ຊົມເຊີຍ! ເຍົາວະຊົນລາວ ທີມບານເຕະ W.I.G NAGA ຄວ້າແຊັມຈາກ ສປ ຈີນ.

W.I.G NAGA ທີມບານເຕະເຍົາວະຊົນລາວ ໄດ້ຄວ້າແຊັມລາຍການທີ່ ສປ ຈີນ W.I.G NAGA U11 ທີມບານເຕະເຍົາວະຊົນລາວ ລົງສະໜາມ 9 ນັດຖະຫຼົ່ມທີມ HI KICKER ເມື່ອວັນທີ 1 ກຸມພາ 2024 ເກັບເພີ່ມ 25 ຄະແນນຈາກ 9 ນັດ ຊະນະ 8 ແລະ ສະເໝີ 1 ລາຍການ Qinghai Guantang College Town-Flyin Cup ທີ່ນະຄອນສິງຫາຍ ແຂວງຫາຍໝານ ສປ ຈີນ ເຮັດໃຫ້ຄວ້າແຊັມໄປຄອງ ໂດຍມີຄະແນນເທົ່າກັບ Shanghai Yangpu ທີມແຊ້ມຈາກຊຽງໄຮ ແຕ່ຜົນປະຕູໄດ້ເສຍທີມຈາກລາວດີກວ່າ.

ນັດດັ່ງກ່າວນັດສຸດທ້າຍ ອານຸສັກ ວິໄລກຸນ ກອງໜ້າຫົວໜ້າທີມຂອງ W.I.G NAGA ຍິງໄດ້ຫຼາຍທີ່ສຸດດ້ວຍການເຮັດແຮັດທຣິກຍິງ 3 ປະຕູຄົນດຽວ ເຮັດໃຫ້ຍອດລວມການຍິງປະຕູເພີ່ມເປັນ 41 ປະຕູຈາກ 9 ນັດ ຄວ້າດາວຍິງສູງສຸດປະຈໍາລາຍການແຂ່ງຂັນໄປຄອງ ໂດຍທັບນັກກີລາ W.I.G NAGA ຈະເດີນທາງກັບມາ ສປປ ລາວ ໃນວັນທີ 2 ກຸມພາ 2024.

ສໍາລັບ ລາຍການນີ້ມີ 10 ສະໂມສອນຊັ້ນນໍາເຂົ້າຮ່ວມ ໂດຍ W.I.G NAGA U11 ເປັນທີມດຽວຈາກ ສປປ ລາວ ແຂ່ງຂັນແບບພົບກັນໝົດ ທີມທີ່ໄດ້ຄະແນນຫຼາຍທີ່ສຸດໄດ້ແຊ້ມໄປ ສຳລັບຜົນງານຂອງ W.I.G NAGA U11 ມີຄື: ນັດທໍາອິດ ຊະນະ Hengjun ( ເຮັງເຈິ້ນ ) 8-1, ນັດທີ 2 ຊະນະ Mingguang 14 dragon ( ມິງກວາງ 14 ດຣາກ້ອນ ) 7-0, ນັດທີ 3 ຊະນະ Jinan F90 4-0, ນັດທີ 4 ສະເໝີ Shanghai Yangpu 0-0, ນັດທີ 5 Hainan Youth 1-11 W.I.G, ນັດທີ 6 Qionghai city 0-23 W.I.G, ນັດທີ 7 W.I.G NAGA 8-0 Harbor Star Flag, ນັດທີ 8 W.I.G NAGA 25-0 Qionghai United,​ ນັດທີ 9 W.I.G NAGA 5-1 HI KICKER.

ຂ່າວ: Larh Creators, ຮູບຈາກ: WIG NAGA

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...