ຄະນະສະມາຄົມນັກທຸລະກິດໜຸ່ມລາວ ເດີນທາງ ເຂົ້າຮ່ວມ ກອງປະຊຸມສະມາຄົມນັກທຸລະກິດໜຸ່ມອາຊຽນ-ຈີນ


ມື້​ວານນີ້, ຄະນະສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ 11 ທ່ານ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ສະມາຄົມນັກທຸລະກິດໜຸ່ມອາຊຽນ-ຈີນ ທີ່ເມືອງໜານໜິງ ສປ ຈີນ ໃນລະຫວ່າງ ວັນທີ 25-29 ກັນຍາ 2018, ເຊິ່ງກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນທຸກໆປີ ແລະ ຈະໝູນວຽນກັນພາຍໃນປະເທດອາຊຽນ-ຈີນ ເປັນເຈົ້າພາບຈັດກອງປະຊຸມ.

ທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ກ່​າວ​ວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອເພີ່ມທະວີການ ຮ່ວມມືທາງດ້ານພັດທະນາເສດຖະກິດ, ການລົງທຶນພາຍໃນປະເທດອາຊຽນ ແລະ ຈີນ. ຜົນທີ່ໄດ້ຮັບຈາກການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແມ່ນຈະໄດ້ຄູ່ຮ່ວມພັດທະນາທາງດ້ານການຄ້າ ພາຍໃນປະເທດອາຊຽນ-ຈີນ, ພ້ອມທັງດຶງດູດເອົາການຮ່ວມມື ເຂົ້າໃນໂຄງການ ທີ່ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ກຳລັງສ້າງຕັ້ງຂຶ້ນມາ.

ປັດຈຸບັນ ສະມາຄົມນັກທຸລະກິດໜຸ່ມແຫ່ງ ສປປ ລາວ ໄດ້ມີການປັບປຸງໃນຫລາຍດ້ານ ແລະ ໄດ້ມີ 5 ໂຄງການໃຫຍ່ ທີ່ກຳລັງສ້າງຕັ້ງຂຶ້ນມາ ເປັນຕົ້ນແມ່ນ ໂຄງການສ້າງ ທະນາຄານສົ່ງເສີມ ຜູ້ປະກອບການໜຸ່ມ, ພ້ອມທັງຈະດຶງດູດເອົາບັນດາ ປະເທດອາຊຽນ ແລະ ຈີນ ເຂົ້າມາຮ່ວມ; ໂຄງການສ້າງເຂດເສດຖະກິດຂອງຜູ້ປະກອບການໜຸ່ມ ອາຊຽນ-ຈີນ; ໂຄງການສ້າງສູນສົ່ງເສີມ ຜູ້ປະກອບການ ຫລື ສູນພັດທະນາຜູ້ ປະກອບ ການທຸລະກິດທີ່ມີຢູ່ ແລະ ສ້າງທຸລະກິດໃໝ່, ຝຶກອົບຮົມການບໍລິຫານຈັດການແບບໃໝ່; ໂຄງການສ້າງສູນພັດທະນາການ ທ່ອງທ່ຽວແບບໃໝ່ ຕິດພັນກັບການ ສ້າງບຸກຄະລະກອນ ໃນການຮັບໃຊ້ ໃນອຸດສາຫະກຳການທ່ອງທ່ຽວ ຈະເປີດສູນ ທີ່ ແຂວງ ຫລວງພະບາງ ແລະ ໂຄງການສ້າງສູນພົບ ປະນັກທຸລະກິດໜຸ່ມ ໃນນະຄອນ ຫລວງວຽງຈັນ.

ເປົ້າໝາຍຫລັກ ແມ່ນດຶງດູດຄວາມສາມັກຄີ ຂອງຜູ້ປະກອບການໜຸ່ມ, ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ຜູ້ປະກອບການໜຸ່ມ ສາມາດແຂ່ງຂັນກັບສາກົນໄດ້ ແລະ ຊຸກຍູ້ສົ່ງເສີມ, ປຸກລະດົມໃຫ້ຊາວໜຸ່ມລາວ ທີ່ບໍ່ມີວຽກເຮັດງານທຳ ໃຫ້ຫັນມາ ເປັນຜູ້ປະກອບການ ຫລື ເປັນເຈົ້າຂອງທຸລະກິດ, ເຊິ່ງຈະເລີ່ມຈາກທຸລະກິດນ້ອຍໆ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...