ເມືອງຄົງເຊໂດນ ເກັບກ່ຽວເຂົ້ານາແຊງໃກ້ສຳເລັດແລ້ວ ພ້ອມທັງກະກຽມເຂົ້າສູ່ລະດູການຜະລິດເຂົ້ານາປີ

ຊາວກະສິກອນທົ່ວເມືອງຄົງເຊໂດນ ໄດ້ຂຸ້ນຂ້ຽວເກັບກ່ຽວເຂົ້ານາແຊງ ຢ່າງເປັນຂະບວນຟົດຟື້ນ ແລະ ໃຫ້ທັນກັບສະພາບການ ເພື່ອຫຼີກລ້ຽງການຕົກເຮ່ຍເສຍຫາຍ. ປັດຈຸບັນສຳເລັດແລ້ວ 96% ຂອງເນື້ອທີ່ປັກດໍາຕົວຈິງທັງໝົດ, ພ້ອມທັງກະກຽມກ້າວເຂົ້າສູ່ລະດູການຜະລິດນາປີ.

ທ່ານ ຄໍາໝັ້ນ ສີດຳດວນ ຮັກສາການຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ ເມືອງຄົງເຊໂດນ ໃຫ້ສໍາພາດວ່າ: ການເກັບກ່ຽວເຂົ້ານາແຊງຂອງຊາວກະສິກອນໃນທົ່ວເມືອງຄົງເຊໂດນ ແມ່ນດຳເນີນຢ່າງເປັນຂະບວນຟົດຟື້ນ, ປັດຈຸບັດສໍາເລັດແລ້ວ 2.840 ເຮັກຕາ ເທົ່າກັບ 96,27%.

ຜົນຜະລິດນາແຊງປີນີ້ ເຫັນວ່າມີສະມັດຕະພາບໄດ້ຕາມແຜນການ 4 ໂຕນເຄິ່ງຕໍ່ເຮັກຕາ, ສາເຫດກໍ່ຍ້ອນປະຊາຊົນເອົາໃຈໃສ່ໃນການບົວລະບັດຮັກສາເຂົ້ານາແຊງ ໂດຍປະຕິບັດຖືກຕ້ອງຕາມຄຳແນະນຳຂອງວິຊາການກະສິກຳ-ປ່າໄມ້ ເປັນສ່ວນໃຫຍ່.

ການປູກເຂົ້ານາແຊງປີນີ້ອັນທີ່ພົ້ນເດກວ່າໝູ່ແມ່ນການປູກເຂົ້າແບບຈຸດສຸມ, ປູກເຂົ້າແບບມາດຕະຖານກະສິກໍາ ແລະ ປູກເຂົ້າຕົວແບບຮ່ວມມືລະຫວ່າງວິຊາການ ລາວ-ຫວຽດນາມ ເຫັນວ່າມີຜົນໄດ້ຮັບດີພໍສົມຄວນ. ສໍາລັບການເກັບກ່ຽວເຂົ້ານາແຊງທົ່ວເມືອງຄາດວ່າ:

ຈະສຳເລັດໃນກາງເດືອນພຶດສະພານີ້. ການຜະລິດເຂົ້ານາແຊງລະດູແລ້ງ 2018, ເມືອງຄົງເຊໂດນ ມີເນື້ອແຜນການຈະປູກເຂົ້ານາແຊງໃຫ້ໄດ້ 3.280 ເຮັກຕາ, ແຕ່ຜ່ານການປັກດໍາຕົວຈິງໄດ້ພຽງ 2.950 ເຮັກຕາ, ທຽບໃສ່ແຜນການປະຕິບັດໄດ້ 90%, ສາເຫດທີ່ເຮັດໃຫ້ນາແຊງບໍ່ບັນລຸແຜນການແມ່ນຍ້ອນຄວາມກະຕືລືລົ້ນຂອງຊາວກະສິກອນໃນບາງເຂດ, ບາງບ້ານຍັງຕໍ່າ, ເຮັດໃຫ້ການຕັດສິນໃຈລົງສູ່ການຜະລິດຂອງຊາວນາມີລັກສະນະລໍຖ້າ.

ນອກນີ້ການຟື້ນຟູ, ສ້ອມແປງຊົນລະປະທານບາງໂຄງການ ມີລັກສະນະຊັກຊ້າບໍ່ສໍາເລັດທັນລະດູການ ແລະ ບາງໂຄງການລະບົບຄອງຊົນລະປະທານເປ້ເພ, ຫົວງານໃຊ້ການບໍ່ໄດ້ ແລະ ທັງຂາດງົບປະມານໃນການສ້ອມແປງ ຈຶ່ງເຮັດໃຫ້ການຜະລິດເຂົ້ານາແຊງບໍ່ບັນລຸຕາມແຜນການທີ່ວາງໄວ້.

ທ່ານ ຄໍາໝັ້ນ ສີດຳດວນ ກ່າວຕື່ມອີກວ່າ: ສໍາລັບການຜະລິດເຂົ້ານາປີຢູ່ເມືອງຄົງເຊໂດນ ປີນີ້ ຈະເອົາໃຈໃສ່ຊຸກຍູ້ ສົ່ງເສີມໃຫ້ຊາວນາທົ່ວເມືອງຜະລິດເຂົ້ານາປີໃຫ້ໄດ້ 17.870 ເຮັກຕາ, ສູ້ຊົນໃຫ້ສະມັດຕະພາບໄດ້ 4,4 ໂຕເຮັກຕາ, ເພື່ອບັນລຸເປົ້າໝາຍດັ່ງກ່າວຫ້ອງການກະສິກໍາ-ປ່າໄມ້ເມືອງ.

ຈະສືບຕໍ່ຫັນເອົາພະນັກງານວິຊາການລົງຊ່ວຍແຕ່ລະກຸ່ມບ້ານ ເພື່ອຊຸກຍູ້ສົ່ງເສີມຂະບວນການຜະລິດເຂົ້ານາປີ ໃນທົ່ວເມືອງໃຫ້ທ່ວງທັນກັບລະດູການ, ຈາກນັ້ນກໍ່ຈະໄດ້ເອົາໃຈໃສ່ກະກຽມຕອບສະໜອງດ້ານແນວພັນເຂົ້າ, ຝຸ່ນຊີວະພາບ, ຝຸ່ນວິທະຍາສາດ, ຢາປາບສັດຕູພືດ ແລະເຕັກນິກຕ່າງໆໃນການປັກດຳ ແລະ ການບົວລະບັດເຂົ້ານາປີ ໃຫ້ແກ່ຊາວນາຕື່ມອີກ ທັງນີ້ກໍ່ເພື່ອຮັບປະກັນ ໃຫ້ແກ່ຂະບວນການຜະລິດໃຫ້ບັນລຸໄປຕາມຈຸດປະສົງ.

ທີ່​ມາ: ມີ​ເດຍ​ລາວ Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...