ງານວາງສະແດງ LAO TOP 3 EXPO 2019 ຈະມີຫຼາຍກວ່າ 200 ບໍລິສັດ ຈາກ 15 ປະເທດ

ພິ​ທີຖະແຫຼງ​ຂ່າວ​ກ່ຽວ​ກັບ​ການ​ຈັດ​ງານວາງສະແດງ LAO TOP 3 EXPO 2019 ໄດ້ຈັດຂຶ້ນໃນວັນ ທີ 12 ມີຖຸນາ 2019 ທີ່ໂຮງແຮມຈັນທະປັນຍາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພອນໄຊ ສຸດທິພົງ ປະທານສະມາ ຄົມສະຖາປານິກ ແລະວິສະວະກອນກໍ່ສ້າງລາວ, ທ່ານ ປະກາສິດ ຈັນທະປັນຍາ ຜູ້ອໍານວຍການໂຮງແຮມຈັນທະປັນຍາ, ທ່ານ ຣີຊາດ ຢຽວ ​ຕາງ​ໜ້າບໍລິສັດ AMB TARSVS EVENT ແລະສື່ມວນຊົນເຂົ້າຮ່ວມ.

ທ່ານ ພອນໄຊ ສຸດທິພົງ ກ່າວວ່າ:

ໃນງານວາງສະແດງ LAO TOP 3 EXPO ຈະປະກອບດ້ວຍ 3 ງານຄື: ງານວາງສະແດງລະດັບສາກົນທາງດ້ານອຸດສາຫະກໍາອາຄານ ແລະການກໍ່ສ້າງ(LAOBUILD 2019), ງານວາງສະແດງລະດັບສາກົນທາງດ້ານອາຫານ ແລະເຄື່ອງດື່ມ (LAOFOOD 2019) ແລະ ງານວາງສະແດງລະດັບສາກົນກ່ຽວກັບນໍ້າ ແລະ ເຕັກໂນໂລຊີການບໍາບັດນໍ້າເສຍ(LAOWATER 2019) ໂດຍ​ຈະມີຫຼາຍກວ່າ 200 ບໍລິສັດ ແລະ ຍີ່ຫໍ້ຈາກ 15 ປະເທດຄື: ຈີນ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ເກົາຫຼີ, ມາເລເຊຍ, ສິງກະໂປ, ໄທ ແລະອາເມລິກາ.

ນອກນັ້ນຍັງປະກອບດ້ວຍ LAOENERGY (ງານວາງສະແດງລະດັບສາກົນທາງດ້ານພະລັງງານ ແລະອຸດສາຫະກໍາໄຟຟ້າ ແລະLIVAR (ງານວາງສະແດງລະດັບສາກົນກ່ຽວກັບການລະບາຍອາກາດ, ເຄື່ອງປັນອາກາດ ແລະເຄື່ອງເຮັດຄວາມເຢັນ.

ງານດັ່ງກ່າວນີ້ຄາດວ່າ ຈະເປັນເວທີທີ່ສົມບູນແບບໃນການດຶງດູດຫຼາຍພັນຄົນເຂົ້າຮ່ວມຊົມງານ ທີ່ກ່ຽວກັບການຄ້າ ແລະຊ່ຽວຊານ ເພື່ອຄົ້ນຫາໂອກາດທາງດ້ານທຸລະກິດ ແລະເບິ່ງຜະລິດຕະພັນ ແລະນະວັດຕະກໍາໃໝ່ໆ ຊຶ່ງປະ ກອບໄປດ້ວຍເຄື່ອງໃຊ້ກ່ຽວກັບອາຄານ, ອຸປະກອນການກໍ່ສ້າງ, ຜະລິດຕະພັນກ່ຽວກັບນໍ້າ ແລະການບົວລະບັດແກ້ໄຂ.

ນອກນີ້ ຍັງຜູ້ສະໜອງທາງດ້ານໂຮງແຮມ ແລະຮ້ານອາຫານ ແລະສິນຄ້າທາງດ້ານອາຫານ ແລະເຄື່ອງດື່ມຕ່າງໆ. ງານວາງສະແດງ LAO TOP 3 EXPO 2019 ຈະຈັດຂຶ້ນໃນລະຫວ່າງວັນທີ 20-22 ມີຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...