ເມືອງທ່າແຕງ ເນັ້ນ 5 ບັນຫາ ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ

ຕາມ​ການ​ລາຍ​ງານ​ຈາກ ທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງໆທ່າແຕງ ​ແຂວງ​ເຊ​ກອງໃຫ້ຮູ້ວ່າ: ​

ໃນ​ປີ 2019 ນີ້, ​ເມືອງ​ທ່າ​ແຕງ​ຈະ​ເນັ້ນ​ໜັກ 5 ບັນ​ຫາ​ສຳຄັນ ເພື່ອເຮັດໃຫ້ການຜະລິດກາຍເປັນສິນຄ້າ, ມີຈຸດສຸມ ແລະ ຖືກຕາມຄວາມຕ້ອງການຂອງຕະຫລາດ ​ແລະ ສົ່ງເສີມປະຊາຊົນ ຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ.

​ໃນ 5 ບັນຫາ​ສຳຄັນ​ດັ່ງກ່າວ​ປະກອບ​ມີ:

ສືບຕໍ່ສົ່ງເສີມປະຊາຊົນ ຜະລິດເປັນສິນຄ້າ, ສົ່ງເສີມການປູກພືດທີ່ມີຕະຫລາດຮອງຮັບເພື່ອຂາຍເປັນສິນຄ້າ ໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ; ຊ່ວຍເຫລືອປະຊາຊົນຜູ້ທີ່ຂາດເຂີນທຶນຮອນການຜະລິດ ໃຫ້ເຂົາເຈົ້າສາມາດ ເຂົ້າ ເຖິງແຫລ່ງທຶນຈາກທະນາຄານ ເພື່ອນຳໃຊ້ເຂົ້າໃນການຜະລິດຄືກັບຄອບຄົວອື່ນ ທີ່ພໍຢູ່ພໍກິນ ແລະ ຮັ່ງມີແລ້ວ.

ພ້ອມນັ້ນ ກໍຊ່ວຍແນະນໍາ ເຕັກນິກວິຊາການເ ຂົ້າຊ່ວຍ ໃນການຜະລິດ; ສືບຕໍ່ປັບປຸງ ແລະ ຈັດສັນເຂດການຜະ ລິດ ໃຫ້ເໝາະສົມກັບທ່າແຮງ ແລະ ເໝາະສົມກັບເງື່ອນໄຂຕົວຈິງ ຂອງແຕ່ລະທ້ອງຖິ່ນ, ແຕ່ລະບ້ານ; ຈັດຫາວຽກເຮັດງານທຳໃຫ້ປະຊາຊົນ,ຄອບຄົວປະຊາຊົນ ຜູ້ທີ່ບໍ່ມີເນື້ອທີ່ທຳການຜະລິດ ​ເຊິ່ງຈະໃຫ້ເຂົາເຈົ້າ ໄດ້ເຂົ້າເຮັດວຽກ ນຳບັນດາບໍລິສັດ ແລະ ໂຄງການລົງທຶນຕ່າງໆພາຍໃນເມືອງ; ພະຍາຍາມຍາດແຍ່ງ ແລະ ດຶງດູດເອົາການລົງທຶນຈາກ ພາກສ່ວນຕ່າງໆທົ່ວສັງຄົມ ໂດຍສະເພາະແມ່ນ ການລົງທຶນ ຂອງພາກເອກະຊົນ ໃຫ້ເຂົ້າມາລົງທຶນ ພາຍໃນເມືອງທ່າແຕງ ໃຫ້ນັບມື້ຫລາຍຂຶ້ນ.

ສຳລັບການຜະລິດເປັນສິນຄ້າ ໃນປີ 2018 ຜ່ານມາ ສາມາດເກັບກູ້ຜົນຜະລິດກາເຟໄດ້ 19.679ກວ່າໂຕນ; ໝາກແໜ່ງ 1.405 ໂຕນ; ສາລີ 8.784 ໂຕນ; ຜັກກາດຫໍ່ ກະລໍາປີ 27.120 ໂຕນ; ກ້ວຍ 5.103 ໂຕນ; ຖົ່ວດິນ 615 ໂຕນ; ມັນຕົ້ນທາດແປ້ງ 15.304ໂຕນ ແລະ ໝາກນັດ 1.250 ໂຕນ, ນອກນັ້ນ ຍັງມີສັດລ້ຽງປະເພດຄວາຍ, ງົວ, ແບ້, ໝູ ແລະ ສັດປີກ ​ເຊິ່ງເຮັດໃຫ້ການສົ່ງອອກສິນຄ້າຂອງເມືອງບັນລຸໄດ້ 42 ຕື້ກີບ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

ຮູບພາບ: Tono Chormphachun

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...