ເຈົ້າອະນຸວົງ ຂຶ້ນສະເຫວີຍລາດ ແລະທຳການຟື້ນຟູປະເທດໃຫ້​ຍິ່ງ​ໃຫຍ່

ຢູ່ມາເຖິງປີ ພ.ສ 2347 (ຄ.ສ 1803) ສົມເດັດພະເຈົ້າອິນທະວົງ ຜູ່ເປັນພະເຊດຖາຄອງລາຊະສົມບັດມາໄດ້ສິບປີກໍສະຫວັນນະຄົດ ເມື່ອເດືອນ 3 ອອກໃໝ່ 8 ຄໍ່າ, ພະເຈົ້າແຜ່ນດິນ ສະຫຍາມຈຶ່ງທົງອະພິເສກເຈົ້າມະຫາອຸປະຮາດອະນຸວົງ ຂຶ້ນເປັນເຈົ້າແຜ່ນດິນນະຄອນວຽງຈັນ ໃນປີດຽວກັນ ນັ້ນເອງ.

ເວລາຂຶ້ນສະເຫວີຍລາດນັ້ນ ພະອົງມີພະຊົນໄດ້ 37 ປີ. ເມື່ອໄດ້ສະເຫວີຍລາດແລ້ວ ພະອົງກໍໄດ້ຟ້າວຈັດການຟື້ນຟູແລະບູລະນະປະເທດຊາດຂຶ້ນຢ່າງແຂງແຮງ ໃນທາງພະພຸດທະສາສະໜາ ພະອົງກໍໄດ້ທົງຈັດການ ປະຕິສັງຂອນປົວ ແປງວັດວາອາຮາມຂຶ້ນຫຼາຍວັດ ຕະຫຼອດຈົນຫໍໂຮງພະລາຊະວັງຖະໜົນຫົນທາງ ກໍໄດ້ທົງປະຕິສັງຂອນສ້າງແປງຂຶ້ນເປັນອັນມາກ.

ໃນດ້ານການທະຫານ ພະອົງກໍບໍ່ໄດ້ຢຸດຢ່ອນທໍ້ຖອຍໄດ້ທຳການບຳລຸງສົ່ງເສີມ ໃຫ້ເຂັ້ມແຂງຢູ່ສະເໜີ. ໃນດ້ານການ ເມືອງພະອົງກໍໄດ້ພະຍາຍາມທຳການຕິດຕໍ່ສະໝານໄມຕີກັບພະເຈົ້າມັນທາຕຸລາດແຫ່ງນະຄອນຫຼວງພະບາງໄວ້ ເປັນຢ່າງດີ ເພື່ອໃຫ້ລືມເຫດການອັນເຄີຍຜິດຂ້ອງຕ້ອງຖຽງບາດໜາງກັນມາ ແຕ່ກ່ອນໆນັ້ນເສຽຈົນຕະຫຼອດທາງປະ ເທດອານາມ ພະອົງກໍໄດ້ທຳການຕິດ ຕໍ່ເປັນໄມຕີໄວ້ເປັນອັນດີຕາມລາຊະປະເພນີແຕ່ກ່ອນໆມາ.

ໃນປະເທດສະຫຍາມເອງພະອົງກໍເປັນທີ່ໄວ້ວາງ ພະໄທຂອງພະເຈົ້າແຜ່ນດິນສະຫຍາມລາຊະສະການທີ 2. ພະເຈົ້າແຜ່ນດິນສະຫຍາມພະອົງນີ້ ກໍທົງຮັກແພງສະໜິດ ສະໜົມກັບພະອົງເປັນອັນມາກ ດັ່ງຈະເຫັນໄດ້ໃນເຫດການ ແລະພະລາຊະພາລະກິດ ທີ່ພະອົງໄດ້ທົງປະຕິບັດດັ່ງຕໍ່ໄປນີ້:

– ປີ ຄ.ສ 1805 ພະອົງໄດ້ຍົກທັບໄປຕີເມືອງຊຽງຕຸງ ເມືອງຊຽງຮຸ່ງ ຕະຫຼອດເມືອງລື້ ທັງຫຼາຍ ຊ່ອຍກອງທັບສະຫຍາມ ພ້ອມດ້ວຍກອງທັບຫົວເມືອງປະເທດສະລາດທັງຫຼາຍທີ່ຂຶ້ນກັບສະຫຍາມ ໄດ້ຊ້າງມ້າສາດຕາອາວຸດ ເປັນອັນມາກ.

– ປີ ຄ.ສ 1806 ພະອົງໄດ້ສ້າງພະລາຊະວັງ ແລະຫໍໂຮງຂຶ້ນ ໃນນະຄອນວຽງຈັນ ເປັນອັນມາກ.

– ປີ ຄ.ສ 1807 ໄດ້ສະເດັດໄປທຳບຸນສະຫຼອງຂົວວັດທາດພະນົມ ໃນເມືອງນະຄອນພະນົມ.

– ປີ ຄ.ສ 1808 ໄດ້ສະເດັດໄປສ້າງວັດສີບຸນເຮືອງ ແລະວັດອື່ນໆ ໃນເມືອງໝອງຄາຍ.

– ປີ ຄ.ສ 1809 ສົມເດັດພະເລີດຫຼ້ານະພາໄລ ພະເຈົ້າແຜ່ນດິນສະຫຍາມ ໄດ້ໃຫ້ເຈົ້າພະຍາຈັກກຣີ ຂຽນຈົດໝາຍມາຫາພະເຈົ້າອະນຸວົງ ຝາກຄວາມຮັກແລະຄຶດເຖິງມາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...