ບໍລິສັດ ໄຟຟ້າ ຫົງສາ ໄດ້ຮັບການຮັບຮອງມາດຕະຖານການຈັດການສິ່ງແວດລ້ອມສາກົນ ISO 14001: 2015

ທີ່ໂຮງແຮມ ຄຣາວພາຊາ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີ ມອບ-ຮັບ ໃບຮັບຮອງມາດຕະການຖານຈັດການສິ່ງແວດລ້ອມສາກົນ ISO 14001: 2015 ໂດຍ ທ່ານ ປຣະວານທອງ ທອງໃຫຍ່ນະອາຍຸດທະຍາ ຜູ້ຈັດການຝ່າຍຮັບຮອງລະບົບພູມີພາກລູ່ມແມ່ນ້ຳຂອງ ບໍລິສັດ ບູໂຣເວີຣິທັດ ປະເທດໄທ ເປັນຜູ້ມອບ ແລະ ຮັບໂດຍ ທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ກ່າວວ່າ: ໂດຍໃນວັນທີ 30 ພະຈິກ 2009 ໄດ້ຈັດພິທີລົງນາມຂໍ້ຕົກລົງສັນຍາສໍາປະທານຮ່ວມກັນລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ໂຄງການໄຟຟ້າຫົງສາ ເຊິ່ງໄດ້ມີການກຳນົດ ແລະ ເບິ່ງແຍງຮັກສາສິ່ງແວດລ້ອມ ແລະ ສັງຄົມພາຍໃຕ້ສັນຍາສຳປະທານ (CA) ນີ້ ໄວ້ຢ່າງຊັດເຈນ ໂດຍ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ມີຄວາມມຸ່ງໝັ້ນ ແລະ ຄວາມສຳຄັນຕໍ່ການບໍລິຫານຈັດການດ້ານຄວາມປອດໄພ ສຸຂະພາບອະນາໄມ ສິ່ງແວດລ້ອມ ແລະ ສັງຄົມ ໃຫ້ມີຄວາມສອດຄ່ອງພາຍໃຕ້ສັນຍາສຳປະທານ (CA) ນີ້ ແລະ ຈະຕ້ອງປະຕິບັດຕາມກົດໝາຍດ້ານສິ່ງແວດລ້ອມຂອງ ສປປ ລາວ ຈຶ່ງເປັນທີ່ມາຂອງການພັດທະນາລະບົບການຄຸ້ມຄອງ ແລະ ຕິດຕາມກວດສອບຄຸນະພາບດ້ານສິ່ງແວດລ້ອມ ເພື່ອໃຫ້ໝັ້ນໃຈວ່າການດຳເນີນງານຂອງບໍລິສັດຈະບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ໂດຍໃນສັນຍາສຳປະທານໄດ້ລະບຸໄວ້ຢ່າງຊັດເຈນວ່າ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຕ້ອງໄດ້ຮັບຮອງມາດຕະຖານການຈັດການສິ່ງແວດລ້ອມສາກົນ ISO 14001: 2015 ພາຍຫຼັງຈາກການເດີນເຄື່ອງຈ່າຍກະແສໄຟຟ້າຄົບທັງ 3 ໜ່ວຍຜະລິດພາຍໃນ 3 ປີ.

      ພັນທະກິດຫຼັກຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ບໍ່ພຽງແຕ່ເປັນຜູ້ດຳເນີນທຸລະກິດດ້ານພະລັງງານໄຟຟ້າເທົ່ານັ້ນ ແຕ່ຍັງມຸ່ງເນັ້ນການດຳເນີນທຸລະກິດຄວບຄູ່ໄປກັບການເບິ່ງແຍງຮັກສາສິ່ງແວດລ້ອມ ແລະ ເບິ່ງແຍງເອົາໃຈໃສ່ຊຸມຊົນໃນພື້ນທີ່ ເພື່ອກ້າວສູ່ຄວາມຍືນຍົງ ດັ່ງທີ່ລະບຸໄວ້ໃນວິໄສທັດຂອງບໍລິສັດຄື: ການເປັນໂຮງໄຟຟ້າປາກບໍ່ແຮ່ນຳໜ້າໃນອາຊຽນ ໂດຍການເຮັດວຽກທີ່ເປັນເລີດ ສ້າງຄວາມເຊື່ອໝັ້ນ ແລະ ຄວາມສຸກສູ່ສັງຄົມ.

ສຳລັບ ISO 14001: 2015 ແມ່ນ: ມາດຕະຖານການຈັດການສິ່ງແວດລ້ອມທີ່ເປັນສາກົນ ແລະ ທົ່ວໂລກໃຫ້ການຍອມຮັບປະກອບດ້ວຍການຈັດການດ້ານສິ່ງແວວລ້ອມທີ່ມີປະສິດທິພາບ ແລະ ເປັນຫົວໃຈຂອງການດຳເນີນງານຈະຊ່ວຍໃຫ້ອົງກອນປະສົບຜົນສຳເລັດຢ່າງຍືນຍົງ ມາດຕະຖານການຈັດການສິ່ງແວດລ້ອມສາກົນສະບັບນີ້ຈຸດປະສົງ ເພື່ອໃຊ້ສຳລັບອົງກອນທີ່ຕ້ອງການບໍລິຫານຈັດການກັບຄວາມຮັບພິດຊອບດ້ານສິ່ງແວດລ້ອມຢ່າງເປັນລະບົບ ໂດຍໃຊ້ຂໍ້ກຳນົດທີ່ລະບຸໄວ້ໃນມາດຕະຖານການຈັດການສິ່ງແວດລ້ອມເປັນແນວທາງໃນການປະຕິບັດ ເພື່ອຕອບສະໜອງຕໍ່ຄວາມຄາດຫວັງຂອງລະບົບການຈັດການສິ່ງແວດລ້ອມເຊິ່ງປະກອບດ້ວຍການດຳເນີນງານໃຫ້ສອດຄ່ອງຕາມກົດໝາຍ ແລະ ພັນທະສັນຍາທີ່ກ່ຽວຂ້ອງ ແລະ ຄວາມສາມາດໃນການບັນລຸຈຸດປະສົງດ້ານການຈັດການສິ່ງແວດລ້ອມຂອງອົງກອນ ເພື່ອໃຫ້ເກີດຄຸນຄ່າຕໍ່ອົງກອນ, ຜູ້ມີສ່ວນຮ່ວມ, ສິ່ງແວດລ້ອມ ແລະ ສອດຄ່ອງກັບນະໂຍບາຍດ້ານສິ່ງແວດລ້ອມຂອງອົງກອນ ລວມເຖິງເພື່ອຄວາມຍືນຍົງດ້ານການບໍລິຫານການຈັດການສິ່ງແວດລ້ອມອີກດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...