ການ​ນຳ​ແຂວງ​ຄຳ​ມ່ວນ ຖືເອົາການທ່ອງທ່ຽວເປັນທ່າແຮງຕົ້ນຕໍຂອງ​ແຂວງ

ການນໍາຂອງແຂວງຄໍາມ່ວນໄດ້ຖື ເອົາການທ່ອງທ່ຽວເປັນທ່າແຮງຕົ້ນຕໍ່ໃນ 3 ທ່າແຮງໃຫຍ່ຂອງແຂວງ ໂດຍມີທ່າແຮງກະສິກໍາ-ປ່າໄມ້; ອຸດສາຫະກໍາ (ພັດທະນາພະລັງງານ ແລະ ບໍ່ແຮ່) ແລະ ການບໍລິການ-ການທ່ອງທ່ຽວ ເຊິ່ງໃນ ປັດຈຸບັນວຽກງານທ່ອງ ທ່ຽວໄດ້ສໍາຫຼວດຂຶ້ນບັນຊີ ທັງຫມົດ 207 ແຫ່ງ ໃນນີ້ມີ ແຫຼ່ງທ່ອງທ່ຽວທໍາມະຊາດ 143 ແຫ່ງ, ວັດທະນະທໍາ 33 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 31 ແຫ່ງ.

ສິ່ງຮອງຮັບໃນລະດັບດີທີ່ສົມຄູ່ກັບການຂະຫຍາຍຕົວຂອງການທ່ອງທ່ຽວ ເຊິ່ງມີໂຮງແຮມ 25 ແຫ່ງ, ເຮືອນ ພັກ 110 ແຫ່ງ, ລີສອດ 5 ແຫ່ງ, ຮ້ານອາຫານ 159 ແຫ່ງ, ສະຖານບັນເທິງ 6 ແຫ່ງ, ມີ 5 ບໍ ລິສັດທ່ອງທ່ຽວ; ສໍາລັບປີທ່ອງທ່ຽວ 2018 ຜ່ານມາຄໍາມ່ວນໄດ້ ຕ້ອນຮັບນັກ ທ່ອງທ່ຽວທັງ ຫມົດ 423.830 ຄົນໃນນີ້ນັກ ທ່ອງທ່ຽວສາກົນ 283.494 ຄົນ ແລະ ສາມາດສ້າງລາຍຮັບໄດ້ຫຼາຍກວ່າ 310 ຕື້ ກວ່າກີບ.

ການປັບປຸງເສັ້ນທາງ ແລະ ພັດທະນາສິຮອງຮັບຕ່າງໆໃນແຫຼ່ງທ່ອງທ່ຽວເຂດພະທາດສີໂຄດຕະບອງ, ຖ້ໍາພະຫນອງປາຜາ ແລະ ແຫ່ງອື່ນໆຈໍານວນຫນຶ່ງ ເຊິ່ງໄດ້ນໍາໃຊ້ງົບປະມານ ພາຍໃນລວມທັງພາກເອກະຊົນ ແລະ ສາກົນ ແລະ ການ ທ່ອງທ່ຽວມີສ່ວນຮ່ວມຂອງ ປະຊາຊົນຕິດພັນກັບການປັບປຸງຊີວິດການເປັນຢູ່, ການສ້າງວຽກເຮັດງານທໍາ, ການແກ້ໄຂຄວາມທຸກຍາກ ແລະ ການປົກປັກຮັກສາສິ່ງແວດ ລ້ອມ; ພ້ອມນັ້ນ, ຍັງໄດ້ພັດ ທະນາ ແລະ ຍົກລະດັບຄຸນນະພາບ ຂອງຜູ້ປະກອບການດ້ານການບໍລິການທ່ອງທ່ຽວ, ພັດທະນາການສົ່ງເສີມ ການທ່ອງທ່ຽວໃນສື່ສິ່ງພິມ- ສື່ເອເລັກໂຕຣນິກ ເຮັດ ໃຫ້ນັກທ່ອງທ່ຽວໄດ້ມາສໍາ ຜັດກັບຄວາມ ເປັນຈິງຫຼາຍ ຍິ່ງໆຂຶ້ນ.

ສະນັ້ນ, ເພື່ອພັດທະນາການທ່ອງທ່ຽວ ໃຫ້ດີຂຶ້ນໂດຍການປະຕິບັດ ໃຫ້ໄດ້ຄື: “ດຶງດູດມາຫຼາຍ, ຢູ່ດົນ, ປອດໄພ, ປະທັບໃຈ ແລະ ກັບມາອີກ”; ແຂວງ ຄໍາມ່ວນຈະໄດ້ພ້ອມກັນເປັນເຈົ້າພາບທີ່ດີ, ມີການບໍລິການດີ, ມີຄວາມ ສະອາດ ແລະ ຮັກແພງເບິ່ງແຍງນັກທ່ອງທ່ຽວ ດ້ວຍຄວາມເປັນມິດໄມຕີ, ອັດທະຍາໃສດີ ແລະ ປົກປ້ອງຄວາມສະຫງົບປອດໄພຂອງບ້ານເມືອງ./.

ແຂວງຄໍາມ່ວນ ເປັນດິນແດນແຫ່ງອະຣິຍະທໍາທີ່ເກົ່າແກ່, ຊາວເມືອງ ເປັນຄົນທີ່ມີ ຈິດໃຈເຜື່ອແຜ່ອາຣີ ແລະ ມີ ຄວາມ ອາດຫານຊານໄຊ, ພ້ອມນັ້ນ, ຍັງມີຊັບພະຍາກອນທໍາມະຊາດທີ່ຫຼາກຫຼາຍ; ມີມູນເຊື້ອ ແລະ ຮ່ອງຮອຍປະຫວັດສາດທີ່ເລື່ອງລື ມີແຫຼ່ງທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນາທໍາ ທີ່ຢັ້ງຢາຍໃນຫຼາຍພື້ນທີ່ຂອງແຂວງ ເຊິ່ງຄວາມອຸດົມສົມບູນເຫຼົ່າ ນັ້ນ ໄດ້ກາຍເປັນທ່າແຮງທີ່ບົ່ມຊ້ອນ ແລະ ເປັນເງື່ອນໄຂທີ່ດີໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...