Thursday, April 30, 2026
Kbank Laos โอน รับ จ่าย
-->

ພາກລັດ ແລະ ພາກສ່ວນກ່ຽວຂ້ອງ ໃຊ້ມາດຕະການຫຼາຍຢ່າງ ເພື່ອເຮັດໃຫ້ລົດເມໂດຍສານປອດໄພ

ຫລັງຈາກການສະຫລອງປີໃໝ່ລາວ, ໃນກາງຄືນວັນທີ 20 ເມສາ 2019, ກໍລະນີອຸບັດເຫດລົດເມໂດຍສານສາຍໃຕ້ຈາກນະຄອນຫລວງວຽງຈັນຕົກຂົວ ຫ້ວຍງູນ້ອຍ ເຂດບ້ານຫາດຊາຍຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ເຊິ່ງມີຜູ້ ເສຍຊີວິດ 6ຄົນ (ເສຍຊີວິດກັບທີ່ 5 ແລະ ເສຍຢູ່ໂຮງໝໍ 1 ) ແລະ ບາດ ເຈັບ 16 ໃນຈໍານວນຄົນໂດຍສານ 22 ຄົນຢູ່ລົດຄັນດັ່ງກ່າວ.

ຂ່າວຄາວລັກສະນະດຽວກັນນີ້ແຕ່ລະປີເກີດຂຶ້ນບໍ່ຫລາຍປານໃດຖ້າເບິ່ງໃສ່ ບັນດາປະເທດອ້ອມແອ້ມເຮົາໂດຍສະເພາະປະເທດຢູ່ເບື້ອງຕາເວັນຕົກຂອງເຮົາ, ແຕ່ໃນດ້ານຄວາມສູນເສຍກໍບໍ່ອາດປະເມີນຄ່າໄດ້ໃນຊີວິດ ຂອງຄົນໃນເວລານາທີອັນສຸດສັ້ນໃນຊົ່ວພັບຕາ ເຊິ່ງມາພ້ອມກັບຄໍາສະແດງຄວາມເສົ້າສະຫລົດໃຈນໍາຜູ້ເສຍຊີ ວິດ, ຄວາມເຫັນອົກເຫັນໃຈ ຜູ້ໄດ້ຮັບບາດເຈັບກໍຄືຄວາມເຫັນຂໍສະແດງຄວາມແບ່ງເບົາທຸກໂສກ ນໍາຍາດຕິພີ່ນ້ອງຜູ້ປະສົບເຫດນັ້ນ, ກໍມີບັນຫາທີ່ຕັ້ງຂຶ້ນຈໍານວນໜຶ່ງ ກ່ຽວກັບການຮັບປະກັນຄວາມປອດໄພ ໃນການໂດຍສານທີ່ມີຫລາຍຄໍາເຫັນໃຫ້ກວດກາເຂັ້ມງວດຕໍ່ການບໍລິການລົດໂດຍສານໂດຍສະ ເພາະແມ່ນການແລ່ນທາງໄກ ໃຫ້ຮັບປະກັນເຊື່ອໝັ້ນສູງ ເທົ່າໃດກໍຍິ່ງເປັນການດີ…

ຫລັງຈາກທີ່ມີອຸບັດເຫດຄືດັ່ງກ່າວກໍມີຂ່າວອອກມາວ່າ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຊີ້ນໍາໃຫ້ສະຖານີລົດໂດຍສານ ໂດຍສະເພາະສາຍເໜືອ ແລະ ໃຕ້ ເຊິ່ງເປັນສູນກາງຂົນສົ່ງໄປທົ່ວປະເທດເອົາໃຈໃສ່ກວດກາສະພາບລົດໂດຍສານແຕ່ລະຄັນ ໃຫ້ຮັບປະກັນເຕັກນິກສູງ ແລະ ໃຫ້ມີຄົນຂັບລົດສອງຄົນ ເພື່ອສັບປ່ຽນກັນຂັບໃນເວລາເດີນທາງໄກ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ໂດຍສານ.

ເຊິ່ງນັບເປັນຄວາມສະດຸ້ງຕໍ່ບັນຫາເພື່ອຫລຸດຜ່ອນອັດຕາການເກີດອຸບັດເຫດທາງຖະໜົນ.ເຖິງຢ່າງໃດກໍດີ ຕາມທີ່ເກັບກໍາໄດ້ບາງຄໍາເຫັນທີ່ສັງລວມມາແລກປ່ຽນນໍາບັນດາທ່ານ ຕໍ່ການຫລຸດຜ່ອນຄວາມສ່ຽງຕໍ່ການເກີດອຸບັດ ເຫດຂອງລົດໂດຍສານນັ້ນ ສໍາຄັນແມ່ນຂອດການກວດກາທັງສະພາບເຕັກນິກລົດ, ຄົນຂັບລົດ-ການຂັບລົດ (ເຄັ່ງຄັດຕໍ່ການປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກກໍຄື ກົດລະບຽບຈະລາຈອນ) ແລະ ການ ໃສ່ເຄື່ອງຕ້ອງໃຫ້ຢູ່ໃນລະບຽບການທີ່ວາງໄວ້ຈຶ່ງ ຈະຮັບປະກັນຄວາມປອດໄພ.

ໄລຍະຜ່ານມາສັງເກດເຫັນວ່າ ເຖິງວ່າທຸກພາກສ່ວນລັດທີ່ກ່ຽວຂ້ອງໄດ້ມີຄວາມພະຍາຍາມສູງໃນການກໍາກັບເບິ່ງແຍງວຽກການຂົນສົ່ງໂດຍສານຢ່າງເປັນປະຈໍາ, ແຕ່ກໍຍັງເຫັນວ່າບາງຄັ້ງຄາວ, ການປະຕິບັດຕາມລະບຽບການຂອງການຂົນສົ່ງໂດຍສານ ຫລື ການປະກອບກິດຈະການຂົນສົ່ງໂດຍສານນັ້ນຍັງບໍ່ທັນເຂົ້າສູ່ລະບຽບເທົ່າທີ່ຄວນ ເຊິ່ງມັນສະແດງອອກໃນການໃສ່ຄົນໂດຍສານເກີນຈໍານວນທີ່ກໍານົດຂອງ ແຕ່ລະປະເພດລົດ (ໃສ່ຕັ່ງເພີ່ມ,ຮັບຜູ້ໂດຍສານຕາມທາງ…), ການໃສ່ເຄື່ອງໃນໂດຍສານນໍ້າໜັກເກີນລະບຽບລວມທັງມັກມີກໍລະນີໃສ່ ເຄື່ອງເທິງຫລັງຄາສູງກາຍກໍານົດ 60 ຊັງຕີແມັດ, ແລ່ນລົດໄວເກີນກໍານົດ, ໃນເວລາກາງຄືນໄຕ້ຕາສູງ ເຍືອງໃສ່ລົດສວນທາງ ແລະ ອື່ນໆ.

ໄລຍະຜ່ານມາ,ເວລາມີບຸນປາງໃຫຍ່ທີ່ພັກການຫລາຍມື້, ສະຖານີລົດໂດຍສານ ລະດົມລົດມາເພີ່ມເພື່ອຮອງຮັບຄວາມຕ້ອງການຂອງລູກຄ້າເຊິ່ງແຕ່ລະແຂວງບໍ່ໜ້ອຍກວ່າ 10 ຄັນ, ໃນກໍລະນີຄືແນວນັ້ນເຖິງວ່າ ທຸກເວລາມີປາງບຸນໄດ້ມີການອອກຄໍາສັ່ງເພີ່ມໃຫ້ເຄັ່ງຄັດການຂົນສົ່ງ ໂດຍສານກໍຄືການໄປ-ມາ ຈະລາຈອນ, ແຕ່ກໍບໍ່ອາດປາສະຈາກໄດ້ການແຂ່ງຂັນກັນແລ່ນເອົາຖ້ຽວ ໂດຍລືມສະພາບປິ່ນອ້ອມອື່ນໆກ່ຽວກັບຄວາມປອດໄພໃຫ້ແກ່ຜູ້ໂດຍ ສານລວມໃນນັ້ນຍັງພົວພັນສະພາບເຕັກນິກລົດ ເຊິ່ງມີຈໍານວນໜຶ່ງ ເປັນລົດເກົ່າ (ເຮັດສີໃໝ່ໃຫ້ງາມ) ແລະ ອັນສໍາຄັນແມ່ນຄົນຂັບລົດ.

ນອກຈາກຕ້ອງຊໍານານ, ມືອາຊີບ (ແທ້) ຕ້ອງບໍ່ດື່ມສິ່ງມຶນເມົາ ຫລືກ່ຽວຂ້ອງຢາເສຍຕິດເດັດຂາດທັງ ຕ້ອງມີຄຸນສົມບັດ-ມາລະຍາດ, ຈັນຍາບັນ (ໃນອາຊີບ) ແລະ ຮັກການບໍລິການ (ເພາະຕ້ອງເວົ້າຈາສຸ ພາບ- ຮັບໃຊ້ຜູ້ໂດຍສານ). ຄົນຂັບລົດຄວນໄດ້ຮັບການພັກຜ່ອນ, ກິນ- ນອນຢ່າງພຽງພໍໂດຍສະເພາະຂັບທາງໄກ.

ເຖິງຢ່າງໃດກໍດີ, ການປ້ອງກັນອຸບັດເຫດທາງຖະໜົນກໍຍັງມີອີກ ຫລາຍທັດສະນະທີ່ໄດ້ແລກປ່ຽນມາ, ນອກຈາກສ່ວນກ່ຽວຂ້ອງກັບພາຫະນະ ແລະ ຄົນຂັບແລ້ວ, ສິ່ງອໍານວຍຄວາມສະດວກອັນທີ່ເປັນພື້ນຖານອື່ນໆກໍສໍາຄັນຫລາຍໂດຍສະ ເພາະສະພາບເສັ້ນທາງຕະຫລອດ ຮອດປ້າຍຈະລາຈອນ, ເສັ້ນຈະລາຈອນ ແລະ ອື່ນໆ. 

ເຖິງຢ່າງໃດຕໍ່ສະພາບທາງນັ້ນກໍມີຫລາຍຄໍາເຫັນ ບອກວ່າໃນສະພາບປະເທດເຮົາຍັງ ຫຍຸ້ງຍາກດ້ານການເງິນ-ງົບປະມານ, ການປັບປຸງປົວແປງເສັ້ນທາງ ບໍ່ທັນດີແລະທົ່ວເຖິງເທົ່າທີ່ຄວນ, ອັນສໍາຄັນຜູ້ໃຊ້ລົດໃຊ້ຖະໜົນ ໂດຍສະເພາະຜູ້ຂັບລົດໂດຍສານມືອາຊີບຈະຕ້ອງຄໍານຶງເຖິງຄວາມປອດ ໄພການໄປມາເປັນສິ່ງສູງສຸດ, ຄົນທີ່ຂັບລົດໂດຍສານເປັນປະຈໍາໃນເສັ້ນທາງໃດທາງໜຶ່ງລ້ວນແຕ່ແມ່ນ ຜູ້ຮູ້ສະພາບເສັ້ນທາງນັ້ນໆດີແລະ ກໍ່ຮູ້ສະພາບເຕັກນິກລົດທີ່ຕົນເອງ ຂັບດີນອກເສຍແຕ່ວ່າບໍ່ໄດ້ເອົາຫົວໃສ່ໃຈຊາ. 

ທາງບ່ອນໃດຫລຸບ, ເຂດໃດພູ-ທາງຄົດລ້ຽວກ້ຽວຄືສອກ, ມີຄົນມັກຂ້າມທາງ, ສັດລ້ຽງ…ຄິດວ່າຄົນຂັບລົດໂດຍສານເສັ້ນທາງນັ້ນໆຮູ້ດີ, ບ່ອນໃດຄວນຫລຸດຜ່ອນຄວາມໄວ, ບ່ອນໃດ ຄວນໄປພໍດີພໍ ງາມຕາມລະບຽບການກໍານົດ (ເຖິງ ວ່າບໍ່ມີປ້າຍບໍລິການ, ປ້າຍຈະລາ ຈອນ…ກໍຕາມ).

ອຸບັດເຫດລົດໂດຍສານຈະບໍ່ເກີດຂຶ້ນຖ້າຜູ້ປະກອບກິດຈະການ ໂດຍສານຖືສໍາຄັນລະບຽບໂດຍສານ (ລົດຮັບປະກັນເຕັກນິກ, ປະກອບຄົນຂັບທີ່ມີຄຸນນະພາບ, ບໍ່ໃສ່ ເຄື່ອງ-ຄົນເກີນຄວາມສາມາດລົດແຕ່ລະປະ ເພດ…) ແລະ ຄົນຂັບລົດແມ່ນໝາກຫົວໃຈຂອງຄວາມປອດໄພການເດີນທາງ, ຊີວິດຄົນໂດຍສານແມ່ນຝາກໄວ້ກັບຄົນຂັບລົດ.ນັ້ນແມ່ນຄວາມຮັບຜິດຊອບຂອງຜູ້ຂັບລົດກໍຄືຜູ້ປະກອບກິດຈະການ ໂດຍສານ ເຊິ່ງບໍ່ຄວນຖືເບົາ ຫລື ເວົ້າວ່າເປັນເລື່ອງທໍາມະດາໆບໍ່ໄດ້ເນີ!

ຮຽບຮຽງຂໍ້ມູນຈາກ: ຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.