ລາວ-ອາເມລິກາ ສະຫຼອງຜົນສໍາເລັດໂຄງການຊ່່ວຍເຫຼືອ 5 ປີ

ພິທີປີດໂຄງການ USAID LUNA II ທີ່ສະໜັບສະໜູນການອໍານວຍຄວາມສະດວກດ້ານການຄ້າ ແລະການເຊື່ອມໂຍງດ້ານເສດຖະກິດ ໄດ້ມີຂຶ້ນໃນວັນທີ 22 ມີນາ 2019 ທີ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາລາວ, ມີບັນດາຕາງໜ້າຈາກກະຊວງ, ສະຖານທູດອາເມລິກາ ແລະພາກເອກະຊົນເຂົ້າຮ່ວມ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາລາວ ກ່າວວ່າ: ໃນໄລຍະ 5 ປີທີ່ຜ່ານມາໂຄງການ USAID LUNA II ໄດ້ເຮັດໜ້າທີ່ປຽບເໝືອນຍານພະຫະນະໃຫ້ແກ່ການຮ່ວມມື ແລະການສົນທະນາລະຫວ່າງ 2 ຊາດ ລາວ-ອາເມລິກາ ໃນການຈັດຕັ້ງປະຕິບັດວຽກງານທີ່ກ່ຽວກັບພັນທະຂອງ ສປປ ລາວ ໃນນາມທີ່ເປັນສະມາຊິກຂອງອົງການ ການຄ້າໂລກ, ປະຊາຄົມເສດຖະກິດອາຊຽນ ແລະພັນທະຂອງສັນຍາການຄ້າສອງຝ່າຍ ລາວ-ອາເມລິກາ. ໂຄງການ USAID LUNA II ແມ່ນໂຄງການຊ່ວຍເຫຼືອ 5 ປີ ຂອງອົງການພັດທະນາສາກົນອາເມລິກາ USAID ເຊິ່ງຖຶກສ້າງຂຶ້ນເພື່ອສະໜັບສະໜູນວຽກງານການຄ້າ ຮ່ວມກັບ ສ. ອາເມລິກາ ແລະເຊື່ອມໂຍງ ສປປ ລາວ ເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ແລະອົງການການຄ້າໂລກ. ນັບແຕ່ປີ 2014 ໂຄງການ USAID LUNA II ໄດ້ເຮັດວຽກຢ່າງໃກ້ສິດກັບກະຊວງອຸດສາຫະກໍາ ແລະການຄ້າ ແລະບັນດາກະຊວງຕ່າງໆ ເພື່ອປັບປຸງບັນດານິຕະກໍາໂດຍສະເພາະແມ່ນມິຕິກໍາຊັບຊິນທາງປັນຍາ, ນິຕິກໍາການແກ້ໄຂທາງການຄ້າໃນຂອບເຂດອົງການການຄ້າໂລກ, ສະໜັບສະໜູນການຄ້າແບບດິຈິຕໍ້ ແລະຂະຫຍາຍຕະຫຼາດໃຫ້ແກ່ບັນດາຜູ້ປະກອບການໃນລາວ ແລະເພີ່ມຄວາມເຂົ້າເຂົ້າກ່ຽວກັບສິດຜູ້ຊົມໃຊ້ ແລະນິຕິກໍາຕ່າງໆ.

ທ່ານນາງ ເຂັມມະນີ ພົນເສນາ ກ່າວຕື່ມວ່າ: ການຊ່ວຍເຫຼືອຂອງໂຄງການ USAID LUNA II ແມ່ນຊ່ວຍໃຫ້ ສປປ ລາວ ມີສ່ວນຮ່ວມກັບສາກົນ ແລະໄດ້ຮັບຜົນປະໂຫຍດນໍາບັນດາຂໍ້າຕົກລົງຕ່າງໆ ແລະຊ່ວຍສະໜັບໜູນການຄ້າແບບຍຸດຕິທໍາ ແລະຖືກກັບລະບຽບການຕ່າງໆ. ນອກນັ້ນໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນນາມຄູ່ຮ່ວມມີກັບ ສ. ອາເມລິກາ , ສະມາຊິກຂອງອາຊຽນ ແລະສ່ວນໜຶ່ງຂອງສາກົນ. ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມປະຕິບັດໃນປີ 2014 ແລະຈະຖືກປິດລົງໃນວັນທີ 23 ມີນາ 2019 ແມ່ນໂຄງການສືບຕໍ່ຈາກຜົນສໍາເລັດອັນໂດດເດັ່ນຂອງໂຄງການລູນາລາວ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກຢ່າງສົມບູນໃນປີ 2013.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...