ທະ​ນາ​ຄານ​ກາງລາວ-ໄທຮ່ວມສຳ​ມະ​ນາ “ພາ​ວະ​ຄວາມ​ເປັນ​ຜູ້​ນຳແລະການ​ສື່​ສານ”

ໃນ​ວັນ​ທີ 19 ກຸມ​ພາ 2019 ທີ່​ນະ​ຄອນຫຼວງວຽງ​ຈັນ ທະ​ນາ​ຄານ​ແຫ່ງ ສ​ປ​ປລາວ ຮ່ວມ​ກັບທະ​ນາ​ຄານ​ແຫ່ງປະ​ເທດ​ໄທໄດ້​ຈັດ​ຕັ້ງ​ການ​ສຳ​ມະ​ນາພາຍ​ໃຕ້​ຫົວ​ຂໍ້ “ພາ​ວະ​ຄວາມ​ເປັນ​ຜູ້​ນຳແລະການ​ສື່​ສານ” ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານສອນ​ໄຊສິດ​ພະ​ໄຊຜູ້​ວ່າ​ການທະ​ນາ​ຄານ​ແຫ່ງ ສ​ປ​ປລາວແລະທ່ານໄພ​ບູນກິດ​ຕິ​ສີ​ຣິ​ກັງ​ວານຮອງ​ຜູ້​ວ່າ​ການທະ​ນາ​ຄານ​ແຫ່ງປະ​ເທດ​ໄທແລະ ມີ​ນັກ​ສຳ​ມະ​ນາ​ກອນ​ທີ່​ເປັນພະ​ນັກ​ງານ​ຂັ້ນ​ນຳ​ຈາກ​ກົມ/ທຽບ​ເທົ່າ​ກົມຂອງທະ​ນາ​ຄານ​ແຫ່ງ ສ​ປ​ປລາວ – ​ບັນ​ດາທະ​ນາ​ຄານ​ລັດ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານໄພ​ບູນກິດ​ຕິ ​ສີຣິ​ກັງ​ວານ ຮອງ​ຜູ້​ວ່າ​ການທະ​ນາ​ຄານ​ແຫ່ງປະ​ເທດ​ໄທ​ແລະ ທ່ານ​ນາງ​ອາ​ລິ​ສ​ຣາ ມະ​ຫາ​ສັນ​ທະ​ນາ ຜູ້​ຊ່ວຍ​ຜູ້​ວ່າ​ການ (ທີ່​ປຶກ​ສາ) ທະ​ນາ​ຄານ​ແຫ່ງປະ​ເທດ​ໄທໄດ້​ນຳ​ສະ​ເໜີ​ກ່ຽວ​ກັບ​ບັນ​ຫາພາ​ວະ​ຄວາມ​ເປັນ​ຜູ້​ນຳ ແລະ ການ​ສື່​ສານທີ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ພາ​ວະ​ຂອງ​ຜູ້​ນຳແລະຜູ້​ຕາມ​​ໃນອົງ​ກອນໂດຍ​ສະ​ເພາະ​ກໍ່​ແມ່ນ​​ການ​ບໍ​ລິ​ຫານ​ອົງ​ກອນ, ບໍ​ລິ​ຫານ​ຄົນ, ບໍ​ລິ​ຫານ​ວຽກ, ບໍ​ລິ​ຫານ​ເງິນ…ແລະການ​ສື່​ສານຢ່າງ​​ຖືກ​ຕ້ອງຊຶ່ງເປັນ​ນິ​ມິດ​ໝາຍ​ທີ່​ດີທີ່​ພະ​ນັກ​ງານ​ບໍ​ລິ​ຫານ​ຂັ້ນ​ຕ່າງໆ​​ໄດ້​ຮັບ​ຮູ້, ເຂົ້າ​ໃຈແລະປະ​ຕິ​ບັດ​ໃຫ້​ສອດ​ຄ່ອງ​ກັບ​ອົງ​ກອນ​ຕົນແລະການ​​ສຳ​ມະ​ນາໃນ​ຫົວ​ຂໍ້​ດັ່ງ​ກ່າວແມ່ນນອນ​ໃນ​ຂອບ​ການ​ຮ່ວມ​ມື​ລະ​ຫວ່າງທະ​ນາ​ຄານ​ແຫ່ງ ສ​ປ​ປລາວແລະທະ​ນາ​ຄານ​ແຫ່ງປະ​ເທດ​ໄທຊຶ່ງ​ໄດ້​ເປັນ​ການສອດ​ຄ່ອງ​ກັບ​ຍຸກ​ແຫ່ງ​ການ​ພັດ​ທະ​ນາແລະການ​ເຊື່ອມ​ໂຍງ​ພາກ​ພື້ນແລະສາ​ກົນ​; ສະ​ນັ້ນ, ມັນຈຶ່ງ​ໄດ້​ເລັ່ງ​ທວງ​ໃຫ້​ບັນ​ດາພະ​ນັກ​ງານ​​ບໍ​ລິ​ຫານຂັ້ນ​ຕ່າງໆ​ຈະ​ຕ້ອງ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ບັນ​ຫາ​ດັ່ງ​ກ່າວເພາະ​​ມັນ​ເປັນ​ປັດ​ໃຈ​ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ການ​ຂັບ​ເຄື່ອນແລະພັດ​ທະ​ນາ​ວຽກ​ງານ​ລວມ​ຂອງ​ແຕ່​ລະ​ຂົງ​ເຂດ ເພື່ອ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ.

ໃນ​ໂອ​ກາດ​ດັ່ງ​ກ່າວ; ບັນ​ດາ​ນັກ​ວິ​ທະ​ຍາ​ກອນແລະນັກ​ສຳ​ມະ​ນາ​ກອນກໍ່​ໄດ້​ມີ​ການ​ຖາມ – ຕອບຫຼາຍ​ບັນ​ຫາ​ພ້ອມ​ທັງມີ​ກິດ​ຈະ​ກຳ​ຕ່າງໆ ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ສະ​ເໜີ​ຄວາມ​ຮູ້​ຜ່ານ​ວິ​ດີ​ໂອທີ່​ປິ່ນ​ອ້ອມ​ຫົວ​ຂໍ້ “ພາ​ວະ​ຄວາມ​ເປັນ​ຜູ້​ນຳແລະການ​ສື່​ສານ”; ຜ່ານ​ການ​ສຳ​ມະ​ນາ​ໃນ​ເທື່ອນີ້ ໄດ້​ເຮັດ​ໃຫ້​ບັນ​ດາ​ພະ​ນັກ​ງານ​ຂັ້ນ​ນຳ​ຈາກ​ກົມ/ທຽບ​ເທົ່າ​ກົມຂອງທະ​ນາ​ຄານ​ແຫ່ງ ສ​ປ​ປລາວ – ​ບັນ​ດາທະ​ນາ​ຄານ​ລັດສາ​ມາດ​ກຳ​ໄດ້​ແໜ້ນ ແລະຈະ​​ເອົາໄປ​ນຳ​ໃຊ້​ຢ່າງ​ປະ​ດິດ​ສ້າງເພື່ອ​ໃຫ້​ເກີດ​ປະ​ໂຫຍດ​ສ​ູງ​ສຸດ​ຕໍ່​ອົງ​ກອນຂອງ​ຕົນ​ໃນ​ຕໍ່​ໜ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.