ພາກ​ລັດ ປັບລາຄາໄຟຟ້າເພີ່ມຂຶ້ນອີກ 1% ​ແຕ່​ປີ 2019- 2025

ຜົນການປັບປຸງລາຄາໄຟຟ້າໃໝ່ມີຄື: ພາກທີ່ຢູ່ອາໄສໄດ້ສຶກສາເປັນ 4 ທາງເລືອກທາງເລືອກທີ 1 ຮັກສາຕາມໂຄງສ້າງ ແລະ ລາຄາເດີມປະກອບມີ 6 ຂັ້ນ , ຂັ້ນພະລັງ ງານເລີ່ມແຕ່ 0-25 ກິໂລວັດໂມງລາຄາ 348 ກີບຕໍ່ກິໂລວັດໂມງ, ຂັ້ນພະລັງງານ 26-150 ກິໂລວັດໂມງລາຄາ 414 ກີບ, ຂັ້ນພະລັງງານ 151-300 ກິໂລວັດໂມງລາຄາ 799 ກີບ, ຂັ້ນພະລັງງານ 301-400 ກິໂລວັດໂມງລາຄາ 880 ກີບ, ຂັ້ນພະລັງງານ 401-500 ກິໂລວັດໂມງລາຄາ 965 ກີບ ແລະ ຖ້າຫາກຫຼາຍກວ່າ 500 ກິໂລວັດໂມງລາຄາ 999 ກີບຕໍ່ກິໂລວັດໂມງໃນປີ 2019 ແລະລາຄາໄຟຟ້າຈະເພີ່ມຂຶ້ນ 1% ຕໍ່ປີຈົນຮອດປີ 2025.

ທາງເລືອກທີ 2 ແມ່ນຮັກສາໂຄງສ້າງຄືເກົ່າແຕ່ຈະປັບປຸງວິທີການຄິດໄລ່ ແລະລາຄາໄຟຟ້າຄືນໃໝ່; ທາງເລືອກທີ 3 ແມ່ນລົບລ້າງໂຄງສ້າງແບບຫຼາຍຂັ້ນໃຫ້ມີຂັ້ນດຽວ ແລະໃຊ້ລາຄາດຽວເປັນເອກະພາບສຳລັບທຸກຄົວເຮືອນ ແລະທາງເລືອກທີ 4 ປັບໂຄງສ້າງຈາກ 6 ຂັ້ນມາເປັນ 3 ຂັ້ນ ແລະປັບປຸງລາຄາໄຟຟ້າຄືນໃໝ່ໂດຍລົບລ້າງການເກື້ອກູນ, ຊຶ່ງຂັ້ນພະລັງງານເລີ່ມຈາກ 0-150 ກິໂລວັດໂມງລາຄາແມ່ນ 400 ກີບຕໍ່ກິໂລວັດໂມງ, ຫຼາຍກວ່າ 500 ກິໂລວັດໂມງລາຄາ 720 ກີບຕໍ່ກິໂລວັດໂມງໃນ ປີ 2019 ແລະລາຄາໄຟຟ້າຈະເພີ່ມຂຶ້ນ 1% ຕໍ່ປີຈົນຮອດປີ 2025.

ເພື່ອເຮັດໃຫ້ຮ່າງປັບປຸງໂຄງສ້າງລາຄາໄຟຟ້າສະບັບໃໝ່ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຫຼາຍຂຶ້ນຫຼາຍແຂວງໃນຂອບເຂດທົ່ວປະເທດໄດ້ມີການ ຈັດກອງປະຊຸມເສວະນາແນວຄວາມຄິດໃສ່ໜຶ່ງໃນນັ້ນກໍແມ່ນແຂວງຫຼວງນ້ຳທາໂດຍໃນວັນທີ 1 ເມສາຜ່ານມາທີ່ແຂວງດັ່ງກ່າວພະແນກພະລັງງານ ແລະ ບໍ່ແຮ່ແຂວງໄດ້ເປີດກອງປະຊຸມເສວະນາກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າໃໜ່, ໂດຍການເປັນປະທານຂອງ ທ່ານ ພົມມະສຸກ ວິໄລກຸນ ຫົວໜ້າຫ້ອງວ່າການແຂວງຫຼວງນໍ້າທາ, ມີທ່ານ ສົມສະຫວາດ ນານທິລາດ ຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງນໍ້າທາ, ມີຫົວໜ້າພະແນກຮອງພະແນກ ແລະພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.

ທ່ານ ສະແຫວງ ອຸປະເສິດ ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງຫຼວງນໍ້າທາ ໄດ້ຂຶ້ນຜ່ານຮ່າງປັບປຸງສ້າງລາຄາໄຟຟ້າຄືນໃໝ່ໃນໄລຍະປີ 2019-2025 ການສຶກສາປັບປຸງໂຄງສ້າງໄຟຟ້າໄດ້ເລີ່ມແຕ່ປິ 2016 ຊຶ່ງມີຈຸດປະສົງເພຶ່ອການສົ່ງເສີມຄວາມຍຶນຍົງທາງດ້ານການເງິນຂອງຂະແໜງໄຟຟ້າໃນລາວ ແລະການພັດທະນາໂຄງສ້າງລາຄາໄຟຟ້າໃຫ້ມີຄວາມເໝາະສົມເພື່ອໃຫ້ສອດຄ່ອງກັບສະພາບການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ.

ມາຮອດໄລຍະປະຈຸບັນນີ້ ໄດ້ສຳເລັດການຮ່າງປັບປຸງໂຄງສ້າງລາຄາຄືນໃໝ່ໂດຍພື້ນຖານ ແລະໄດ້ນໍາເຂົ້າລາຍງານຕໍ່ກອງປະຊຸມລັດຖະບານໃນຄັ້ງວັນທີ 6 ມີນາ 2019 ຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ໄດ້ແນະນໍາໃຫ້ມີການສົມທົບກັບຫຼາຍໆພາກສ່ວນເພື່ອເປັນການປະຊາສຳພັນໃຫ້ຖົ່ວເຖິງ, ເພື່ອດຶງດູດການລົງທຶນທາງພາຍໃນ ແລະຕ່າງປະເທດແນໃສ່ການສົ່ງເສີມການນໍາໃຊ້ພະລັງງານໄຟຟ້າເຂົ້າໃນການຜະລິດປຸງແຕ່ງເປັນສິນຄ້າໃຫ້ເພີ່ມຂຶ້ນ ແລະຍັງສືບຕໍ່ການເກື້ອກູນຜູ້ທີ່ມີລາຍຮັບຕໍ່າ, ເພື່ອແກ້ໄຂໄຟຟ້າທີ່ບໍ່ດຸ່ນດຽງຕາມການຄາດຄະເນຂອງການຊົມໃຊ້ ແລະຂອງການສະໜອງຢູ່ພາຍໃນປະເທດ, ເພື່ອປັບປຸງໂຄງສ້າງລາຄາໄຟຟ້າໃຫ້ສອດຄ່ອງກັບສະພາບເສດຖະກິດພາກພື້ນ ແລະສາກົນທີ່ສາມາດແຂ່ງຂັນກັນໄດ້ ແລະຫັນອອກຈາກການເກື້ອກູນ ຫຼື ເກື້ອກູນຢ່າງມີເປົ້າ ໝາຍສະເພາະຜົນການຄົ້ນຄວ້າໂຄງສ້າງລາຄາໄຟຟ້າສະບັບໃໝ່ແມ່ນໄດ້ລົງເລິກເຖິງທີ່ຢູ່ອາໄສ, ອົງການຈັດຕັ້ງສາກົນ, ທຸລະກິດທົ່ວໄປ, ທຸລະກິດສຶກສາ ແລະກີລາ, ທຸລະກິດບັນ ເທິງ, ສຳນັກງານລັດບໍລິຫານ, ກະສິກຳ, ອຸດສາຫະກຳ ແລະອື່ນໆ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...