ສັງລວມຊາຕາກຳຂອງແຜ່ນດິນລາວ ຕັ້ງ​ແຕ່​ສະ​ໄໝ​ພ​ະ​ເຈົ້າ​ຟ້າ​ງຸ່ມ​ຫາ​ປັດ​ຈຸ​ບັນ

  1. ສົມເດັດພຣະເຈົ້າຟ້າງຸ່ມ ແຫລ່ງຫລ້າທໍລະນີ ໄດ້ທ້ອນໂຮມຊົນ ຊາດລາວ ໄດ້ຂີດຫມາຍເຂດນໍ້າແດນດິນລາວໃຫ້ປາກົດເປັນປະເທດລາວຂື້ນ ເທື່ອທໍາອິດ ຢູ່ສຸວັນນະພູມປະເທດ ( ຢູ່ແຫລມອິນດູຈີນ) ໃນປີ ຄ.ສ 1353 ( ປີ ພ.ສ 1896 ) ເຊິ່ງນັບມາເຖິງປີ ຄ.ສ 1997 ນີ້ກໍເປັນເວລາ 644 ປີນີ້ແລ້ວ ທີ່ຄົນລາວເຮົາມີແຜ່ນດິນຢູ່ອາໄສ ແລະ ມີຊາດລາວຄືທຸກມື້ນີ້.

ໄລຍະເວລາ 644 ປີຂອງແຜ່ນດິນລາວ ແຜ່ນດິນລາວໄດ້ມີການປ່ຽນ ແປງຄື:.

(1) ປີ ຄ.ສ 1707 ປີ ພ.ສ 2250 ) ດິນລາວໄດ້ແບ່ງອອກເປັນ 2 ອານາຈັກ ຄື: ອານາຈັກຫລວງພະບາງ ແລະ ອານາຈັກວຽງຈັນ.

(2) ປີ ຄ.ສ 1713 ປີ ພ.ສ 2256 ໄດ້ແບ່ງອອກເປັນ 3 ອານາຈັກ  ຄື: ເພີ່ມອານາຈັກຈໍາປາສັກຂື້ນຕື່ມ.

(3) ປີ ຄ.ສ 1779 ເ ປີ ພ.ສ 23420 ດິນລາວທັງ 3 ອານາຈັກ ຖືກ ໄທຢຶດເອົາທັງຫມົດ ແລ້ວໄທກໍຫາທຸກວິທີເພື່ອຈະກືນດິນລາວ ແລະ ບໍ່ໃຫ້ມີຊື່ຄໍາທີ່ວ່າ ” ລາວ ” ຢູ່ໃນໂລກ ຊາຕາກັມຂອງລາວໃນຂະນະນີ້ກໍາລັງຈະຊິ້ນ ເຊື້ອຫມົດຊາດ.

(4) ປີ ຄ.ສ 1891 ເ ປີ ພ.ສ 2434 ໂທສະຍາມໄດ້ແບ່ງດິນລາວ ່ ອອກເປັນ 4 ກອງເພື່ອງ່າຍແກ່ການປົກຄອງ.

(5) ປີ ຄ.ສ 1893 ( ປີ ພ.ສ 2436 ) ຝຣັ່ງເສດໄດ້ມາຢຶດເອົາ ດິນລາວ ສະເພາະຢູ່ທາງຝັ່ງຊ້າຍແມ່ນໍ້າຂອງ ຈາກໄທສະຍາມ ແລະ ນັບແຕ່ ບັດນັ້ນມາ ດິນລາວຈິ່ງຖືກຕັດແບ່ງອອກເປັນ 2 ແຜ່ນດິນ ຄື: ດິນລາວ ຢູ່ທາງຝັ່ງຊ້າຍແມ່ນ້ໍາຂອງ (2/5 ) ແມ່ນຝຣັ່ງເສດຢຶດຄອງ ດິນລາວຢູ່ທາງ

ຝັ່ງຂວາແມ່ນ້ໍາຂອງ (3/5) ໄທໄດ້ຜະນວກເອົາເປັນດິນໄທ ແລະ ເອີ້ນວ່າ ້ ໄທອີສານ ເຖິງປັດຈຸບັນ.

(6) ປີ ຄ.ສ 1901 ປີ ພ.ສ 2444 ຝຣັ່ງເສດພະຍາຍາມຈະລຶບ ຊື່ຄໍາທີ່ວ່າ “ລາວ” ອອກຈາກແຜນທີ່ໂລກ ແລະ ເອີ້ນດິນລາວວ່າ “ແຄວ້ນທີ 5 ຂອງສະຫະພັນອິນດູຈີນຝຣັ່ງເສດ.

(7) ປີ ຄ.ສ 1954 ປີ ພ.ສ 2497 ດິນລາວໄດ້ຄ່ອຍໆແບ່ງອອກ ເປັນ 2 ເຂດໂດຍແນວລາວຮັກຊາດ ແລະ ກໍ່ກວ້າງອອກເລື້ອຍໆ… ຍ້ອນການ ຕໍ່ສູ້ກູ້ຊາດຂອງຄົນລາວທີ່ຮັກຊາດ.

(8) ປີ ຄ.ສ 1975 ເ ປີ ພ.ສ 2418 ດິນລາວໄດ້ເປັນປຶກແຜ່ນ ດຽວກັນ ເມື່ອແນວລາວຮັກຊາດເຮັດສໍາເລັດການປະຕິວັດຊາດ ປະຊາທິປະໄຕ ປະກາດເອກະລາດ 2 ທັນວາ 1975.

  1. ກະສັດທີ່ປົກຄອງຊາດລາວ ມີທັງຫມົດ 117 ອົງ

( 1) ປົກຄອງຫລວງພະບາງ 73 ອົງ

(2) ປົກຄອງນະຄອນວຽງຈັນ 26 ອົງ

(3) ປົກຄອງນະຄອນຈໍາປາສັກ 18 ອົງ

– ອາວະສານການປົກຄອງດິນລາວແບບກະສັດ ເມື່ອວັນທີ 2 ທັນວາ 1975. 3 ປະທານປະເທດສາທາລະນະລັດ ໆ… ມີ 4 ຄົນ ( ນັບແຕ່ປີ 1975 ເຖິງປີ 1996 )

  1. ນາຍົກລັດຖະມຸນຕີຂອງລາວມີ 16 ຄົນ ( ນັບແຕ່ປີ 1941 ເຖິງປີ 1996 )

 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...