ຂໍ້​ຫ້າມ! ສິ່ງ​ທີ່ “ຄູ” ບໍ່​ຄວນ​ເຮັດເວ​ລາ​ສອ​ນ

ນາຍຄູແມ່ນຜູ້ທີ່ສອນ ລູກຫລານລາວ ໃຫ້ເປັນພົນລະເມືອງ ທີ່ດີມີຄຸນສົມບັດສິນທຳ ປະຕິວັດ ຮັກບ້ານເກີດ ເມືອງນອນຮັກປະເທດຊາດ, ຄູເປັນພໍ່ແມ່ຜູ້ທີ່ສອງຂອງລູກຫລາຍລາວ.  

ດັ່ງນັ້ນ, ຄູຕ້ອງເປັນແວ່ນແຍງໃຫ້ແກ່ລູກຫລານລາວ ນັບຕັ້ງແຕ່ການປາກເວົ້າ, ທ່າທີກິລິຍາມາລະຍາດ, ກິນຢູ່ນຸ່ງຖື… ເວົ້າລວມແລ້ວແມ່ນຮອບດ້ານ. ສິ່ງທີ່ຄູຈະຕ້ອງຫລິກເວັ້ນ ແລະ ບໍ່ອານຸຍາດໃຫ້ເຮັດເດັດຂາດກໍຄື:

1. ບໍ່ສວຍໃຊ້ໜ້າທີ່ຕຳ ແໜ່ງໄປໃນທາງທີ່ຜິດກົດໝາຍ, ລະບຽບການ, ບໍ່ສ້າງ ຄວາມຫຍຸ້ງຍາກໃຫ້ແກ່ນັກຮຽນ ແລະ ປະຊາຊົນ.

2. ບໍ່ໂລບມາກໂລພາ, ບໍ່ມີຄວາມສັດຊື່ໃນການຊອກຮູ້ຮ່ຳຮຽນ, ການຄົ້ນຄວ້າວິທະຍາສາດ, ການປະຕິບັດໜ້າທີ່ການສິດສອນ ແລະ ສຶກສາ.

3. ບໍ່ຂູ່ເຂັນ, ບັງຄັບ, ລຳອຽງ, ເລືອກປະຕິບັດ, ຕໍ່ວ່າ ກັບນັກຮຽນ. ບໍ່ສົມຮູ້ຮ່ວມຄິດ, ປົກປິດພວກຄົນບໍ່ດີໃນ ການສິດສອນ, ຮ່ຳຮຽນ, ການຝຶກຝົນຂອງນັກຮຽນ ແລະ ເພື່ອນຮ່ວມງານ.

4. ບໍ່ລ່ວງລະເມີດຮ່າງກາຍ, ກຽດສັກສີ, ຄວາມເປັນມະນຸດຂອງນັກຮຽນ, ເພື່ອນຮ່ວມງານ. ບໍ່ເຮັດສິ່ງທີ່ ແຕະ  ຕ້ອງເຖິງໜ້າວຽກ, ການ ເຄື່ອນໄຫວຂອງເພື່ອນຮ່ວມງານ ແລະ ຜູ້ອື່ນໆ.

5. ບໍ່ຈັດຕັ້ງການສອນເພີ່ມເຕີມ, ຮຽນເພີ່ມເຕີມ ທີ່  ຜິດກັບລະບຽບວິໄນ.

6. ບໍ່ສູບຢາ, ດື່ມເຫລົ້າ-ເບຍ ຢູ່ໃນໂມງການ ແລະ ຢູ່ ໃນຫ້ອງການ, ໃນໂຮງຮຽນ ແລະ ສະຖານທີ່ບໍ່ໄດ້ຮັບອະ ນຸຍາດກໍຄືຢູ່ໃນການເຄື່ອນໄຫວຕ່າງໆຢູ່ໃນໂຮງຮຽນ.

7. ບໍ່ນຳໃຊ້ໂທລະສັບໃນເວລາລວມ, ເວລາຂຶ້ນຫ້ອງ, ເວລາສອບເສັງ…

8. ບໍ່ສ້າງກຸ່ມກ້ອນພັກ ພວກ ທ້ອງຖິ່ນເຮັດໃຫ້ແຕກ ແຍກຄວາມສາມັກຄີພາຍໃນ.

9. ບໍ່ສວຍໂອກາດໃນ ເວລາສິດສອນໂຄສະນາ ຊວນເຊ່ືອທີ່ຄັດກັບທັດສະນະແນວທາງຂອງພັກ-ລັດ.

10. ບໍ່ຫລົບຫລີກໜ້າ ທີ່ຄວາມຮັບຜິດຊອບ, ປະລະໜ້າທີ່, ປະລະໜ້າວຽກຕາມ ລຳເພີໃຈ, ໄປການບໍ່ໄປຊ້າເລິກໄວ, ປະໂມງສອນ, ຕັດຮອນ ຫລື ເລັ່ງລັດຫລັກສູນການສອນ, ບໍ່ຝາຝືນລະບຽບວິໄນວິຊາສອນ ແລະ ຂອງໂຮງຮຽນ.

11. ບໍ່ຈັດຕັ້ງ ແລະ ບໍ່ເຂົ້າ ຮ່ວມການເຄື່ອນໄຫວຕ່າງໆ ທີ່ເຮັດໃຫ້ເສື່ອມເສຍອິດທິພົນບົດບາດຂອງຄູ ເຊ່ັນ: ຫລິ້ນເບ້ຍເຈ້ຍໄພ້, ໂສເພນີ, ງົມງາຍ, ບໍ່ນິຍົມ ແລະ ໂຄສະນາວັດທະນະທຳທີ່ເປັນພິດໄພ./.

ທີ່​ມາ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...