາງວັນ ຄຸນນະພາບວິສະວະກຳກໍ່ສ້າງ 2022-2023

ທ່ານ ລີຊົງ ຜູ້ຮັບຜິດຊອບພະແນກຈັດການ ໂຄງການກໍ່ສ້າງ ກຸ່ມບໍລີສັດທາງລົດໄຟຈີນ ບໍ່ເຕັນ-ນະຄອນຫລວງວຽງຈັນ ຊ່ວງສັນຍາທີ FJSGⅡ ໄດ້ໃຫ້ຮູ້ວ່າ: ທາງລົດໄຟລາວ-ຈີນ ຈາກບໍ່ເຕັນ-ນະຄອນວຽງຈັນ ໄດ້ຮັບລາງວັນວິສະວະກຳກໍ່ສ້າງປີ 2022-2023 (ໂຄງການຕ່າງປະເທດ) ແມ່ນລາງວັນທີ່ມີຄຸນນະພາບໃນໂຄງການກໍ່ສ້າງຂອງຈີນ.

ທາງລົດໄຟລາວ-ຈີນ ບໍ່ເຕັນ-ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 414 ກິໂລແມັດ, ເປັນການລົງທຶນ ແລະ ການກໍ່ສ້າງຄັ້ງທຳອິດຂອງຈີນ ນັບແຕ່ສອງປະເທດໄດ້ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງການກໍ່ສ້າງແມ່ນ ຜ່ານການຮັບຮອງມາດຕະຖານຈາກ ວິຊາການຂອງຈີນ, ນໍາໃຊ້ອຸປະກອນຂອງຈີນ ແລະ ການຮ່ວມມືກັບທາງລົດໄຟສາກົນໂດຍກົງ, ທາງລົດໄຟລາວ-ຈີນ ໄດ້ດຳເນີນໄປຢ່າງປອດໄພ ແລະ ໝັ້ນຄົງເປັນເວລາສອງປີກວ່າ, ໄດ້ສະສົມຜູ້ໂດຍສານເຖິງ 2.400 ລ້ານຄົນ ແລະ ຂົນສົ່ງສິນຄ້າ 2.900 ລ້ານກວ່າໂຕນ.
ໃນນັ້ນ, ມີ 600 ລ້ານກວ່າໂຕນຂ້າມແດນ; ການຂົນສົ່ງກວມເອົາ 10 ປະເທດ ລວມ ສປປ ລາວ ແລະ ໄທ ເຊິ່ງເປັນການຊຸກຍູ້ການຮ່ວມມືດ້ານທຸລະກິດ ແລະ ການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ກາຍເປັນຊ່ອງທາງທອງຂອງສາກົນ ທີ່ເຊື່ອມຕໍ່ພາຍໃນ ແລະ ນອກປະເທດໃກ້ຄຽງ ໃຫ້ມີຜົນປະໂຫຍດເຊິ່ງກັນ ແລະ ກັນ.

ທີ່ມາ: ປະເທດລາວ Pathedlao

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...