ບຶດຮ້ອນ ບຶດໜາວ! ລະວັງເປັນພູມແພ້ອາກາດ

ອາກາດທີ່ປ່ຽນແປງຕະຫຼອດ ບຶດຮ້ອນ ບຶດໜາວ ຫຼື ອາດມີຝົນຕົກ ຖືເປັນອີກໜຶ່ງສາເຫດ ທີ່ເຮັດໃຫ້ເກີດອາການໂຣກພູມແພ້ອາກາດໄດ້, ໂດຍໂຣກດັ່ງກ່າວ ມັກເກີດຈາກຄວາມຜິດປົກກະຕິໃນລະບົບພູມຄຸ້ມກັນຂອງຮ່າງກາຍ ເມື່ອຮ່າງກາຍໄດ້ຮັບສານກໍ່ພູມແພ້ທາງການຫາຍໃຈເຂົ້າໄປ ກໍຈະເຮັດໃຫ້ມີອາການໄດ້.

ພູມແພ້ອາກາດ (Allergic Rhinitis) ຄືການອັກເສບ ຂອງເນື້ອເຍື່ອດັງ ເມື່ອລະບົບພູມຄຸ້ມກັນຂອງຮ່າງກາຍມີປະຕິກິລິຍາຕອບສະໜອງຕໍ່ສານກໍ່ພູມແພ້ອາກາດ “ພູມແພ້ອາກາດ” ຖືວ່າ ເປັນໂຣກໜຶ່ງ ຂອງພູມແພ້ລະບົບທາງເດີນວຫາຍໃຈ ໂດຍມີສາເຫດຫຼັກໆ ທີ່ເກີດຈາກການຖ່າຍທອດທາງກຳມະພັນ ແລະ ສິ່ງແວດລ້ອມ.
ເຊິ່ງເຮົາສາມາດສັງເກດແອາການຂອງໂຣກພດູມແພ້ອາກາດໄດ້ດັ່ງນີ້:

  • ຈາມຕິດຕໍ່ກັນ
  • ເປັນຫວັດຕະຫຼອດ
  • ມີນ້ຳມູກໃສໄຫຼອອກຕະຫຼອດເວລາ
  • ຄັນດັງ, ຄັນຕາ
  • ຄັດດັງ ຫາຍໃຈບໍ່ສະດວກ
  • ຈາມ, ໄອ ຫຼື ເຈັບຄໍ
  • ເປັນຫວັດຊຳເຮື້ອ ຫຼື ໄຊນັສອັກເສບ
    ຜູ້ປ່ວຍທີ່ເປັນໂຣກພູມແພ້ອາກາດ ຄວນເບິ່ງແຍງໂຕເອງດ້ວຍວິທີຕ່າງໆດັ່ງນີ້:
  • ຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງ
  • ອອກກຳລັງກາຍຢ່າງສະໝ່ຳສະເໝີ
  • ຫຼີກຫຼ່ຽງການສຳພັດກັບສານກໍ່ພູມແພ້
  • ເບິ່ງແຍງສຸຂະລັກສະນະພາຍໃນບ້ານ
  • ໃຊ້ຢາຕາມທີ່ແພດສັ່ງ ບໍ່ດຄວນໃຊ້ຢາເອງ

ໂຣກພູມແພ້ອາກາດບໍ່ແມ່ນໂຣກທີ່ຕິດເຊື້ອ ແຕ່ສາມາດເປັນອັນຕະລາຍອຕໍ່ຊີວິດໄດ້ ຖ້າເກີດຮ່ວມກັບໂຣກຫອບຫືດ ແລະ ມີອາການແພ້ຢ່າງຮຸນແຮງ, ໂດຍໂຣກດັ່ງກ່າວມັກພົບຄວາມສ່ຽງກັບຜູ້ປ່ວຍໂຣກພູມແພ້ອາກາດສູງ ແລະ ມີທ່າອ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍພູມແພ້ໃນເດັກມັກມີຕັ້ງແຕ່ອາຍຸ 8-11 ປີ ຖ້າຫາກພໍ່ແມ່ສົງໄສວ່າ ລູກເປັນໂຣກພູມແພ້ ຄວນຟ້າວພາມາປຶກສາທ່ານໝໍ ເພື່ອຮັບການກວດ ແລະ ປິ່ນປົວຢ່າງຖືກຕ້ອງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...