ກາເຟຍາມເຊົ້າ ບໍ່ຕ້ອງຟ້າວດື່ມດອກ

ຫຼາຍຄົນອາດຈະລຶ້ງເຄີຍ ກັບການຕື່ນຂຶ້ນມາຍາມເຊົ້າ ແລ້ວຍ່າງໄປຊົງກາເຟມາດື່ມ ຈົນອາດຄິດວ່າ ຕື່ນຂຶ້ນມາປຸບ ກໍດື່ມກາເຟໄດ້ເລີຍ, ແຕ່ຄວາມເປັນຈິງແລ້ວ ຄຳແນະນຳທົ່ວໄປຄື ຄວນດື່ມກາເຟຫຼັງຕື່ນນອນປະມານ 1-2 ຊົ່ວໂມງ ຈະເປັນຊ່ວງເວລາທີ່ເໝາະສົມກວ່າ ດ້ວຍເຫດຜົນຄື:

1.⁠ ⁠ລະດັບ ຄໍຕິຊອນ ໃນຮ່າງກາຍ

ພາຍໃນຊ່ວງ 30 ນາທີທຳອິດຫຼັງຈາກຕື່ນນອນ ຮ່າງກາຍຈະມີລະດັບ ຮໍໂມນຄໍຕິຊອນ ສູງສຸດໃນຮອບວັນ ຄໍຕິຊອນ ເປັນຮໍໂມນທີ່ຊ່ວຍໃຫ້ຮູ້ສຶກຕື່ນຕົວ ດັ່ງນັ້ນ, ຖ້າດື່ມກາເຟໃນຊ່ວງນີ້ ຈະເຮັດໃຫ້ເກີດການທັບຊ້ອນຂອງກາເຟ ແລະ ຄຳຕິຊອນ ອາດເຮັດໃຫ້ເກີດຕື່ນເຕັ້ນ ຫຼື ກະວົນກະວາຍໄດ້.

2.⁠ ⁠ການດູດຊຶມ ຄາເຟອີນ

ໃນຊ່ວງ 1-2 ຊົ່ວໂມງທຳອິດຫຼັງຕື່ນ ລະບົບການຍ່ອຍອາຫານ ແລະ ການດູດຊຶມສານອາຫານຕ່າງໆ ຂອງຮ່າງກາຍ ຈະເຮັດວຽກໄດ້ດີກວ່າໃນຊ່ວງເວລາອື່ນໆ ການດື່ມກາເຟໃນຊ່ວງນີ້ ຈຶ່ງເຮັດໃຫ້ຮ່າງກາຍດູດຊຶມຄາເຟອີນ ໄດ້ດີທີ່ສຸດ.

3.⁠ ⁠ການປັບຕົວ

ການດື່ມກາເຟທັນທີຫຼັງຕື່ນນອນ ອາດເຮັດໃຫ້ຮ່າງກາຍຕ້ອງປັບຕົວຈາກສະພາຫຼັບ ສູ່ສະພາວະຕື່ນຢ່າງກະທັນຫັນ ເຊິ່ງອາດກໍ່ໃຫ້ເກີດຄວາມຄຽດຕໍ່ຮ່າງກາຍໄດ້.

ດັ່ງນັ້ນ, ຊ່ວງເວລາທີ່ເໝາະສົມໃນການດື່ມກາເຟ ເພື່ອກະຕຸ້ນໃຫ້ຮູ້ສຶກຕື່ນຕົວໃນຕອນເຊົ້າ ຄື 1-2 ຊົ່ວໂມງຫຼັງຕື່ນນອນ, ເມື່ອລະດັບ ຄໍຕິຊອນ ຫຼຸດລົງ ແລະ ຮ່າງກາຍສາມາດດູດຊຶມຄາເຟອີນໄດ້ດີທີ່ສຸດ ຈະຊ່ວຍໃຫ້ໄດ້ຮັບປະໂຫຍດຈາກກຄາເຟອີນສູງສຸດ ໂດຍບໍ່ກໍ່ໃຫ້ເກີດຜົນຂ້າງຄຽງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...