ເມືອງໄຊເສດຖາ ເປີດການສອບເສັງຈົບຊັ້ນ ປ.5

ຫ້ອງ­ການ​ສຶກ​ສາ ແລະ ກີ­ລາ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄຂ​ການ​ສອບ­ເສັງ​ຈົບ​ຊັ້ນ​ປະ­ຖົມ ປ5 ທົ່ວ​ເມືອງ ຂຶ້ນ​ວັນ​ທີ 27 ພຶດ­ສະ­ພາ 2019 ຢູ່​ຫ້ອງ­ການ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ຄຳ​ສະ­ຫວັນ ໂຄດ​ໄຊ ຮອງ​ເຈົ້າເມືອງ​ໄຊ​ເສດ​ຖາ ທ່ານ ສົມ​ພອນ ສອນ​ດາ­ລາ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ ແລະ ກີ­ລາ ນວ ພ້ອມ​ດ້ວຍ​ຄະ­ນະ​ກຳ­ມະ­ການ ພະ­ນັກ­ງານ ຄູ-ອາ­ຈານ ແລະ ນັກ­ຮຽນ ເຂົ້າ​ຮ່ວມ.

ທ່ານ ຈັນ​ແດງ ພົງ​ສະ​ຫວັດ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ ແລະ ກີ­ລາ ເມືອງ​ໄຊ​ເສດ​ຖາ ກ່າວ​ວ່າ: ເພື່ອ​ເປັນ​ການ​ຕິດ­ຕາມ​ກວດ­ກາ ແລະ ປະ​ເມີນ​ຜົນ​ຕໍ່​ການ​ບໍ­ລິ­ຫານ​ຄຸ້ມ​ຄອງ​ໂຮງ­ຮຽນ​ສາ­ມັນ​ສຶກ​ສາ​ທົ່ວ​ເມືອງ​ໄຊ​ເສດ​ຖາ ໂດຍ​ສະ­ເພາະ​ການ​ຮຽນ-ການ​ສອນ ການ​ປະ­ຕິ­ບັດ​ໂຄງ­ການ​ຫຼັກ­ສູດ 3 ຂໍ້​ແຂ່ງ­ຂັນ​ທີ່​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ​ວາງ​ອອກ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ເພື່ອ​ປະ­ຕິ­ບັດ​ຕາມ​ແຜນ­ການ​ສຶກ​ສາ​ຂອງ​ຫ້ອງ­ການ​ສຶກ​ສາ ແລະ ກີ­ລາ ເມືອງ​ໄຊ​ເສດ​ຖາ ປະ­ຈຳ​ສົກ­ຮຽນ 2018-2019 ເພື່ອ​ເຮັດ​ໃຫ້​ລະ­ບົບ​ການ­ຈັດ­ຕັ້ງ​ສອບ­ເສັງ​ຈົບ​ຊັ້ນ​ປະ­ຖົມ​ສຶກ​ສາ­ມີ​ຄວາມ​ເໝາະ​ສົມ ແລະ ສອດ­ຄ່ອງ​ກັບ​ຫຼັກ­ສູດ​ໃໝ່ ທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ໃນ​ປັດ­ຈຸ­ບັນ ໃຫ້​ມີ​ຄວາມ​ເປັນ​ເອ­ກະ​ພາບ​ກັນ​ດ້ານ​ທິດ​ທາງ ເນື້ອ​ໃນ ຮູບ​ການ ແລະ ວິ­ທີ​ການ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ສອບ­ເສັງ​ຈົບ​ຊັ້ນ​ປະ­ຖົມ ທີ່​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ​ວາງ​ອອກ.

ເມືອງ​ໄຊ​ເສດ​ຖາ ມີ​ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ 70 ແຫ່ງ ໃນ​ນີ້ ພາກ​ລັດ 38 ແຫ່ງ ເອ­ກະ​ຊົນ 32 ແຫ່ງ ມີ​ນັກ­ຮຽນ 1.972 ຄົນ ຍິງ 875 ຄົນ ແບ່ງ​ເປັນ 7 ສູນ​ສອບ­ເສັງ ມີ 70 ຫ້ອງ ນຳ​ໃຊ້​ກຳ­ມະ­ການ​ສອບ­ເສັງ 306 ຄົນ.

ໂອ­ກາດ​ນີ້ ທ່ານ ຄຳ​ສະ­ຫວັນ ໂຄດ​ໄຊ ກໍ​ໄດ້​ໃຫ້​ກຽດ​ມອບ​ຫົວ​ບົດ​ສອບ­ເສັງ​ຊັ້ນ ປ5 ໃຫ້ 7 ສູນ​ສອບ­ເສັງ ເພື່ອ​ດຳ­ເນີນ​ການ​ສອບ­ເສັງ​ໃນ​ວັນ​ທີ 28-29 ພຶດ­ສະ­ພາ 2019.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...