ພາກລັດ ເປີດແຜນການປະຕິຮູບການລົງທຶນ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກການ​ລົງທຶນ ທັງ​ພາຍ​ໃນແລະຕ່າງປະເທດ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ຮ່າງ​ບົດ​ລາຍ​ງານ​ແຜນ­ການ​ປະ­ຕິ​ຮູບ​ການ​ລົງ­ທຶນ​ຢູ່ ສປປ ລາວ (Investment Reform Map “IRM” Report) ຈັດ​ຂຶ້ນຢູ່​ໂຮງ­ແຮມ​ແລນ​ມາກ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ຄຳ​ຈັນ ວົງ​ແສງ​ບູນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ມີ​ບັນ­ດາ​ກົມ ພະ­ແນກ­ການ ວິ­ຊາ​ການ ຊ່ຽວ­ຊານ​ອາ­ວຸ­ໂສ​ພາກ​ເອ­ກະ​ຊົນ ຊ່ຽວ­ຊານ​ນະ­ໂຍ­ບາຍ​ການ​ລົງ­ທຶນ​ກຸ່ມ​ທະ­ນາ­ຄານ​ໂລກ (WB) ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ຄຳ​ຈັນ ວົງ​ແສງ​ບູນ ກ່າວ​ວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້ ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 2 ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ ແລະ ສົ່ງ­ເສີມ​ການ​ລົງ­ທຶນ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ດ້ານ​ການ​ສຶກ​ສາ​ຈາກ​ກຸ່ມ WB ແຜນ­ການ​ປະ­ຕິ​ຮູບ​ການ​ລົງ­ທຶນ (IRM) ແມ່ນ​ກົນ​ໄກ​ທີ່​ສຳ­ຄັນ​ສຳ­ລັບ​ການ​ປຶກ­ສາ​ຫາ­ລື ເພື່ອ​ພັດ­ທະ­ນາ​ນະ­ໂຍ­ບາຍ​ການ​ລົງ­ທຶນ​ທີ່​ຈຳ­ເປັນ ເພື່ອ​ດຶງ​ດູດ​ການ​ລົງ­ທຶນ​ໂດຍ​ກົງ​ຈາກ​ຕ່າງ­ປະ­ເທດ ສາ­ມາດ​ຊ່ວຍ​ໃຫ້​ປະ­ເທດ​ທີ່​ຕ້ອງ­ການ​ພັດ­ທະ­ນາ ແລະ ດຶງ​ດູດ​ການ​ລົງ­ທຶນ ສະ­ໜັບ­ສະ­ໜູນ​ກະ­ຊວງ ຜທ ແລະ ລັດ­ຖະ­ບານ​ລາວ ເພື່ອ​ຊີ້​ແຈງ​ສະ­ພາບ​ທ່າ­ແຮງ ເສດ­ຖະ­ກິດ​ປັດ­ຈຸ­ບັນ​ທີ່​ເຊື່ອມ​ໂຍງ​ກັບ​ເສດ­ຖະ­ກິດ​ໂລກ ແຜນ­ການ​ປະ­ຕິ​ຮູບ​ການ​ລົງ­ທຶນ ສາ­ມາດ​ສະ­ແດງ​ບົດ­ບາດ​ຂອງ​ການ​ລົງ­ທຶນ​ໂດຍ​ກົງ​ຂອງ​ຕ່າງ­ປະ­ເທດ​ໃນ ສປປ ລາວ ທ່າ​ອ່ຽງ​ປະ­ເພດ ແລະ ຄວາມ​ບົກ​ຜ່ອງ​ຂອງ​ການ​ລົງ­ທຶນ​ໂດຍ​ກົງ​ຂອງ​ຕ່າງ­ປະ­ເທດ ການ​ວິ­ເຄາະ​ດ້ານ​ລະ­ບຽບ​ການ​ກົດ­ໝາຍ​ສະ​ຖາ​ບັນ ແລະ ນະ­ໂຍ­ບາຍ​ການ​ສົ່ງ­ເສີມ​ການ​ລົງ­ທຶນ ສາ­ມາດ​ສັງ​ລວມ​ເປັນ​ບົດ​ລາຍ​ງານ​ການ​ປະ­ຕິ​ຮູບ​ການ​ລົງ­ທຶນ ເພື່ອ​ຊ່ວຍ​ໃຫ້­ການ​ພິ­ຈາ­ລະ­ນາ​ມີ​ການ​ປັບ­ປຸງ​ແຜນ​ຍຸດ​ທະ​ສາດ ການ​ລົງ­ທຶນ​ຂອງ​ລັດ­ຖະ­ບານ​ລາວ​ໃນ­ຕໍ່­ໜ້າ.

ໄລ­ຍະ​ຜ່ານ​ມາ ສປປ ລາວ ຍັງ​ບໍ່​ໄດ້​ມີ​ແຜນ​ປະ­ຕິ​ຮູບ​ການ​ລົງ­ທຶນ​ຢ່າງ​ຈະ­ແຈ້ງ ແລະ ມີ​ແບບ­ແຜນ ແຜນ­ການ​ປັບ­ປຸງ​ການ​ລົງ­ທຶນ ອາດ​ຊ່ວຍ​ໃຫ້​ເພີ່ມ​ການ​ລົງ­ທຶນ​ໂດຍ​ກົງ​ຈາກ​ຕ່າງ­ປະ­ເທດ ສ້າງ​ຄວາມ​ເຊື່ອ​ໝັ້ນ ໂດຍ​ອາ­ໄສ​ຂໍ້​ມູນ​ດ້ານ​ຕົວ​ຊີ້​ວັດ​ໃນ​ການ​ສົ່ງ­ເສີມ​ບັນ­ຍາ­ກາດ​ໃນ​ການ​ເຮັດ​ທຸ­ລະ​ກິດ ເຊັ່ນ: ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ເຊິ່ງ​ແມ່ນ​ຄຳ​ສັ່ງ​ເລກ​ທີ 02/ນຍ ຄວາມ​ກະ­ຈ່າງ​ແຈ້ງ​ດ້ານ​ນິ­ຕິ​ກຳ ທີ່​ຕິດ​ພັນ​ກັບ​ການ​ດຳ­ເນີນ​ທຸ­ລະ​ກິດ ຂໍ້​ມູນ​ຂ່າວ­ສານ​ດ້ານ​ເສດ­ຖະ­ກິດ ແຫຼ່ງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ໂຄງ​ລ່າງ​ພື້ນ­ຖານ ໄຟ­ຟ້າ ນ້ຳ​ປະ­ປາ ລະ­ບົບ​ສາ​ທາ​ລະ​ນຸ​ປະ​ໂພກ ສະ​ຖາ​ບັນ​ການ​ເງິນ-ທະ­ນາ­ຄານ ສິດ​ນຳ​ໃຊ້​ທີ່​ດິນ ໄລ­ຍະ​ເວ­ລາ​ການ​ລົງ­ທຶນ ແລະ ຂັ້ນ​ຕອນ​ການ​ດຳ­ເນີນ​ງານ ເວ­ລາ ຄ່າ​ໃຊ້​ຈ່າຍ​ຕ່າງໆ​ຕ້ອງ​ມີ​ລະ­ບຽບ​ການ​ລົງ­ທຶນ​ເປັນ​ເອ­ກະ​ພາບ.

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.