ເມືອງ ຫາດຊາຍຟອງ ສຳເລັດການແຂ່ງຂັນ ສິລະປະ – ວັນນະຄະດີ

ເພື່ອເປັນການສົ່ງເສີມເຍົາວະຊົນຄົນລຸ້ນໃໝ່ໃຫ້ຫ່າງໄກຢາເສບຕິດຄຽງຄູ່ໄປກັບການສຶກສາຫ້ອງການສຶກສາເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນສີລະປະ – ວັນນະ ຄະດີ ຂຶ້ນໃນວັນທີ 1 ມີນາ 2019 ຜ່ານມາ ທີ່ສວນວັດຊຽງຄວນ ໂດຍມີຜູ້ເຂົ້າຮ່ວມໃນງານດັ່ງກ່າວຫຼາຍເຖິງ 3.000 ກວ່າຄົນ.

ທ່ານ ສີມມາລີ ຂຸນບູລົມ ຫົວຫ້ນາສືກສາເມືອງຫາດຊາຍຟອງ ກ່າວວ່າ: ການແຂ່ງຂັນສີລະປະ – ວັນນະຄະດີຂອງນັກຮຽນສາມັນທົ່ວເມືອງຫາດຊາຍຟອງ ປະຈໍາສົກຮຽນ 2018-2019 ທີ່ດໍາເນີນມາແຕ່ວັນທີ 28 ກຸມພາ – 1 ມີນາ ໂດຍມີປະເພດ: ຮ້ອງເພງ, ຟ້ອນພື້ນເມືອງລາວ, ປະເພດຂັບລຳທີ່ສ່ອງແສງເຖີງປະເພນີອັນດີງາມ ແລະ ວັດທະນະທຳວັນນະຄະດີລາວມາແຕ່ບູຮານນະການ ໂດຍມີ 56 ໂຮງຮຽນເຂົ້າຮ່ວມແຂ່ງຂັນ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອຳນວຍການ ບໍລິສັດ ທ່ອງທ່ຽວ ແລະ ການລົງທຶນ ຈຳກັດ ຜູ້ສຳປະທານສວນວັດຊຽງຄວນ ໃນນາມເຈົ້າຂອງສະຖານທີ່ ກ່າວວ່າ: ຮູ້ສຶກເປັນກຽດທີ່ໄດ້ມີໂອກາດເປັນສ່ວນໜຶ່ງໃນການຈັດງານດັ່ງກ່າວເຊິ່ງມີເຂົ້າຮ່ວມໃນງານເປັນຄູອາຈານ, ນັກຮຽນ, ຜູ້ປົກ ຄອງ ແລະ ນັກທ່ອງທ່ຽວ ເຂົ້າຮ່ວມ 3.000 ກວ່າຄົນ  ພາຍໃນງານນອກຈາກຈະຊົມນ້ອງນັກຮຽນສະແດງເທີງເວລາທີແລ້ວກໍ່ຍັງໄດ້ຢ້ຽມຊົມພຸດທະຮູບພາຍໃນວັດຊຽງຄວນ ແລະ ດອກໄມ້ທີ່ກຳລັງເບັ່ງບານໃຫ້ໄດ້ຖ່າຍຮູບໄດ້ຢ່າງເຕັມໃຈ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: