ສູນຝຶກກິລາບານເຕະຈຳປີ-ຈຳປາ ຈະກາຍເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ.

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ໃຫ້ຮູ້ວ່າ ສູນຝຶກກິລາບານເຕະຈຳປີ-ຈຳປາ ຕັ້ງຢູ່ສະໜາມກິລາແຫ່ງຊາດລາວ (ຫຼັກ16) ໂດຍດັ່ງກ່າວເປັນໝາກຜົນແບບຢ່າງທາງດ້ານການພັດທະນາກິລາບານເຕະລາວ, ເຊິ່ງພາກລັດ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດ ສຕລ ໄດ້ນຳໃຊ້ສະໜາມກິລາແຫ່ງຊາດຫຼັກ 16 ລວມທັງໝົດເປັນເນື້ອທີ່ດິນຈຳນວນ 105,446 ຕາແມັດ.

ນອກນັ້ນ ສຕລ ຍັງໄດ້ທຶນຊ່ວຍເຫຼືອຈາກ ສະຫະພັນນາໆຊາດ ພາຍໃຕ້ໂຄງການ FIFA FORWARD 3 ໄລຍະຄື:

  1. ໂຄງການກໍ່ສ້າງຕຶກຫໍພັກນັກກິລາພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2017.
  2. ໂຄງການກໍ່ສ້າງເດີ່ນຝຶກຊ້ອມຂະຫນາດມາດຕະຖານ 2 ເດີ່ນພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2021.
  3. ໂຄງການພາກຂະຫຍາຍ ສູນຝຶກກິລາບານເຕະ ຈໍາປີິ – ຈໍາປາ ພາຍໃຕ້ໂຄງການ FIFA FORWARD 2.0 ສຳເລັດໃນປີທີ່ຜ່ານມາ.

ຈຸດປະສົງຂອງສູນຝຶກນີ້ ແມ່ນເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ ເພື່ອຈຸດປະສົງຍົກລະດັບຂີດຄວາມສາມາດຂອງນັກກິລາໂດຍການມີສູນຝຶກທີ່ໄດ້ມາດຕະຖານທີ່ປະກອບໄປດ້ວຍ ຫໍພັກ, ຫ້ອງອາຫານ, ຫ້ອງປະຊຸມ, ຫ້ອງອອກກຳລັງກາຍ. ສູນຝຶກແຫ່ງນີ້ ຈະເປັນບ່ອນຫຼໍ່ຫຼອມທັກສະ, ຄວາມສາມາດຂອງນັກກິລາບານເຕະທີມຊາດລາວ ນັບແຕ່ນີ້ໄປສູ່ຫລາຍສະໄໝໃນອະນາຄົດ. ນອກນັ້ນ ສູນຝຶກແຫ່ງນີ້ ຍັງຈະເປັນສະຖານທີ່ຈັດກິດຈະກຳພັດທະນາບານເຕະຂັ້ນພື້ນຖານ, ນຳໃຊ້ເຂົ້າໃນການຝຶກຊ້ອມນັກກິລາຂອງສູນພັດທະນາກິລາບານເຕະຈຳປີ – ຈຳປາ ພາຍໃຕ້ໂຄງການ FIFA TDS, ຈັດກິດຈະກຳວັນກິລາບານເຕະ ສຕລ LFF FOOTBALL DAY ແລະ ອື່ນໆ.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...