ນັກສຶກສາລາວ 14.000 ກວ່າຄົນ ກໍາລັງສຶກສາຄົ້ນຄວ້າ ຢູ່ ສສ ຫວຽດນາມ

ປັດຈຸບັນນັກສຶກສາລາວ ທີ່ກໍາລັງສຶກສາຄົ້ນຄວ້າ ຢູ່ ສສ ຫວຽດນາມ ມີທັງໝົດປະ ມານ 14.644 ຄົນ, ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດຂອງລາວ ແລະ ຫວຽດ ນາມ ໄດ້ຮັບການປັບປຸງທັງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ, ສຳລັບທິດທາງແຜນການຮ່ວມມືໃນ ປີ 2019,

ສສ ຫວຽດນາມ ຍັງສືບຕໍ່ຊ່ວຍພັດທະນາຊັບພະຍາກອນມະນຸດໃຫ້ລາວ 1.273 ທຶນ. ພ້ອມດຽວກັນນີ້, ສອງຝ່າຍ ຈະຮ່ວມກັນຍົກສູງຄຸນນະພາບ ໃນການຄັດເລືອກນັກສຶກສາໄປຮຽນຕໍ່ຢູ່ ສສ ຫວຽດນາມ ໃນຮູບແບບທຶນແລກປ່ຽນລະຫວ່າງແຂວງ ແລະ ທຶນສ່ວນຕົວ,

ອີງຕາມຂໍ້ມູນ ໃນບົດຖະແຫລງຂ່າວຜົນສຳເລັດກອງປະຊຸມ ຄັ້ງທີ 41 ປະຈໍາປີ 2019 ຂອງຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ, ຊຶ່ງໄດ້ຈັດຂຶ້ນເມື່ອເດືອນມັງກອນ 2019 ທີ່ ສສ ຫວຽດນາມ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.